ປະວັຕິກາຣແຕກແຍກ
ເຫຕກາຣໃນສມັຍພຸດທະກາຣ
ເມື່ອພຣະພຸດທະອົງຊົງພຣະຊົນມາຍຸຢູ່ນັ້ນ ໄດ້ເຄີຍມີກາຣປາຣົບເຖິງການທຳສັງຄາຍະນາ ມາແລ້ວ, ຄື ສມັຍໜຶ່ງເມື່ອພຣະອົງຊົງພຣະຊົນຢູ່ ພຣະຈຸລທະ ນ້ອງຊາຍຂອງພຣະສາຣີບຸຕເຖຣະ ໄດ້ເຫັນເຫຕກາຣ ທີ່ສາວົກຂອງນິຄຣັນຖະນາຕະບຸຕແຕກສາມັຄຄີກັນ ຫຼັງຈາກນິຄຣັນຖະນາຕະ ບຸຕ ເຈົ້າລັທທິໄດ້ສິ້ນຊີວິຕໄປແລ້ວ ທ່ານຢ້ານວ່າເຫຕກາຣເຊັ່ນນັ້ນ ອາຈະເກີດຂຶ້ນກັບພຣະພຸດທະ ສາສນາໃນກາລຕໍ່ໄປຂ້າງໜ້າ ຫຼັງຈາກພຣະພຸດທະເຈົ້າຫາກປະຣິນິພພານໄປແລ້ວ, ຈຶ່ງໄດ້ເຂົ້າໄປ ຫາພຣະອານົນທ໌ ເຫຼົ່າເຫຕກາຣນັ້ນໃຫ້ພຣະອານົນຊາບ ພຣະອານົນທ໌ໃຄ່ຄວຣແລ້ວ ກຊນຳເຣື່ອງ ເຂົ້າໄປເຝັ້າອົງຄ໌ສົມເດັດພຣະສັມມາສັມພຸດທະເຈົ້າ ພຣະພຸດທະເຈົ້າໄດ້ຕັດເຖິງຄຸນນະພາບຂອງ ພຣະສາສດາ, ສາວົກ ແລະຫຼັກທັມ ທີ່ສຳພັນກັນ 3 ສ່ວນ ຄື:
1. ສາສດາບໍ່ດີ, ຫຼັກທັມບໍ່ດີ, ສາວົກບໍ່ດີ ເປັນທີ່ຕືຕຽນທັງ 3 ສ່ວນ, ຜູ້ປະຕິບັຕຕາມ ຍ່ອມປະສົບສິ່ງທີ່ບໍ່ແມ່ນບຸນເປັນອັນຍິ່ງ.
2. ສາສດາບໍ່ດີ, ຫຼັກທັມບໍ່ດີ, ເຖິງສາວົກດີ ກໍຖືກຕິຕຽນທັງ 3 ສ່ວນ, ຜູ້ປະຕິບັຕຕາມ ຍ່ອມປະສົບສິ່ງທີ່ບໍ່ແມ່ນບຸນເປັນອັນຍິ່ງ.
3. ສາສດາດີ, ຫຼັກທັມດີ, ແຕ່ສາວົກບໍ່ດີ, ສາສດາ ແລະຫຼັກທັມໄດ້ຮັບກາຣສັລະເສີນ, ສ່ວນສາວົກຖືກຕິຕຽນ, ຜູ້ປະຕິບັຕຕາມ ຍ່ອມປະສົບບຸນເປັນອັນຍິ່ງ.
4. ສາສດາດີ, ຫຼັກທັມດີ, ສາວົກດີ, ຍ່ອມຮັບສັລເສິນທັງ 3 ສ່ວນ, ຜູ້ປະຕິບັຕຕາມ ຍ່ອມປະສົບບຸນເປັນອັນຍິ່ງ.
5. ສາສດາດີ, ຫຼັກທັມດີ, ແຕ່ສາວົກບໍ່ເຂົ້າໃຈແຈ່ມແຈ້ງໃນຫຼັກທັມ ເມື່ອສາສດາລ່ວງລັບໄປ ສາວົກເດືອດຮ້ອນພາຍຫຼັງ.
6. ສາສດາດີ, ຫຼັກທັມດີ, ສາວົກເຂົ້າໃຈແຈ່ມແຈ້ງໃນຫຼັກທັມ ເມື່ອສາສດາລ່ວງລັບໄປ ສາວົກບໍ່ຕ້ອງເດືອດຮ້ອນພາຍຫຼັງ.
ຕໍ່ຈາກນັ້ນ ພຣະພຸດທະອົງ ກໍໄດ້ຕັດເຖິງພຣົມມະຈັຣຍ໌ ທີ່ສົມບູນ ແລະບໍ່ສົມບູນ ອີກຫຼາຍປະກາຣ ໄດ້ຕັດແນະນຳວິທີກາຣທຳສັງຄາຍະນາ ດ້ວຍວິທີການສອບສວນ ຄວາມໝາຍກັບຄວາມໝາຍ, ສອບສວນພຍັນຊນະກັບພຍັນຊນະ ເພື່ອໃຫ້ສາສນາຕັ້ງຢູ່ໝັ້ນຄົງ ອຳນວຍປະໂຫຍດ ແລະ ຄວາມສຸຂ ແກ່ພະຫູຊົນທັງປວງ ເພື່ອອະນຸເຄາະ ເພື່ອປະໂຫຍດເກື້ອກູລ ຄວາມສຸຂ ແກ່ເທວະດາ ແລະມະນຸສຍ໌ທັງຫຼາຍ ແລະຊົງສະແດງຫຼັກທັມອີກຫຼາຍປະກາຣ ຄື:
ໂພທິປັກຂິຍະທັມ 37 ປະກາຣ ໃນຖານະເປັນຫຼັກທັມຂອງພຣະພຸດທະສາສນາ.
ມູລເຫຕຂອງວິວາທະ 6 ປະກາຣ
ລັກສະນະຂອງອະທິກອນ 4 ປະກາຣ.
ວິທີຣະງັບອະທິກອນ 7 ຢ່າງ.
ສາຣານິຍິທັມ ຄືຫຼັກທັມຢູ່ຮ່ວມກັນຢ່າງເປັນສຸຂ 6 ຢ່າງ.
ວິທີກາຣຕອບວາທະຂອງເຈົ້າລັທທິອື່ນ (ປາສ່າທະສູຕ, ທີຄະນິກາຍ, ປະຕິວັຄ ພຣະໄຕປີດົກສະບັບປະຊາຊົນ ສຸຊີພ ປັນຍານຸພາບ).
ຢ່າງໃດກໍຕາມ ເຣື່ອງນີ້ສະແດງໃຫ້ເຫັນຈະແຈ້ງວ່າ ພຣະຈຸນທະນ້ອງຊາຍຂອງພຣະສາຣີ ບຸຕ ເປັນຜູ້ມີຄວາມປາຖນາດີ ຕໍ່ພຣະພຸດທະສາສນາຢ່າງຍິ່ງ ຄວາມຫວ່າງໃຍ ແລະຄວາມຂັນຂວາຍຂອງທ່ານຢ່າງນ້ອຍ ໍກຈັດວ່າເປັນເຫດໃຫ້ມີຄວາມປາຖນາກາຣທຳສັງຄາຍະນາ ໄດ້ຕົວ ຢ່າງຂອງກາຣທຳສັງຄາຍະນາ ຕລອດເຖິງຫຼັກທັມອື່ນອີກຫຼາຍຫຼັຫ ນັບວ່າເປັນກາຣປາຣົບເພື່ອ ຄວາມໝັ້ນຄົງແຫ່ງພຣະພຸດທະສາສນາໂດຍແທ້.
ແລະມີເຣື່ອງໜຶ່ງຄື ສມັຍໜຶ່ງພຣະພຸດທະອົງຄ໌ສະເດັດປະທັບທີ່ ໂຄສີຕາຣາມ ເມືອງໂກ ສັມພີ, ມີພຣະຄະນາຈາຣຍ໌ສອງອົງຄ໌ ແຕ່ລະອົງຄ໌ກໍມີຜ້ນິຍົມນັບຖື ແລະມີລູກສິສຫຼາຍດ້ວຍກັນ, ອົງຄ໌ໜຶ່ງເປັນວິນັຍທອນ ອີກອົງໜຶ່ງເປັນພຣະທັມມະກະຖຶກ ຄືນັກເທສນ໌ນັກສະແດງທັມ ເຊິ່ງມີຄວາມຮູ້ທາງທັມມະຫຼາຍ, ເຣື່ອງທີ່ເກີດຂຶ້ນຄື ເຣື່ອງຖ່າຍອຸຈຈາຣະ ພຣະທັມມະກະຖຶກ ເຂົ້າໄປຖ່າຍອຸຈຈາຣະ ທີ່ເວຈຈະກຸຕິ, ເມື່ອພຣະທັມມະກະຖືກອອກມາແລ້ວ ພຣະວິນັຍທອນກໍເຈົ້າໄປ ເຫັນນ້ຳເຫຼືອຢູ່ໃນໝໍ້ນ້ຳ ເຊິ່ງມີກົດຢູ່ວ່າ ຖ້າເອົາໝໍ້ຕັກນ້ຳມາລ້າງ ໃນເມື່ອຖ່າຍອຸຈຈາຣະແລ້ວ ຕ້ອງລ້າງໃຫ້ໝົດໝໍ້ ຈະເຫຼືອໄວ້ບໍ່ໄດ້, ນີ້ເປັນກົດຣະບຽບເຊິ່ງຮຽກວ່າ “ເວຈຈະກຸຕິວັຕ” ເຊິ່ງເປັນວິນັຍຂໍ້ໜຶ່ງ ແຕ່ບໍ່ມີບົທລົງໂທສ ຄືບໍ່ໄດ້ປັບອາບັດໄວ້ໃນກົດນັ້ນ.
