วันศุกร์ที่ 19 ตุลาคม พ.ศ. 2550

ປະວັຕິ​ກາຣ​ແຕກ​ແຍກ

ປະວັຕິ​ກາຣ​ແຕກ​ແຍກ
ເຫຕກາຣໃນ​ສມັຍ​ພຸ​ດທະ​ກາຣ
​ເມື່ອ​ພຣະພຸດທະອົງ​ຊົງ​ພຣະຊົນມາຍຸ​ຢູ່ນັ້ນ ​ໄດ້​ເຄີຍ​ມີ​ກາຣປາຣົບ​ເຖິງ​ການທຳ​ສັງຄາຍະ​ນາ ມາ​​ແລ້ວ, ຄື ​ສມັຍ​ໜຶ່ງເມື່ອພຣະອົງຊົງ​ພຣະຊົນ​ຢູ່ ພຣະຈຸລທະ ນ້​ອງຊາຍ​ຂອງ​ພຣະສາຣີບຸ​ຕ​ເຖຣະ ​ໄດ້​ເຫັນ​ເຫ​ຕກາຣ ທີ່​ສາວົກ​ຂອງ​ນິຄຣັນຖະນາຕະ​ບຸ​ຕ​ແຕກ​ສາມັຄຄີ​ກັນ ຫຼັງ​ຈາກ​ນິຄຣັນຖະນາຕະ​ ບຸ​ຕ ​​ເຈົ້າລັທທິ​ໄດ້​ສິ້ນ​ຊີວິຕ​ໄປ​ແລ້ວ ທ່ານ​ຢ້ານ​ວ່າ​ເຫ​ຕກາຣ​ເຊັ່ນ​ນັ້ນ ອາ​ຈະ​ເກີດ​ຂຶ້ນ​ກັບ​ພຣະພຸດທະ ສາສນາ​ໃນ​ກາລຕໍ່​ໄປຂ້າງ​ໜ້າ ຫຼັງ​ຈາກ​ພຣະພຸ​ດທະ​ເຈົ້າຫາກ​ປະຣິນິພພານ​ໄປ​ແລ້ວ, ຈຶ່ງ​ໄດ້​ເຂົ້າ​ໄປ ຫາ​ພຣະອານົນທ໌ ​ເຫຼົ່າ​ເຫ​ຕກາຣນັ້ນ​ໃຫ້​ພຣະອານົນ​ຊາບ ພຣະອານົນ​ທ໌​​ໃຄ່​ຄວຣ​ແລ້ວ ກຊນຳ​ເຣື່ອງ ​ເຂົ້າ​ໄປ​ເຝັ້າອົງຄ໌ສົມ​ເດັດ​ພຣະສັມມາ​ສັມພຸດ​ທະ​ເຈົ້າ ພຣະພຸ​ດທະ​ເຈົ້າ​ໄດ້​ຕັດ​ເຖິງ​ຄຸນ​ນະພາ​ບຂອງ ພຣະສາສດາ, ສາວົກ ​ແລະ​ຫຼັກ​ທັມ ທີ່​ສຳພັນ​ກັນ 3 ສ່ວນ ຄື:
1. ສາສດາ​ບໍ່​ດີ, ຫຼັກ​ທັມ​ບໍ່​ດີ, ສາວົກ​ບໍ່​ດີ ​ເປັນ​ທີ່​ຕືຕຽນ​ທັງ 3 ສ່ວນ, ຜູ້​ປະຕິບັຕຕາມ ຍ່ອມ​ປະສົບ​ສິ່ງ​ທີ່​ບໍ່​ແມ່ນ​ບຸນ​ເປັນອັນ​ຍິ່ງ.
2. ສາສດາ​ບໍ່​ດີ, ຫຼັກ​ທັມ​ບໍ່​ດີ, ​ເຖິງ​ສາວົກ​ດີ ກໍ​ຖືກ​ຕິຕຽນ​ທັງ 3 ສ່ວນ, ຜູ້​ປະຕິບັຕຕາມ ຍ່ອມ​ປະສົບ​ສິ່ງ​ທີ່​ບໍ່​ແມ່ນ​ບຸນ​ເປັນອັນ​ຍິ່ງ.
3. ສາສດາ​ດີ, ຫຼັກ​ທັມ​ດີ, ​ແຕ່​ສາວົກ​ບໍ່​ດີ, ສາສດາ ​ແລະ​ຫຼັກ​ທັມ​ໄດ້​ຮັບ​ກາຣສັລະ​ເສີນ, ສ່ວນ​ສາວົກ​ຖືກ​ຕິຕຽນ, ຜູ້​ປະຕິບັຕຕາມ ຍ່ອມ​ປະສົບ​ບຸນ​ເປັນອັນ​ຍິ່ງ.