วันศุกร์ที่ 19 ตุลาคม พ.ศ. 2550
ປວັຕຄຣູທັງ 6
ບົດທີ 2
ເຫຕຸກາຣພຣະພຸທະສາສນາຫຼັງພຣະພຸດທະເຈົ້າປະຣິນິພພານ.
ສາສນາ ທຸກສາສນາໃນໂລກນີ້ ຈະບໍ່ມີການແຕກແຍກອອກເປັນນິກາຍນັ້ນຄົງບໍ່ມີ, ເພາະເຫັນວ່າ ພຽງແຕ່ຄວາມເຊື່ອ ຂອງຊຸມຊົນ ຫຼືຊົນເຜົ່ານ້ອຍໆ ຍັງມີຄວາມຄິດທີ່ຈະລົງລອຍກັນ ແມ່ນແຕ່ແນວຄວາມຄິດຂອງຄົນໆໜຶ່ງ ຫຼືຂອງຄົນຄອບຄົວໜຶ່ງຍັງບໍ່ຄ່ອຍຈະລົງຣອຍກັນ, ແມ່ນແຕ່ລັທ ທິການປົກຄອງ, ລັທທິທາງເສດຖກິດ ທີ່ເກີດຂຶ້ນມາໃໝ່ບໍ່ເຖິງ 100 ປີນີ້ ຍັງແຕກແຍກຄວາມຄິດກັນອອກໄປຫຼວງຫຼາຍ, ການແຕກແຍກອອກໄປຂອງສາສນາ ບໍ່ໄດ້ໝາຍວ່າຈະມີຄວາມແຕກຕ່າງ, ເຖິງຕ່າງທາງພຣະວິນັຍ ແລະຂໍວັດປະຕິບັດບາງຢ່າງ ແຕ່ຫຼັກທັມສ່ວນໃຫຍ່ ກໍຍັງມີຈຸດມຸ້ງໝາຍ ດຽວກັນ, ການແຕກແຍກຂອງສາສນາ ສາມາຖນຳໃຫ້ສາສນານັ້ນໆ ແຜ່ຂຍາຍກວ້າງອອກໄປສູ່ນານາປະເທດ, ສູ່ຊົນຊາຕຕ່າງໆ ທ່ີມີຄວາມແຕກຕ່າງທັງພູມີອາກາດ, ພາສາ, ວັດທະນະທັມ, ພື້ນທາງທາງຄວາມເຊື່ອ ແລະການປ່ຽນແປງຂອງເວລາ ສະຖານທ່ີ ພູມີອາກາດ ແລະພື້ນຖານທາງວັດທະນະທັມ ຍ່ອມກໍ່ໃຫ້ເກີດການປ່ຽນແປງບໍ່ຫຼາຍກໍ່ນ້ອຍ, ຈາກອາດີມາເຖິງປັຈຈຸບັນ ບໍ່ມີສາສນາໃດ ທີ່ຄົງທົນຢູ່ໄດ້, ສາສນາໃດທີ່ບໍ່ມີການປ່ຽນແປງ ສາສນານັ້ນກໍບໍ່ມີຄວາມຈະເຣີນແຜ່ຜາຍຂະຫຍາຍອອກໄປຢ່າງກວ້າງຂວາງ ແລະໃນທີ່ສຸດກໍຈະຕ້ອງດັບສູນໄປ, ເຊິ່ງການປ່ຽນແປງນັ້ນ ກໍບໍ່ໄດ້ໄປແກ້ຕົວບົດກົດໝາຍ ຫຼືຫຼັກທັມຂອງສາສນາ ເພາະຖ້າທຳເຊັ່ນນັ້ນ ກໍຈະກາຍເປັນການ “ທຳສັງຄະເພດ” ຫຼືບໍ່ກໍແມ່ນການຕັ້ງສາສນາໃໝ່ເລີຍ, ການປ່ຽນແປງ ໄດ້ກຳນົດເອົາແຕ່ພຽງການແກ້ໄຂວິທີການບາງຢ່າງ ທີ່ບໍ່ຂັດຕໍ່ພຣະທັມ-ວິຍັຍ ແຫ່ງສາສນານັ້ນ, ເພາະເຫຕນັ້ນ ສາສນາ ທຸກສາສນາ ຈຶ່ງມີນິກາຍເກີດຂຶ້ນມາ, ສາສນາທຸກສາສນາ ເຖິງວ່າມີນິກາຍເກີດຂຶ້ນມາຫຼາຍນ້ອຍພຽງໃດກໍຕາມ ຫຼັກທັມ ຫຼືຈຸດໝາຍເດີມ ທີ່ສຳຄັນຂອງສາສນານັ້ນ ບໍ່ມີການປ່ຽນແປງຈົນ ເຮັດໃຫ້ ຫຼັກທັມເດີມ ແລະຈຸດມຸ້ງໝາຍເດີມ ມີຄວາມປ່ຽນແປງໄປໃນທາງກົງກັນຂ້າມເລີຍ.
ຫຼັກຂອງສາສນາ ຂອງທຸກສາສນາ ລ້ວນແຕ່ມີເປົ້າໝາຍຂອງຕົນ ເປັນພຶ້ນຖານ ແລະທຸກສາສນາລ້ວນແຕ່ສອນໃຫ້ຄົນເປັນຄົນດີ ແລະມິຄວາມສຸຂ ແຕ່ພຸດທະສາສນາ ນອກຈາກສອນໃຫ້ຄົນເປັນຄົນດີ ແລະມີຄວາມສຸຂແລ້ວ ຍັງສອນໃຫ້ຄົນພົ້ນອອກຈາກອງທຸກທັງໃນໂລກນີ ແລະໂລກໜ້າ, ຫຼັກຄຳສອນຂອງພຸດທະສາສນາທີ່ສຳຄັນ ອັນເປັນການການຄົງໄວ້ເຊິ່ງ ພັດທະນາການ ຂອງການພັດທະນາມະນຸດ ດ່ັງພຣະພຸດທະອົງຕັສໄວ້ວ່າ:
“ສັພພະປັສສະ ອະກາຣະນັງ, ກຸສລັສສະສັມປະທັງ, ສະຈິຕຕ ປະຣິໂຍທະປານັງ ເອຕັງ ພຸທທະສາສະນັງ ເຊິ່ງແປວ່າ ກາຣລະຄວາມຊົ່ວທັງປວງ ການກະທຳແຕ່ຄວາມດີທັງປວງ ແລະທຳໃຫ້ຈິຕໃຈຂອງຕົນໃຫ້ຜ່ອງໃສ ນີ້ແລຄືຄຳສອນຂອງພຣະພຸດທະສາສນາ” ອັນນີ້ ເປັນບັນທັດຖານ ສພຄັນຂອງການເຮັດໃຫ້ພຣະພຸດທະສາສນາ ມີການພັດທະນາຫຼັກການປະຕິບັດບາງປະການ, ອິງຕາມສະພາບແວດລ້ອມ ທີ່ກ່າວມາຂ້າງຕົ້ນ ແລະຢ່າງໃດກໍຕາມ ພຣະພຸທທະສາສນາ ລັດທິ, ນິ ກາຍຕ່າງໆນັ້ນ ຍ່ອມມີຫຼັກສິກຂາ ຫຼືສຶກສາທີ່ສຳຄັນໄວ້ 3 ຢ່າງຄື:
1. ປຣິຍັຕິສິກຂາ: ກາຣສຶກສາຮ່່ຳຮຽນ ຕາມຄຳສັ່ງສອນຂອງພຣະພຸດທະເຈົ້າ.
2. ປຕິບັຕສິກຂາ: ຫຼັກການຣປະຕິບັຕຕົນ ໃຫ້ດຳເນີນຕຳຄໍຳສັ່ງສອນຂອງພຣະພຸດທະເຈົ້າ.
3. ປຕິເວທະສິກຂາ: ການຮູແຈ້ງແທງຕລອດຈາກກາຣສຶກສາ ແລະປະຕິບັຕ.
ຫຼັກທັງ 3 ປະການນີ້ ມີຄວາມສຳຄັນກ່ຽວພັນກັນ ຄືປະຮິຍັດ ເປັນການສຶກສາຮໍ່າຮຽນໃຫ້ຮູ້ ທິສດີຕ່າງໆໃຫ້ຮູ້ແທ້, ຮູ້ຈິງ ເໝືອນດ່ັງເຮົາຈະເດີນທາງໄປສູ່ຈຸດໝາຍປາຍທາງໃດໜຶ່ງ ປະຣິຍັດ ນັ້ນກໍຄືເຮົາສຶກສາເສັ້ນທາງ ຫຼືແຜນທີ່ນັ້ນໃຫ້ເຂົ້າໃຈ, ປະຕິເວທ ກໍຄືການປະຕິບັຕຈິງ ຫຼືຊັກຊ້ອມສິ່ງທີ່ເຮົາສຶກສາມານັ້ນໃຫ້ຊຳນິຊຳນານ ຫຼືຖ້າເຮົາເດີນທາງຈິງ ເຮົາກໍອອກເດີນທາງໄປໃຫ້ເຫັນ ຄວາມຈິງໃນສິ່ງທີ່ເຮົາສຶກສານັ້ນ, ປະຕິເວທ ກໍຄືຮັບຮູ້ ແລະເຂົ້າໃຈໃນສອງຫຼັກ ຄື ຜົລຂອງກາຣ ປະຣິຍັຕ ແລະປະຕິບັຕນັ້ນ, ວ່າມີຄວາມສອດຄ່ອງກັນພຽງໃດ ຈຶ່ງສະຫຼຸບຜົລອອກມາເປັນປະຕິເວທ ທັງ 3 ປະການນີ້ ກໍສຳພນເກື້ອໜູນກັນຂາດຫຼັກໃດ ຫຼັກໜຶ່ງບໍ່ໄດ້, ການທີ່ມີຄວາມເຫັນຜິດແຜກແຕກຕ່າງກັນບາງປະການຂອງລັທທິ ນິກາຍນັ້ນ ກໍເພາະການຜັນຂະຫຍາຍທິສດີ ບໍ່ເປັນໄປຕາມຫຼັກທັງ 3 ກໍຄືຂາດຫຼັກໃດ ຫຼັກໜຶ່ງໃນ 3 ຫຼັກນັ້ນເອງ.
ຄວາມຄິດຂອງຄົນແຕ່ລະຄົນ ທີ່ມີຄວາມເຂົ້າໃຈຕໍ່ຫຼັກທິສດີ ຄຳສອນ ວິຊາກາຣທີ່ຕົນໄດ້ຮຽນ ມານັ້ນຍ່ອມແຕກຕ່າງກັນເປັນປົກກະຕິຂອງມະນຸດຢູ່ແລ້ວ ຕ່າງຄົນຕ່າງເຂົ້າໃຈໄປຕາມພື້ນຖານ ທາງຈິດ, ທາງຄວາມຄິດ ແລະວິນຍານອັນເປັນພຶ້ນຖານຂອງຕົນ, ຄົນໜຶ່ງເຂົ້າໃຈຢ່າງໜຶ່ງ, ອີກຄົນໜຶ່ງ ເຂົ້າໃຈໄປອີກຢ່າງໜຶ່ງ, ເມື່ອມີຄວາມເຂົາໃຈແຕກຕ່າງກັນແລ້ວ ທິດຖີ ຄືຄວາມເຫັນ ກໍມີ ຄວາມແຕກຕ່າງກັນໄປເປັນທັມມະດາ ແລະແລ້ວວາທະ ແລະການປະຕິບັດກໍມີຄວາມແຕກຕ່ງກັນ ແນ່ນອນ, ເຖິງແມ່ນວ່າຫຼັກໃຫຍ່ໃຈຄວາມຈະຢືນຢູ່ຈຸດດຽວກັນກັບຕາມ ແຕ່ວາທະ ແລະກາຣປະຕິ ບັດກໍມີຄວາມແຕກຕ່າງກັນໄປ, ອັນນັ້ນ ກໍຖືວ່າເປັນການພັດທະນາຢ່າງໜຶ່ງ.
ການແຕກແຍກທາງຄວາມຄິດ ເກືອບທຸກຢ່າງ, ມັກຈະເປັນເປັນກາຣກໍ່ໃຫ້ເກີດຄວາມແຕກແຍກ, ຄວາມແຕກແຍກນັ້ນເອງເປັນຜົລທີ່ກໍ່ໃຫ້ເກີດການຂາດຄວາມສາມັກຄີ, ການແຕກຄວາມສາມັກຄີໃນສັງຄະມົນທົນ ມີມາແຕ່ສມັຍພຣະພຸດທະເຈົ້າຍັງຊົງພຣະຊົນຢູ່ ເຊັ່ນ ພິກຂຸຊາວເມືອງໂກສັມພີ ຖົກຖຽງກັນເຣື່ອງນ້ຳ ແລະພຣະເທວະທັຕທູລພຣະພຸດທະເຈົ້າ ໃຫ້ພິກຂຸໃນພຣະພຸດທະ ສາສນາ ເລີກສັນຊີ້ນສັຕວ໌ເປັນຕົ້ນ.
ໃນຂະນະນັ້ນ, ພຣະພຸດທະອົງຍັງຊົນພຣະຊົນຢູ່ ເຫຕທີ່ເກີດຂຶ້ນ ກໍລະງັບລົງໄດ້ ເພາະພຣະອົງຄ໌ເປັນຜູ້ຕັດສິນຊີ້ຂາດ ເຖິງຄວາມຄິດທີ່ບໍ່ລົງລອຍກັນຍັງມີຢູ່ ແຕ່ກໍບໍ່ກ້າກະທຳສິ່ງໃດໄດ້ ເຊັ່ນ ພຣະເທວະທັຕມີປະສົງໃຫ້ພຣະພຸດທະເຈົ້າ ບັນຍັຕສິກຂາບົດບາງຂໍ້ ກໍຕ້ອງຂໍອະນຸຍາຕຈາກພຣະພຸດທະເຈົ້າ ເມື່ອພຣະພຸດທະເຈົ້າບໍ່ຊົງອະນຸຍາດ ເຣື່ອງນັ້ນກໍງຽບຫາຍໄປ, ໃນກາຣຕໍ່ມາເມື່ອ ພຣະພຸດທະອົງຊົງປະຣິນິພພານໄປແລ້ວ ສາວົກທັງຫຼາຍໄດ້ຕີຄວາມພຣະວິນັຍແຕກຕ່າງກັນໄປ ຕາມຄວາມເຫັນແລະທິດຖີຂອງຕົນ, ຍິ່ງຄະນະສົງເຫຼົ່ານັ້ນຢ່າງເຫີນກັນໄປຄົນລະທິດລະທາງ ທິດຖີ ແລະສີລກໍວິປະຣິຕຜິດພາດໄປຕາມ ສະພາບແວດລ້ອມທາງພູທສາດ, ສັງຄົມ, ວັດທະນະທັມ ນັ້ນອັນເປັນພື້ນຖານທາງຄວາມຄິດ ກໍກາຍເປັນທິດຖີ ກໍ່ໃຫ້ເກີດວາທະ ໃນທີ່ສຸດກໍແຕກແຍກອອກໄປເປັນນິກາຍ ແລະລັທທິ.
ເຖິງຄວາມແຕກຕ່າງທາງທິດຖີ ແລະວາທະເປັນສິ່ງທີ່ກໍ່ໃຫ້ເກີດຄວາມແຕກແຍກ ແລະ ກາຍເປັນຄວາມແຕກຕ່າງຂອງພຸດທະສາສນາ ໃນທີ່ສຸດກໍຕາມ, ແຕ່ຄວາມເປັນອັນໜຶ່ງດຽວຂອງຄະນະສົງນັ້ນ ຕ້ອງປະກອບໄປດ້ວຍ ໄຕຣສິກຂາ ທີ່ເປັນອົງປະກອບຫຼັກສັມຄັນແຫ່ງພຣະພຸດທະ ສາສນາ ຄື.
ສີລສິກຂາ: ກາຣສຶກສາໃນສີລ
ປັນຍາສິກຂາ: ກາຣສຶກສາໃນປັນຍາ
ສາມາທິສິກຂາ: ກາຣສຶກສາໃນສາມາທິ.
ຄວາມແຕກຕ່າງ ຂອງສັງຄະມົນທົນ ກໍແມ່ນມີຈຸດກໍເນີດມາຈາກ ການສຶກສາທັງ 3 ປະ ການນີ້ ເມື່ອທັງ 3 ປະການນີ້ ເປັນໄປໃນວັດຖຸປະສົງເປົ້າໝາຍອັນດຽວກັນ, ແຕ່ຕ່າງຝ່າຍຕັ້ງຢູ່ໃນ ທິດຖີ ແລະວາທະຂອງຕົນ ກໍຍ່ອມໃຫ້ເກີດຄວາມແຕກຕ່າງ ແລະແຕກແຍກໃນທີ່ສຸດ, ແຕ່ຫາກວ່າ ກາຣປະພຶດປະຕິບັດຂອງສົງ ໃນສັງຄະມົນທົນ ຍັງຕ້ອງຍຶດຫຼັກສຶກສາທັງ 3 ປະກາຣເປັນເປົ້າ ໝາຍຫຼັກ ກໍຍັງໃຫ້ຄຳສອນຂອງພຣະພຸດທະສາສນາ ເດີນມຸ້ງໜ້າໄປສູ່ຄວາມຈະເຣີນໄດ້.
ຄວາມແຕກຕ່າງກັນອີກຢ່າງໜຶ່ງ ກໍເນື່ອງດ້ວຍຄະນະສົງ ໄດ້ຢຶກຖືຫຼັກພຸດທະພຸດທີ່ ພຣະ ພຸດທະອົງຊົງຕັດກັບພຣະອານົນວ່າ “ ດູກ່ອນອານົນ ໂດບກາລລ່ວງໄປແຫ່ງເຮົາ ຖ້າສົງຕ້ອງກາຣ ກໍຈົ່ງຖອນສິກສາບົດເລັກນ້ອຍເສັຍກໍໄດ້” (ມະຫາປະຣິນິພພານສູຕ 10/141)
ສົງຝ່າຍໜຶ່ງເຫັນວ່າ ເນື່ອງຈາກວ່າສິກຂາບົທເລັກໆນ້ອຍໆທີ່ພຣະ ພຸດທະອົງຄ໌ມີພຸດທະປະສົງນັ້ນ ໝາຍເຖິງສິກຂາບົທຂໍ້ໃດ ສະນັ້ນຈຶ່ງບໍ່ຄວນຖອດຖອນ ຄວນຮັກສາ ສາຂາບົທນັ້ນໄວ້ທຸກຂໍ້ເປັນການດີທີ່ສຸດ.
ສົງອີກຝ່ານໜຶ່ງ ເຫັນວ່າສິກຂາບົທເລັກໆນ້ອຍໆ ທ່ີພຣະພຸດທະອົງໝາຍເຖິງນັ້ນ ກໍໝາຍ ເຖິງສິກຂາບົທບໍ່ຈຳເປັນ ຫາກບໍ່ເໝາະສົມກັບສາພາວະແລ້ວ ກໍຄວນຖອດຖອນສາ.