4. ສາສດາ​ດີ, ຫຼັກ​ທັມ​ດີ, ສາວົກ​ດີ, ຍ່ອມ​ຮັບ​ສັລ​ເສິນ​ທັງ 3 ສ່ວນ, ຜູ້​ປະຕິບັຕຕາມ ຍ່ອມ​ປະສົບ​ບຸນ​ເປັນອັນ​ຍິ່ງ.
5. ສາສດາດີ, ຫຼັກ​ທັມ​ດີ, ​ແຕ່​ສາວົກ​ບໍ່​ເຂົ້າ​ໃຈ​ແຈ່ມ​ແຈ້ງ​ໃນ​ຫຼັກ​ທັມ ​ເມື່ອ​ສາສດາ​ລ່ວງ​ລັບ​ໄປ ສາວົກ​ເດືອດ​ຮ້ອນ​ພາຍຫຼັງ.
6. ສາສດາດີ, ຫຼັກ​ທັມ​ດີ, ​​ສາວົກ​ເຂົ້າ​ໃຈ​ແຈ່ມ​ແຈ້ງ​ໃນ​ຫຼັກ​ທັມ ​ເມື່ອ​ສາສດາ​ລ່ວງ​ລັບ​ໄປ ສາວົກ​ບໍ່​ຕ້ອງເດືອດ​ຮ້ອນ​ພາຍຫຼັງ.
ຕໍ່​ຈາກ​ນັ້ນ ພຣະພຸດທະອົງ ກໍ​ໄດ້​ຕັດ​ເຖິງ​ພຣົມມະ​ຈັຣຍ໌ ທີ່​ສົມບູນ ​ແລະ​ບໍ່​ສົມບູນ ອີກ​ຫຼາຍ​ປະກາຣ ​ໄດ້​ຕັດ​ແນະນຳ​ວິທີ​ກາຣທຳ​ສັງຄາຍະນາ ດ້ວຍ​ວິທີ​ການ​ສອບ​ສວນ ຄວາມ​ໝາຍ​ກັບ​ຄວາມ​ໝາຍ, ສອບ​ສວນພຍັນ​ຊນະ​ກັບ​ພຍັນ​ຊນະ ​ເພື່ອ​ໃຫ້​ສາສນາຕັ້ງຢູ່​ໝັ້ນຄົງ ອຳນວຍ​ປະ​ໂຫຍ​ດ ​ແລະ ຄວາມ​ສຸຂ ​ແກ່​ພະຫູ​ຊົນ​ທັງ​ປວງ ​ເພື່ອ​ອະນຸ​ເຄາະ ​ເພື່ອ​ປະ​ໂຫຍ​ດ​ເກື້ອ​ກູລ ຄວາມ​ສຸຂ ​ແກ່​ເທວະ​ດາ ​ແລະ​ມະນຸ​ສຍ໌ທັງຫຼາຍ ​ແລະ​ຊົງ​ສະ​ແດງ​ຫຼັກ​ທັມ​ອີກ​ຫຼາຍ​ປະກາຣ ຄື:
​ໂພທິ​ປັກ​ຂິຍະທັມ 37 ປະກາຣ ​ໃນ​ຖານະ​ເປັນ​ຫຼັກ​ທັມຂອງ​ພຣະພຸດທະສາສນາ.
ມູລ​ເຫ​ຕຂອງ​ວິ​ວາທະ 6 ປະກາຣ
ລັກສະນະ​ຂອງ​ອະທິກອນ 4 ປະກາຣ.
ວິ​ທີຣະງັບ​ອະທິກອນ 7 ຢ່າງ.
ສາຣານິຍິທັມ ຄື​ຫຼັກ​ທັມ​ຢູ່​ຮ່ວມ​ກັນຢ່າງ​ເປັນ​ສຸຂ 6 ຢ່າງ.
ວິທີ​ກາຣຕ​ອບວາທະ​ຂອງ​ເຈົ້າລັທທິອື່ນ (ປາ​ສ່າ​ທະ​ສູຕ, ທີຄະ​ນິກາຍ, ປະຕິວັຄ ພຣະ​ໄຕ​ປີດົກສະບັບ​ປະຊາຊົນ ສຸ​ຊີ​ພ ປັນຍາ​ນຸພາບ).