ອີກຢ່າງໜຶ່ງ ການສຶກສາຮ່ຳຮຽນພຣະພຸດທະວະຈະນະນັ້ນ ຕ້ອງອາໄສອາຈາຣຍ໌ເປັນຜູ້ສັ່ງ ສອນ ແລະອະທິບາຍ ອາຈາຣຍ໌ກັບອາຈາຣຍ໌ ເກີດທັສນະຄະຕິບໍ່ກົງກັນ ອະທິບາຍພຸດທະວັຈນະ ບໍ່ເໝືອນກັນ ກໍເປັນສາເຫຕໜຶ່ງອີກທ່ີທຳໃຫ້ເກີດການແບ່ງແຍກທາງຄວາມຄິດອອກໄປ ສົງຝ່າຍ ໜຶ່ງກໍຕ້ອງແກ່ໄຂຫຍົດຍ່ອນພຣະວິນັຍໄປຕາມສະຖານະການ ຄື ຝ່າຍມະຫາສັງຄີກະ ຄະນະສົງ ພວກນີ້ ຖືພຸດທະວັຈນະໄປຕາມທັສນະຂອງອາຈາຣຍ໌ເປັນໃຫຍ່ ຮຽກວ່າ “ອາຈາຣິຍະວາທະ” ສົງອີກຝ່າຍໜຶ່ງ ຖຶເຄັ່ງຄັດໃນພຸດທະວັຈນະເດີມ ທີ່ພຣະເຖຣະຜູ້ໃຫຍ່ຍຶດຖື ປະຕິບັຕມາບໍ່ຍອມປ່ຽນແປງ ຮຽກວ່າ “ເຖຣະວາທະ”.
ຢ່າງໃດກໍຕາມ ສາເຫຕຸໃຫຍ່ຂອງກາຣແຕກແຍກທາງຄວາມຄິດ ກໍໃຫ້ເກີດວາທະ ກາຍ ເປັນກາຣແຕກແຍກສາມັຄຄີແຫ່ງຄະນະສົງ ຈົນກໍ່ໃຫ້ເກີດເປັນການປະຕິບັຕແຕກຕ່າງກັນໄປ ກາຍເປັນລັທທິນິກາຍນັ້ນ ຍ່ອມເປັນໄປດ້ວຍຫຼັກທັມ 2 ປະກາຣນີ້ ຄື:
1. ສີລະສາມັນຍະຕາ: ຄວາມວິບັຕແຫ່ງສີລ ເພາະກາຣປະຕິບັຕພຣະວິນັຍບໍ່ສມ່ຳ ສເມີກັນ.
2. ທິຖີສາມັນຍະຕາ ກາຣວິບັຕຂອງຄວາມເຫັນ ເພາະທັສນະຄະຕິ ໃນຫຼັກທັມ ອະທິບາຍກໍ່ກົງກັນ
(ກະຖາມຸຂໃນຊຸມນຸມ “ຊຸມນຸມພຣະສູຕມະຫາຍານ” ໂດຍສະຖຽນໂພທິນັນທະ)
ມູລເຫຕແຫ່ງອະທິກຣ
ໃນຈຸລວັຄປະຖະມະພາຄ ສະມະຖັກຂັນທະກະ ມີພຸດທະພາສິດສະແດງເຖິງມູລເຫຕວິວາທາທິກຣທໄວ້ດ່ັງນີ້:
1. “ວິວາທະທັນຕິ ທັມໂມຕິ ວາ ອະທັມໂມຕິ ວາ” ວິວາທະກັນວ່າ “ນີ້ແມ່ນທັມ ນີ້ບໍ່ແມ່ນທັມ".
2. “ວິນະໂຍຕິ ວາ ອະວິນະໂຍຕິ ວາ” ວິວາທະກັນວ່າ “ນີ້ເປັນວິນັຍ ນີ້ບໍ່ເປັນວິຍັບ”.
3. “ພາສິຕັງ ລະປິຕັງ ຕະຖາຄະເຕນາຕິ ວາ ອະພາສິຕັງ ອະລະປິຕັງ ຕະຖາຄະເຕນາຕິວາ” ວິວາທະກັນວ່າ “ນີ້ພຣະຕະຖະຄົຕຊົງກ່າວ , ຊົງວ່າໄວ້, ນີ້ພຣະຕະຖະຄົຕບໍ່ໄດ້ຊົງກ່າວໄວ້ ບໍ່ໄດ້ຊົງກ່າວໄວ້”.
4. “ອາຈິນນັງ ຕະຖາຄະເຕນາຕິວາ ອະນາຈິນນັງ ຕະຖາຄະເຕນາຕິ ວາ” ວິວາທະກັນວ່າ “ນີ້ພຣະຕະຖາຄົຕໄດ້ຊົງປະພຶດ ນີພຣະຕະຖາຄົຕບໍ່ໄດ້ຊົງປະຣພຶດ”.
5. “ປັນຍັຕຕັງ ຕະຖາຄະເຕນາຕິ ວາ ອັປປັນຍັຕຕັງ ຕະຖາຄະເຕນາຕິ ວາ” ວິວາທະກັນວ່າ “ນີ້ພຣະຕະຖະຄົຕຊົງບັນຍັຕ ນີ້ພຣະຕະຖາຄົຕບໍ່ຊົງບັນຍັຕ”.
6. “ອາປັຕຕີຕິ ວາ ອະນາປັຕຕີຕິ ວາ” ວິວທະກັນວ່າ “ນີ້ເປັນອາບັຕ ນີ້ບໍ່ເປັນອາບັຕ”.
7. “ລະຫຸກາ ອະປັຕຕີຕິ ວາ ຄະຣຸກາ ອາປັຕຕີຕິ ວາ” ວິວາທະກັນວ່າ “ນີ້ເປັນອາບັຕເບົາ ນີ້ເປັນອາບັຕໜັກ”.
8. “ສາວະເສສາ ອາປັຕຕີຕິ ວາ ອະນະວະເສສາ ອາປັຕຕີຕິ ວາ” ວິວາທະກັນວ່າ “ນີ້ເປັນອາບັຕສ່ວນເຫຼືອ ນີ້ບໍ່ແມ່ນອາບັຕສ່ວນເຫຼືອ”.
9. “ທຸຕຖຸລລາ ອາປັຕຕີຕິ ວາ ອະທຸຕຖຸລລາ ອາປັຕຕີຕິ ວາ” ວິວາທະກັນວ່າ “ນີ້ເປັນອາບັຕຫຍາບ ນີ້ບໍ່ແມ່ນອາບັຕຫຍາບ”.

1. ປຸຣະນະກັສສະປະ: (ອະກິຣິຍະວາທະ ຫຼຶ ອະກິຣິຍະທິຕຖີ)
ປູຣະນະກັສສປະ ເປັນອາຈາຣຍ໌ທີ່ມີຊື່ວຽງໂດ່ງດັງ ແລະສຳຄັນຜູ້ໜຶ່ງໃນບັນດາຄຣູທັງ 6 ພຣະພຸດທະໂຄສາຈາຣຍ໌ ໄດ້ພັນລະນາໄວ້ ໃນມັງຄະລະວິລາສິນີວ່າ: ປຸຣະນະກັສສະປະ ເປັນອາຈາຣຍ໌ຂອງເຈົ້າລັດທິເປື້ອຍ ຮຽກວ່າ ອະເຈລະກະ (A Naked Ascetic) ເມື່ອສມັຍຍັງນ້ອຍໄດ້ເປັນຄົນໃຊ້ໃນຕະກູນໜຶ່ງ ເຊິ່ງມີຄົນໃຊ້ຢູ່ 100 ຄົນ ປຸຣະນະກັສສະປະ ເປັນທີ 100 ພໍດີ ຈຶ່ງຊື່ວ່າ ປຸຣະນະ ແປວ່າ ຄົບ ຫຼືເຕັມຮ້ອຍ.
ແຕ່ລູກສິດຂອງເພີ່ນວ່າ: ເທົ່າທີ່ໄດ້ຊື່ວ່າ ປູຣະນະນັ້ນ ເພາະທ່ານໄດ້ບັນລຸ ປູຣະນະຍານ ຫຼື ສັມໂພທິຍານ (Perfect Wisdom).
Dr. B.Barau .ມະຕິຫຼັງນີ້ ມີເຫຕຜົນໜ້າຟັງ ແລະເປັນສິ່ງທີ່ໜ້າເຊື່ອຫຼາຍກວ່າ ເພາະຕາມປວັຕວ່າ ປູຣະນະກັສ ສະປະ ເປັນລູກທີ່ຮັກຂອງຕະກູລຮັ່ງມີຕະກູນໜຶ່ງ ແລະຄຳວ່າ “ປູຣະນະ” ກໍໃຊ້ຮຽກກັນສະເພາະໃນຕະກູລພຣາມເທົ່ານັ້ນ ຂໍ້ນີ້ຍ່ອມສະແດງໃຫ້ເຫັນວ່າ ປູຣະນະກັສສະປະ ເປັນຜູ້ເກີດໃນຕະກູລພຣາມ ເຊິ່ງຖືວ່າເປັນວັນນະສູງສຸດ ຈຶ່ງບໍ່ໜ້າຈະເປັນຄົນໃຊ້.
ຄຳສອນຂອງປູຣະນະກັສສະ:
ທິສດີ ຫຼືຄຳສອນ (Theory) ຂອງປະຣະນະກັສສະປະ ມີ ວິນຍານ (Soul) ເປັນໜຶ່ງຢູ່ລ້າໆ ບໍ່ເຮັດຫຍັງ ແຕ່ຮ່າງກາຍ (Body) ຕ່າງຫາກເປັນຜູ້ເຮັດວຽກ, ສະນັ້ນ ວິນຍານຈຶ່ງບໍ່ມີສ່ວນຮັບຜິດຊອບ ຕໍ່ຜົລບຸນ ແລະບາບ ທີ່ຮ່າງກາຍໄດ້ ກະທຳໄວ້ ແລະວ່າບຸນບໍ່ມີບາບບໍ່ມີ ທຳດີບໍ່ໄດ້ດີ ທຳຊົ່ວບໍ່ໄດ້ຊົ່ວ, ຈະທຳເອງກໍດີ ໃຫ້ຜູ້ອື່ນທຳກໍດີ ຍ່ອມບໍ່ມີຜົລ ສິ່ງໃດກໍຕາມທີ່ ເຮັດລົງໄປແລ້ວ ຊົ່ວກໍຕາມ ດີກໍຕາມ ກໍເທົ່າກັບວ່າບໍ່ໄດ້ເຮັດ ບໍ່ມີບຸນຫຼືບາບເກີດຂຶ້ນ.
ທິສດີນີ້ຈັດເປັນ ອະກິຣິຍະທິຕຖີ ຫຼືອະກິຣະຍະວາທະ (Non Action) ຄືມີຄວາມເຫັນວ່າ ການກະທຳບໍ່ມີຜົລ ຫຼືບໍ່ເຊື່ອໃນຜົລຂອງກັມ.
ທິສດີນີ້ຄັດຄ້ານກັບພຸດທະວັຈຈະນທີ່ວ່າ “ກາຍກັບຈິຕເປັນສິ່ງທ່ີເນື່ອງດ້ວຍກັນ ແຍກກັນບໍ່ໄດ້ ທຳດີໄດ້ດີ ທຳຊົ່ວໄດ້ຊົ່ວ ທຳຢ່າງໃດໄດ້ຜົນຢ່າງນັ້ນ”
2. ມັກຂະລິໂຄສາຣ: (ອະເຫຕຸກະວາທະ ຫຼືອະເຫຕຸກະທິຕຖີ)
ມັກຂະລິໂຄສາຣ ເປັນບຸຕຂອງພຣາມມັກຂະລິ ມາຣດາຊື່ ພັທຣາ ເກີດທີ່ສາຣະວັນ ໃກ້ເມືອງສາວັຕຖີ ພຣະພຸດທະ ໂຄສາຈາຣຍ໌ກ່າວວ່າ “ໂຄສາຣະ” ແປວ່າ “ຜູ້ເກີດໃນຄອກງົວ”, ສັມຍຍັງເປັນເດັກ ມັກຂະລິໂຄສາຣ ໄດ້ເປັນຄົນຮັບໃຊ້ໃນຕະກູລໜຶ່ງ, ມັນໜຶ່ງໄດ້ເອົາໝໍ້ນ້ຳມັນຢ່າງໄປນຳທາງ ດ້ວຍຄວາມປາມາທ ຈຶ່ງພະລາດລົ້ມ ນາຍໄດ້ກ່າວເຕືອນວ່າ “ມັດຂະລິ” ແປວ່າ “ຈົງຢ່າພະລາດລົ້ມ” ຈຶ່ງໄດ່ຊື່ວ່າ ມັກຂະລິໂຄສາຣ.
ມັກຂະລິໂຄສາຣ ເປັນອາຈາຣຍ໌ເຈົ້າລັດທິອາຊີວະກະ ເປັນລູກສິດຄົນທຳອິດຂອງ ສາສດາປາຣັສວະນາຖ(Parasvanath) ຕົ້ນຂອງສາສນາເຊນ ແລະເຄີຍເປັນອາຈາຣຍ໌ຂອງນິຄັນຖະນາຕະບຸຕມາກ່ອນ, ໂດຍປົກກະຕິພວກຊີວົກ ເປັນພວກທີ່ທ່ອງທ່ຽວບໍ່ຄ່ອຍຈະຢູ່ເປັນທີ່ເປັນບ່ອນ, ມີຄວາມເຫັນບໍ່ໄປຕາມລັດທິຂອງຜູ້ອື່ນ ທີ່ບໍ່ແມ່ນອາຊີວົກດ້ວຍກັນ, ມັກຍົກໂຕຂົ່ມເພິ່ນ, ນັບເນື່ອງດ້ວຍພວກອະພຣົມມະຈາຣິຍະວາທະ ຄືເປັນຜູ້ມີຊີວິດຢູ່ບໍ່ສະອາດ, ບໍ່ຍອມຮັບອາຫາຣທີ່ຜູ້ອື່ນນຳຖວາຍ ຕົນໂດຍຈຳເພາະເຈາະຈົງ, ບໍ່ຍອມຮັບບິນທະບາຕ ໃນຂະນະທີ່ທາຍົກທາຍິກາ ກຳລັງຮັບປະທານອາຫານຢູ່ ບໍ່ ຍອມຮັບອາຫາຣທີ່ມີສຸນັກຍືນຢູ່ຂ້າງ ຫຼືແມງວັນຕອມ ເພາະຖືວ່າເປັນການຍາດຄວາມສຸຂຂອງຜູ້ອື່ນ, ບໍ່ຮັບປະທານປາ ແລະຊີ້ນທຸກຊະນິດ, ບໍ່ດື່ມສຸຣາ ແລະຂອງມືນເມົາທັງປວງ, ບໍ່ສະສົມເຂົ້າປາອາຫາຣ ໃນເວລາອຶດຢາກ, ພວກນີ້ມີຄວາມ ເສັຍສລະ ມີຄວາມພຽນ ແລະມິຈິຕເມຕຕາສູງ.
ຄຳສອນຂອງມັກຂະລິໂຄສາຣ:
ມັກຂະລິໂຄສາຣ ເປັນຜູ້ຕັ້ງລັດທິອາຊີວະກະ ວັນໜຶ່ງທ່ານໄດ້ເຫັນໜໍ່ໄມ້ ທີ່ຫ່ຽວແຫ້ງແລ້ວປົ່ງອອກມາໃໝ່ ແລ້ວຈະເຣີນໃຫຍ່ໂຕຂຶ້ນກວ່າເກົ່າ ຈຶ່ງເຮັດໃຫ້ເກີດທັສນາຄະຕິຂຶ້ນມາວ່າ ສັດທັງ ຫຼາຍຈະຕ້ອງຟື້ນຄືນຊີບອີກ(Reincarnatim) ບໍ່ສູນຫາຍໄປຈາກໂລກນີ້ ແລະມີພົບທີ່ແນ່ນອນບໍ່ປ່ຽນແປງ ບໍ່ວ່າຈະເປັນພົບຊັ້ນຕ່ຳ ຫຼຶພົບຊັ້ນສູງກໍຕາມ, ສັດທັງຫຼາຍບໍ່ມີເຫຕ, ບໍ່ມີປັຈຈັຍ, ກາຣ ກະທຳບໍ່ມີ, ຜົລຂອງກາຣກະທຳບໍ່ມີ ທຸກສິ່ງທຸກຢ່າງຂຶ້ນຢູ່ກັບຄວາມບັງເອີນ ຫຼືໂຊກວາສນາ (Fate) ຫຼືອຳນາຈຂອງດວງດາວ ພົບຂອງສັຕວ໌ຕ່າງມີຫຼວງຫຼາຍ, ສຣູປແລ້ວມີ 6 ຄື:
1. ພົບຂແງສັຕວ໌ທີ່ມີອາຊີບບໍ່ສະອາດເຊັ່ນ: ເກີດເປັນນາຍພານ ແລະຊາວຫາປາເປັນຕົ້ນ.
2. ພົບຂອງສັຕວ໌ທີ່ມີວັນນະຄືສີຂຽວ ເຊັ່ນ: ໂຍຄີ, ຣືສີ, ນັກພົດ ທີ່ປະພຶດພຣົມມະຈັນຢ່າງເຄັ່ງຄັດ(ຣວມທັງພຸດທະສາວົກດ້ວຍ).
3. ພົບຂອງຜູ້ມີວັນນະສີ ເຊັ່ນ: ພຣະໃນສາສນາເຊນ ເປັນຕົ້ນ.
4. ພົບຂອງຜູ້ມີວັນນະສີເຫຼືອງ ເຊັານ ສາວົກຊີເປືອຍ ແລະພວກອາຊີວົກ ເປັນຕົ້ນ.
5. ພົບຂອງຜູ້ມີວັນນະສີຂາວ ເຊັ່ນ: ພຣະຂອງພວກຊີວົກ.
6. ພົບຂອງຜູ້ມີວັນນະສີຂາວລ້ວນ (Very White) ເຊັ່ນ: ນັກສະແຫວງຫາບຸນຂອງສາສນາ, ພວກຊີວົກ.
ມັກຂະລິໂຄສາຣ ຈັດເຂົ້າໃນເຈົ້າລັດທິ ອະເຫຕຸກະທິດຖີ ຫຼືອະເຫຕຸກະວາທະ ຄືມີຄວາມ ເຫັນວ່າ ສິ່ງທັງຫຼາຍບໍ່ມີເຫຕຸ(Without Couse) ບໍ່ມີປັຈຈັຍ(Without Result) ສິ່ງທັງຫຼາຍເປັນມາຂອງມັນເອງ ໂດຍມັນເອງ ແລະເພື່ອມັຣເອງ ບໍ່ມີໃຜສ້າງ.
ພຣະພຸດທະອົງຕັສວ່າ ລັທທິຂອງມັກຂະລິໂຄສາຣນີ້ ເປັນລັທທິທີ່ໄຮ້ປະໂຫຍດທີ່ສຸດໃນ ບັນດາລັທທິທັງຫຼາຍ ດ່ັງພຣະພຸດທະອົງຄ໌ຕັສໄວ້ໃນອັງຄຸຕຕະນິກາຍວ່າ:
“ດູກ່ອນພິກຂຸທັງຫຼາຍ, ຜ້າກັມພົລທີ່ເຮັດຂົນມະນຸສຍ໌ ບັນດິດກ່າວວ່າຂີ້ຮ້າຍກວ່າຜ້າທີ່ຊ່າງ ຕ່ຳຫູກ ຕ່ຳແລ້ວທຸກຊະນິດ ຜ້າກັມພົລທີ່ເຮັດດ້ວຍຜົມມະນຸສຍ໌ ໃນຣະດູໜ້າກໍເຢັນ, ໃນຣະດູຮ້ອນ ກໍຮ້ອນ, ສີບໍ່ງາມ, ກິ່ນເໝັນ ສັມຜັສບໍ່ສະບາຍສັນໃດ, ດູກ່ອນພິກຂຸທັງຫຼາຍ ວາທະຂອງເຈົ້່າລັທທິ ຊື່ວ່າ ມັກຂະລິ ກໍສັນນັ້ນຄືກັນ, ບັນດິດກ່າວວ່າປຶກກວ່າວາທະ ຂອງສາມະນະທີ່ປຶກໜ້າ(ປຸຖຸສະມະ ນະ) ທຸກຈຳພວກ ເຈົ້າລັທທິຊືວ່າ ມັກຂະລິ ເປັນໂມຄະບູຣຸສ(ຄົນໄຮ້ປະໂຫຍດ) ມີວາທະແບບນີ້ວ່າ “ກັມ” ບໍ່ມີ, ຜົມຂອງກັມ(Re-Action) ບໍ່ມີ, ຄວາມພຽນ(Effort) ບໍ່ມີ" (ພຣະສູຕຕັນຕະປິດົກ ອັງຄຸຕຣະນິກາຍ, ຕິກກະນິບາຕ ໜ້າ 365 ພຣະໄຕຣປິດົກ ໜ້າ 459 ສະບັບພາສາໄທຍ).
3. ອະຊິຕະເກສາກັມພົລ: (ອຸສເສທະວາທະ ຫຼືນັຕຖິກະວາທະ)
ອະຊິຕະເກສາກັມພົລ ເປັນເຈົ້າລັທທິທີ່ມີຊື່ສຽງທ່ານໜຶ່ງໃນສມັຍພຸທທະກາລ, ເກສະກັມ ພົລ ແປວ່າ ຜູ້ນຸ່ງຫົ່ມຜ້າທີ່ເຮັດດ້ວຍຜົມ(Hair Gaument) ຜ້າຊະນິດນີ້ ຈັດວ່າເປັນຜ້າທີ່ຫຍາບ ແລະບໍ່ເປັນຕາເບິ່ງ ເພິ່ນຜູ້ມນີ້ມີຄວາມຄິດເຫັນຮຸນແຮງ ຄັດຄ້ານຫຼັກການຂອງເຈົ້າລັທທິທັງຫຼາຍ ຣວມທັງຫຼັກທັມຂອງພຣະພຸທທະອົງຄ໌ນຳ.
ຄຳສອນຂອງອະຊິຕະເກສາກັມພົລ:
ອະຊິຕະເກສາກັມພົລ ມີຄວາມເຫັນວ່າທຸກສິ່ງທຸກຢ່າງຂາດສູນ(ອຸເສທະວາທະ, ນັດຖິກະ ວາທະ) ບໍ່ມີຄົນບໍ່ມີສັຕວ໌, ບໍ່ມີມາຣດາ, ບິດາບໍ່ມີ, ສະມະນະ ແລະພຣາມ, ບຸນບໍ່ມີ, ບາບບໍ່ມີ, ເຮັດ ບຸນບໍ່ໄດ້ບຸນ, ເຮັດບາບບໍ່ໄດ້ບາບ, ເຮັດຫຍັງລົງໄປກໍບໍ່ພໜງແຕ່ວ່າເຮັດເທົ່ານັ້ນ, ການບູຊາເທພະ ເຈົ້າຍ່ອມໄຮ້ຜົລ, ກາຣເຄົາຣົບນັບຖື ຄົນທີ່ຄວຣເຄົາຣົບຍ່ອມໄຮ້ຜົລ, ໂລກນີ້ບໍ່ມີ, ໂລກໜ້າບໍ່ມີ, ສັຕວ໌ ທັງຫຼາຍຕາຍແລ້ວສູນ, ບໍ່ມີກາຣວຽນວາຍຕາຍເກີດອີກ, ຕາຍແລ້ວແລ້ວໄປ, ຮ່າງກາຍຂອງຄົນໄປ ຈົບລົງທີ່ປ່າຊ້າ, ບຸນຄຸນຂອງບິດາມາຣດາ ສາມະນະຊີພຣາມບໍ່ມີ, ທຸກຄົນຍ່ອມເຮັດຕາມໜ້າທີ່ ຂອງຕົນ ພໍ່ແມ່ນີໜ້າທີ່ຍັງບຸດໃຫ້ເກີດ ເມື່ອເກີດແລ້ວກໍມີໜ້າທີ່ເບິ່ງແຍງ, ລູກບໍ່ຈຳເປັນຕ້ອງຄິດເຖິງ ບຸນຄຸນຂອງພໍ່ແມ່, ໃຜກໍ່ເຫຕກໍໄດ້ຮັບຜົລຂອງເຫຕ.
ອະຊິຕະເກສາກັມພົລ ເຫັນວ່າ ສິ່ງທີ່ເກີດຂຶ້ນມາເອງ ເຊັ່ນ: ເທວະດາ ຫຼຶສັຕວ໌ຈຳພວກອຸປະ ຕິກະ(Chance born being)ບໍ່ມີ, ຮ່າງກາຍຂອງສັຕວ໌ທັງຫຼາຍປະກອບດ້ວຍທາຕ 5 ຄື, ດິນ, ນ້ຳ, ລົມ, ໄຟ ແລະອາກາສທາຕ; ເມື່ອເຖິງແກ່ຄວາມຕາຍແລ້ວ ທາຕຕ່າງກໍປ່ຽນສະພາບໄປຕາມສະ ພາວະຂອງມັນ ເຊັ່ນ: ທາຕດິນກໍກາຍເປັນດິນ, ທາດນ້ຳກໍກາຍເປັນນ້ຳ, ທາຕລົມກໍກາຍເປັນລົມ, ທາຕໄຟກໍກາຍເປັນໄຟ, ໃນຂະນະດຽກັນອິນຊີກໍກັບໄປສູ່ອາກາສທາຕ, ກາຣບໍຣິຈາກທານ ເປັນ ເຣື່ອງຄົໂງ່ຈ້າ, ສະນັ້ນ ຄວຣສແວງຫາຄວາມສຸຂໃນຂະນະທີ່ມີຊີວິດຢູ່ ຈະໄດ້ມາໂດຍການປຸ້ນດ ຕັດທາງ, ຢ່າງເບົາ, ເຜົາເຮືອນ, ສັງຫາຣຊີວິຕ, ປະພຶດຜິດໃນສິລທັມ ຖືເປັນກາຣທີ່ດີຄວນເຮັດ.
ລັທທິນີ້ ສອນໜັກໄປໃນທາງວັຕຖຸນິຍົມ(Materialism) ຖືວັຕຖຸນິຍົມເປັນໃຫຍ່ກວ່າສິ່ງທັງປວງ.
4. ປະກຸທະກັຈຈາຍະນະ: (ນັຕຖິກະວາທາ, ສັສຕະວາທະ)
ປະກຸທະກັຈຈາຍະນະ ເກີດໃນຕະກູລພຣາມ ມີຄວາມສົນໃຈໃນສາສນາມາຕັ້ງແຕ່ຍັງນ້ອຍ ເມື່ອໃຫຍ່ຂຶ້ນມາເກີດຄວາມເບື່ອໜ່າຍໂລກ ໄດ້ສລະຢ້າວເຮືອນອອກສແວງຫາໂມກຂະທັມ ຈົນ ກາຍເປັນອາຈາຣຍ໌ທີ່ມີຊື່ສຽງທ່ານໜຶ່ງໃນບັນດາຄຣູທັງ 6.
ປະກະທະກັຈຈາຍະນະ ມີຄວາມເຫັນວ່າສະພາວະທີ່ແຍກໄປບໍ່ໄດ້ອີກ ມີຢູ່ 7 ຢ່າງຮຽກວ່າ: “ສັຕຕະກາຍາ” ໄດ້ແກ່ທາຕທັງ 7 (Seven Element) ຄື:
1. ປະຖະວີ ທາຕດິນ(Earth) ໄດ້ແກ່ສະພາວະຂອງແຂງ.
2. ອາໂປ ທາຕນ້ຳ(Water) ໄດ້ແກ່ສະພາວະຂອງແຫຼວ.
3. ເຕໂຊ ທາຕໄຟ(Fire) ໄດ້ແກ່ສະພາວະຄວາມຮ້ອນ.
4. ວາໂຍ ທາຕລົມ(Winc) ໄດ້ແກ່ສະພາວະທີ່ມີກາຣເຄື່ອນໄຫວ.
5. ສຸຂ ທາຕແຫ່ງຄວາມສຸຂ(Pleasure)) ໄດ້ແກ່ສະພາວະທີ່ໃຫ້ເກີດຄວາມສຸຂ.
6. ທຸກຂະ ທາຕແຫ່ງຄວາມທຸກຂ໌(Pain) ໄດ້ແກ່ສະພາວະ ທີ່ໃຫ້ເກີດຄວາມ ທຸກຂ໌.
7. ຊີວະ ທາຕແຫ່ງຄວາມມີຊີວະ ຫຼືວິນຍານ (Soul)
ຄວາວ່າ “ກາຍ” ໃນຄວາມໝາຍ “ສັຕຕະກາຍາ” ບໍ່ໄດ້ໝາຍເຖິງຮ່າງກາຍ(Body) ແຕ່ ໝາຍເຖິງທາຕ ກອງສະພາວະໝວດໝູ່ (Element, Group).
ບັນດາທາຕທັງ 7 ນີ້ມີຄວາໝັ້ນຄົງຢູ່ໃນຕົນອງ ຕ່າງໝວດຕ່າງເປັນອິສຣະຂອງໃຜມັນ ບໍ່ຂຶ້ນແກ່ກັນ ແລະເຮັດໜ້າທີ່ໄປຕາມສະພາວະຂອງມັນ ບໍ່ມີໃຜເປັນໃຫຍ່, ບໍ່ມີໃຜສ້າງ, ບໍ່ມີໃຜບັນ ດາລ, ບໍ່ມີໃຜບົ່ງກາຣ, ບໍ່ສາມາຖຈະຍັງສຸຂ ແລະທຸກຂໍ່ໃຫ້ເກີດຂຶ້ນແກ່ກັນແລະກັນໄດ້, ເຊັ່ນ ບູຣຸສຄົນໜຶ່ງ ໃຊ້ມີດແຫຼມແທງບູຣຸສອີກຄົນໜຶ່ງ ໃຫ້ເຖິງແກ່ຄວາມຕາຍ ຄົນແທງບໍ່ໄດ້ຖືວ່າເປັນຜູ້ຂ້າ ແລະຄົນທີ່ຕາຍບໍ່ໄດ້ຖືວ່າເປັນຜູ້ຖືກຂ້າ ກາຣທີ່ບຸຣຸສໃຊ້ມີດແທງນັນເປັນພຽງແຕ່ວ່າ ທາຕຊະ ນິດໜຶ່ງແລ່ນຜ່ານທາຕອີກຊະນິດໜຶ່ງເຂົ້າໄປເທົ່ານັ້ນ, ເຊັ່ນດຽວກັບເຮົາໃຊ່ມີດຂີດນ້ຳ ຄວາມເຫັນນີ້ ຈຶ່ງຈັດເປັນ ນັຕຖິກະວາທະ.
ຄຳວ່າ “ໂລກ” ຕາມຄວາມເຫັນຂອງປະກຸທະກັຈຈາຍະນະ ໝາຍເຖິງ “ປົກຕິ” ໄດ້ແກ່ສະພາວະທ່ີມີຄວາມເປັນຢູ່ ໂດຍປົກກະຕິ ຫຼືເປັນຢູ່ໂດຍທັມມະຊາຕ, ເຊັ່ນ: ພຣະອາທິຕຍ໌, ພຣະຈັນທຣ໌, ດິນ, ນ້ຳ, ລົມ, ໄຟ, ແລະອາກາສເປັນຕົ້ນ, ສິ່ງເຫຼົ່ານີ້ເກີດຂຶ້ນຈາກສະພາວະຂອງມັນ ເອງ ໂດຍມັນເອງ ແລະເພື່ອມັນເອງ, ບໍ່ມີໃຜສ້າງ ແລະເຮັດໃຫ້ປ່ຽນແປງໄປຕາມສະພາວະເດີມໄດ້, ພຣະພຸທທະອົງຊົງຈັດລັທທິນີ້ວ່າ” ລັທທິນີ້ເປັນສັສຕະວາທະ ຄື ມີຄວາມເຫັນວ່າໂລກທ່ຽງ(the World is Eternal).
5. ສັນຊັຍເວລັຕຖະບຸຕ: (ອະມະຣາມິເຂປິກາ)
ສັນຊັຍເວຣັຕຖະບຸຕ ເປັນເຈົ້າລັທທິພວກປະຣິພາຊົກ ຕັ້ງສຳນັກເຜີຍແຜ່ລັທທິຢູ່ທີ່ເມືອງ ຣາຊຄືຫ໌ ຣັຖມະຄົທ ເປັນທີ່ເຫຼື້ອມໃສນັບຖືຂອງຄົນ ເປັນຈຳນວນຫຼາຍ ແລະໄດ້ເປັນອາຈາຣຍ໌ຂອງ ພຣະໂມຄຄັລລານະ ແລະພຣະສາຣີບຸຕມາກ່ອນດ ປະວັຕຂອງທ່ານຜູ້ນີ້ບໍ່ຄ່ອຍຈະມີຫຼັກຖານ.
ຄຳສອນຂອງສັນຊັຍລັຕຖະບຸຕ
ສັນຊັຍ ເປັນເຈົ້າລັທທິທີ່ມີຄວາມເຫັນປິ້ນໄປປິ້ນມາ ເອົາແນ່ນອນບໍ່ໄດ້ ມີຄວາມເຫັນຄັດ ຄ້ານ ບໍ່ກ້າຍອມຮັບອັນໃດທັງໝົດ ບໍ່ສາມາດບັນຍັດອັນໃດໃຫ້ຕາຍໂຕລົງໄປ ເພາະບໍ່ຮູ້ແທ້ແດ່, ເພາະຢ້ານຜິດແດ່, ເພາະຫຼິ້ນສານວນແດ່, ທ່ານມີຄວາມເຫັນວ່າ:
1. ຜົນຂອງກັມດີກັມຊົ່ວຊົວບໍ່ມີ, ຈະວ່າບໍ່ມີກໍບໍ່ແມ່ນ, ຈະວ່າບໍ່ມີກໍບໍ່ແມ່ນ, ບໍ່ແມ່ນທັງສອງຢ່າງ.
2. ໂລກນີ້ ແລະໂລກໜ້າບໍ່ມີ, ຈະວ່າບໍ່ມີກໍບໍ່ແມ່ນ, ຈະວ່າມີກໍບໍ່ແມ່ນ ບໍ່ແມ່ນທັງສອງຢ່າງ.
3. ວິນຍານບໍ່ມີ, ຈະວ່າບໍ່ມີກໍບໍ່ແມ່ນ ຈະວ່າມີກໍບໍ່ອມ່ນ ບໍ່ແມນທັງສອງຢ່າງ.
ທິສດີຂອງສັນຊັຍນີ້ຟັງຍາກ ເອົາແນ່ນອນບໍ່ໄດ້ ຈັບໃຈຄວາມຢາກທ່ານປຽບເໝືອນກັບການ ຈັບອ່ຽນ ຈຶ່ງໄດ້ຊື່ວ່າ “ອະມະຣາວິກເຂປິກາ” ແປວ່າຜູ້ເວົ້າບໍ່ຢູ່ກັບທີ່ ຄືຈັບເອົາໃຈຄວາມບໍ່ໄດ້, ແຕ່ບໍ່ຈັດເປັນອະກິຣິຍະວາທະ ເຊິ່ງປະຕິເສດຜົລບຸນ-ຜົລບາປ ທີ່ຕົນກະທຳໄວ້.
ໃນ ກະຣະຕັງຄະສູຕ ໄດ້ກ່າວປະນາມລັທທິນີ້ວ່າ: ເປັນລັທທິຂອງຄົນຕາບອດ ບໍ່ສາມາຖຈະນຳຕົນ ແລະຄົນອື່ນໃຫ້ເຂົ້າຮອດຄວາມຈິງໄດ້, ເປັນບຸຄຄົລປະເພດປັນຍາອ່ອນ ບໍ່ສາມາຖ ຕັດສິນສິ່ງໃດ ລົງໄປຢ່າງເດັດຂາດ ເພາະເນື່ອງມາຈາກຄວາມບໍ່ຮູ້ແທ້ນັ້ນເອງ.
6. ນິຄັນທະນາຕະບຸຕ:
ນິຄັນຖະນາຕະບຸຕ ຫຼືສາສນດາມະຫາວິຣະ ເປັນສາສດາຄົນທ່ີສຳຄັນທີ່ສຸດ ໃນບັນດາຄຣູທັງ 6 ທ່ານໃຊ້ຊີວິຕຢູ່ໃນຮຸ່ນຮາວຄາວດຽວກັບພຣະພຸດທະອົງ ແຕ່ກ່ອນພຣະພຸດທະອົງໜ່ອຍ ໜຶ່ງ, ເກີດທີ່ກຸນທະຄາມ ໃນເມືອງເວສາລີ ຣັຖວັຊຊີ ໃນຕະກູລນາຍະ(Naya), ພຣະບິດາພຣະ ນາມວ່າ ສິດທາດ(ສິຕທຣາຖ) ຊົງເປັນພຣະຣາຊາພຣະອົງຄ໌ໜຶ່ງ ໃນຄະນະຣາຊຂອງພຣະເຈົ້າລິສວີ ພຣະມາຣດາພຣະນາມວ່າ ຕິຣສລາ.
ສມັຍຍັງຊົງພຣະເຍົາ, ນິຄັນຖະ ມີຄວາມກ້າຫານຫຼາຍ ສະນັ້ນຈຶ່ງໄດ້ພຣະນາມວ່າ “ວິຣະ” ຫຼື “ມະຫາວິຣະ” ກາລຕໍ່ມາຈຶ່ງໄດ້ພຣະນາມໃໝ່ວ່າ “ຊິນິ” ແປວ່າ ຜູ້ຊະນະ(Conquerer) ເມື່ອພຣະຊົນໄດ້ 30 ພັນສາ, ພຣະບິດາ ແລະພຣະມາຣດາສວັນຄ໌ນະຄົຕ ນິຄັນຖະນາຕະບຸຕ ຈຶ່ງໄດ້ຊອກຫາທາງທີ່ຈະອອກບວຊ, ຄັນຕໍ່ມາເມື່ອທຳອິດຂອງຣະດູໜາວ ກໍໄດ້ສລະຣາຊບັລລັງກ໌ ອອກບວຊເປັນພຣະປະຣິພາຊົກ ຄືພວກທ່ອງທ່ຽວ ໄດ້ຍອມຕົນເປັນລູກສິຕຂຶງ ປາຣ໌ສວາ (Parsva) ເຊິ່ງຖືວ່າເປັນຕິຖັງກອຣ(ສາສດາ) ອົງທີ 23 ຂອງສາສນາເຊນ ແລະນິຄັນຖະນາຕະ ບຸຕ ໄດ້ອອກເດີນທາງທ່ອງທ່ຽວໄປໃນທີ່ຕ່າງໆ ບໍ່ຄ່ອຍຈະຢູ່ບ່ອນເກົ່າ ໃນກາຣເດີນທາງບໍ່ເຄີຍນອນ ແຮມຄືນໃນບ້ານນານກວ່າ 1 ຄືນ ແລະໃນເມືອງບໍ່ເກີນ 5 ຄືນ, ໄດ້ໃຊ້ເວລາສແວງໂມກຂະທັມຢູ່ 12 ປີ ຈຶ່ງສພເຣັດອໍຣະຫັນ ປະກາສຄຳສອນຢູ່ 30 ປີ ຈຶ່ງນິພພານ.
ຄຳສອນຂອງນິຄັນຖຕະນາຕະບຸຕ
ຄວາມປະສົງຂອງລັທທິນີ້ ກໍເພື່ອຈະພົ້ນຈາກສັງສາຣະທຸກຂ໌ ເໝືອນກັນກັບພຣະພຸດທະ ສາສນາ, ຄວາມຫຼຸດພົ້ນນີ້ຮຽກວ່າ “ໂມກສະ” ຜູ້ທີ່ຈະບັນລຸໂມກສະໄດ້ ຈະຕ້ອງສຳເຣັດ ເກວະລັຊ ຍານ (ຄວາມຮູ້ທີ່ຈະສິ້ນສຸດແລ້ວ) ຜູ້ທີ່ບັລລຸຊານນີ້ ຮຽກວ່າ ເກວະລິນ.
ທາງທ່ີ່ຈະໄປສູ່ໂມກສະນັ້ນ ຄື ແກ້ວ 3 ປະກາຣ ຄື:
1. ຄວາມເຫັນຊອບ ຄື ຮູ້ຫຼືເຂົ້າໃຈຕາມຫຼັກຄຳສອນຂອງພຣະມະຫາວິຣະ.
2. ຄວາມຮູ້ຊອບ ຄື ຮູ້ຫຼືເຂົ້າໃຈຕາມຫຼັກຄຳສອນຂອງພຣະມະຫາວິຣະ.
3. ຄວາມປະພຶດຊອບ ຄື ປະພຶດຕາມຫຼັກສິລທັມ ທ່ີພຣະມະຫາວິຣະທີ່ໄດ້ບັນຍັຕໄວ້.
ສາສດາມະຫາວິຣະ ໄດ້ໃຫ້ທັສນະກ່ຽວກັບພຣະເຈົ້າວ່າ “ພຣະເຈົ້າແຫ່ງທ້ອງຟ້າ, ພຣະເຈົ້າແຫ່ງພາຍຸ, ພຣະເຈົ້າແຫ່ງສາຍຟ້າດ ຂໍຝົນຈົ່ງຕົກ, ຂໍຝົນຈົ່ງຢ່າໃຫ້ຕົກ” ແຕ່ເມື່ອຮູ້ທັມມະຊາຕຂອງສິ່ງທັງຫຼາຍແລ້ວ ກໍອາດກ່າວວ່າ “ອາກາດ ເມກຝົນໄດ້ຕັ້ງຂຶ້ນແລ້ວ ລອຍລົງມາແລ້ວ ຫຼືໄດ້ຕົກແລ້ວ”.
ເຊນສາສະນິກ ຖືວ່າ ກາຣທໍຣະມາຣຕົນໃຫ້ລຳບາກ ຄື ອັຕກິຣະມັຕຖານຸໂຍກ (Self Mor-tificatipm) ເປັນທາງທີ່ຈະນຳໄປສູ່ໂມກສະ ຄື ຄວາມຫຼຸດພົ້ນອອກຈາກສັງສາຣະທຸກຂ໌ໄດ້, ບໍ່ວ່າຈະເກີດຂຶ້ນທາງກາຍ, ວາຈາ ແລະໃຈ.
ມີເຣື່ອງເລົ່າວ່າ ຄັ້ງໜຶ່ງຂະນະທີ່ສາສດາມະຫາວິຣະກັລງນັ່ງເຂົ້າສະມາທິຢູ່ທີ່ທົ່ງນາ ມີຊາວບ້ານຜູ້ໜຶ່ງມາເຫັນ ຕ້ອງກາຣພິສູຈນ໌ວ່າ ທ່ານມີຄວາມອົດທົນພຽງໃດ ຈຶ່ງໃຊ້ໄຟຈີ້ຣະຫວ່າງຂໍ້ຕີນ ເອົາຕະປູແທງເຂົ້າໄປໃນຮູຫູ ແຕ່ທ່ານກໍນັ່ງສງົບຢູ່ບໍ່ເນັງບໍ່ຕີງ ຄົງຍັງນັ່ງເຂົ້ານັ່ງສະມາທິເປັນປົກຕິ.
ເມື່ອຮອດຣະດູໜາວ ພວກໄທບ້ານຕ້ອງພາກັນໜຸ່ງຜ້າຫົ່ມໜາໆ ອາໃສຢູ່ໃນທີ່ອົບອຸ່ນ ແຕ່ພຣະມຫາວິຣະຈາຣີກທ່ອງທ່ຽວໄປເລື້ອຍໆ ບໍ່ຈຳເປັນຕ້ອງອາໄສທີ່ບັງລົມໜາວ, ເມື່ອຮອດເວລາ ແຖຜົມ ຄົນທົ່ວໄປຕ້ອງໃຊ້ມີດແຖ, ແຕ່ພຣະມະຫາວິຣະໃຫ້ມືຫຼົກ ເປັນຜູ້ມັກນ້ອຍສັນໂດດດ ຖືເປັນອະຫິງສາຢ່າງເຄັງຄັດ, ບໍ່ອາໄສອາຫາຣຊິ້ນທຸກຢ່າງ, ບໍ່ດື່ມນ້ຳເຢັນ, ດື່ມແຕ່ນ້ຳຕົ້ມ, ໂດຍໂດຍມີຄົນຕົ້ມຖວາຍ ເພາະຢ້ານຈະກືນເອົາສັດທີ່ມີຊີວິດ ເຂົ້າໄປນຳ ມີຜ້າຂາວບາງໆອັດດັງ ແລະປາກ, ເພື່ອປ້ອງກັນບໍ່ໃຫ້ສັດນ້ອຍໆ ເຂົາໄປເມື່ອເວລາຫາຍໃຈ, ບໍ່ຈັບເງິນ ແລະຄຳ ບໍ່ຂີ່ຣົດ ແລະເຮືອ ໄປໃສມາໃສກໍມີແຕ່ຢ່າງເທົ່ານັ້ນ.
ພຣະຂອງສາສນາເຊນ ຈະຕ້ອງຮັກສາສິລ 5 ຂໍ້, ຮຽກວ່າ “ອະນາຄະຣະທັມ” ຢ່າງເຄັ່ງຄັດ ສີລ 5 ຂ້ໍນັ້ນຄື:
1. ເວັ້ນຈາກການຂ້າສັຕວ໌ ທີ່ມີລົມຫາຍໃຈ ບໍ່ຂ້າ ບໍໍທຳດ້ວຍຕົນເອງ ຫຼືໃຊ້ໃຫ້ຄົນອື່ນກະທຳ ຫຼືເຫັນດີນຳຜູ້ອື່ນ.
2. ເວັ້ນຈາກກາຣເວົ້າຕົວະ ເຊິ່ງອາດເກີດຈາກວາມໂກດ, ຄວາມໂລບ , ຄວາມຢ້ານ, ບໍ່ເວົ້າເອງ ຫືຼບັງຄັບໃຫ້ຜູ້ອື່ນເວົ້າ ຫຼືເຫັນດີນຳເມື່ອຜູ້ອື່ນເວົ້າ.
3. ເວັ້ນຈາກການຈັບເອົາສິ່ງຂອງທີ່ຜູ້ອື່ນບໍ່ໄດ້ໃຫ້ ບໍ່ວ່າສິ່ງນັ້ນຈະຢູ່ໃນບ້ານດ ໃນເມືອງ, ໃນປ່າ ຈະຫຼາຍຫຼືນ້ອຍ ຈະມີຊີວິຕຫຼືບໍ່ມີຊີວິດກໍຕາມ, ຈະບໍ່ຖືເອົາດ້ວຍຕົນເອງ ຫຼືບັງຄັບໃຫ້ຜູ້ອື່ນຖືເອົາ ຫຼືເຫັນດີນຳ ເມື່ອຜູ້ອື່ນຖືເອົາ.
4. ເວັ້ນຈາກກາມມະຄຸນ ປະພຶດຜິດໃນກາມ ບໍ່ເປີດປ່ອງທາງໃຫ້ເກີດຄວາມກຳນັດ ຍິນດີ ໃນການເກີດຂຶ້ນ, ບໍ່ກະທຳດ້ວຍຕົນເອງ ຫຼືບັງຄັບໃຫ້ຜູ້ອື່ນກະທຳ ຫຼືເຫັນດີນຳເມື່ອຜູ້ອື່ນກະທຳ.
5. ບໍ່ຍິນດີໃນກາມະວັຕຖຸ ບໍ່ວ່າໜ້ອຍຫຼືຫຼາຍ ນ້ອຍຫຼືໃຫຍ່ ມີຊີວິຕຫຼືບໍ່ມີຊີວິຕກໍຕາມ ຈະບໍ່ຍິນດີໃນສິ່ງນັ້ນ ບໍ່ບັງຄັບໃຫ້ຜູ້ອື່ນຍິນດີ ແລະບໍ່ຍິນດີກັບຄົນອື່ນ.
ເຊນສາສນິກຈະຕ້ອງຮັກສາສີລ 12 ຂໍ້