ຢ່າງ​​ໃດ​ກໍ​ຕາມ ​​ເຣື່ອງນີ້​ສະ​ແດງ​ໃຫ້​ເຫັນ​ຈະ​ແຈ້ງວ່າ ພຣະຈຸນ​ທະ​ນ້ອງ​ຊາຍ​ຂອງ​ພຣະສາຣີ ບຸ​ຕ ​ເປັນຜູ້​ມີ​ຄວາມ​ປາຖນາ​ດີ ຕໍ່​ພຣະພຸ​ດທະ​ສາສນາ​ຢ່າ​ງຍິ່ງ ຄວາມ​ຫວ່າງ​ໃຍ ​ແລະ​ຄວາມ​ຂັນ​ຂວາ​ຍຂອງ​ທ່ານ​ຢ່າງ​ນ້ອຍ ໍກຈັດ​ວ່າ​ເປັນ​ເຫດ​ໃຫ້​ມີ​ຄວາມ​ປາ​ຖນາກາຣທຳ​ສັງຄາຍະນາ ​ໄດ້​ຕົວ ຢ່າງຂອງ​ກາຣທຳ​ສັງຄາ​ຍະ​ນາ ຕລອ​ດ​ເຖິງ​ຫຼັກ​ທັມ​ອື່ນ​ອີ​ກຫຼາຍ​ຫຼັຫ ນັບ​ວ່າ​ເປັນ​ກາຣປາຣົບ​ເພື່ອ ຄວາມ​ໝັ້ນຄົງ​ແຫ່ງ​ພຣະພຸ​ດທະ​ສາສນາ​ໂດຍ​ແທ້.
​ແລະ​ມີ​ເຣື່ອງໜຶ່ງຄື ສມັຍ​ໜຶ່ງພຣະພຸ​ດທະ​ອົງຄ໌ສະ​ເດັດ​ປະ​ທັບທີ່ ​ໂຄ​ສີ​ຕາຣາມ ​ເມືອງ​ໂກ ສັມພີ, ມີ​ພຣະຄະນາຈາຣຍ໌ສອງ​ອົງຄ໌ ​ແຕ່​ລະ​ອົງຄ໌ກໍ​ມີ​ຜ້ນິຍົມ​ນັບຖື ​ແລະ​ມີ​ລູກສິສຫຼາຍ​ດ້ວຍ​ກັນ, ອົງຄ໌ໜຶ່ງ​ເປັນວິ​ນັຍ​ທອນ ອີກ​ອົງ​ໜຶ່ງ​ເປັນ​ພຣະທັມມະ​ກະຖຶກ ຄື​ນັກ​ເທສນ໌ນັກ​ສະ​ແດງ​ທັມ ​ເຊິ່ງມີ​ຄວາມ​ຮູ້​ທາງ​ທັມມະ​ຫຼາຍ, ​ເຣື່ອງທີ່​ເກີດ​ຂຶ້ນ​ຄື ​ເຣື່ອງຖ່າຍ​ອຸ​ຈຈາຣະ ພຣະທັມມະ​ກະຖຶກ ​ເຂົ້າ​ໄປ​ຖ່າຍ​ອຸ​ຈຈາຣະ ທີ່​ເວ​ຈຈະ​ກຸ​ຕິ, ​ເມື່ອ​ພຣະທັມມະ​ກະຖືກ​ອອກ​ມາ​ແລ້ວ ພຣະວິນັຍທອນ​ກໍ​ເຈົ້າ​ໄປ ເຫັນ​ນ້ຳ​ເຫຼືອ​ຢູ່​ໃນ​ໝໍ້ນ້ຳ ​ເຊິ່ງມີ​ກົ​ດຢູ່​ວ່າ ຖ້າ​ເອົາ​ໝໍ້​ຕັກ​ນ້ຳມາ​ລ້າງ ​ໃນ​ເມື່ອ​ຖ່າຍ​ອຸ​ຈຈາຣະ​ແລ້ວ ຕ້ອງ​ລ້າງ​ໃຫ້​ໝົດ​ໝໍ້ ຈະ​ເຫຼືອ​ໄວ້​ບໍ່​ໄດ​້, ນີ້​ເປັນ​ກົດຣະບຽບ​ເຊິ່ງຮຽກ​ວ່າ “​ເວ​ຈຈະ​ກຸ​ຕິ​ວັຕ” ​ເຊິ່ງ​ເປັນ​ວິ​ນັຍ​ຂໍ້​ໜຶ່ງ ​ແຕ່​ບໍ່​ມີ​ບົທລົງ​ໂທສ ຄື​ບໍ່​ໄດ້​ປັບ​ອາບັດ​ໄວ້​ໃນ​ກົດ​ນັ້ນ.

ไม่มีความคิดเห็น: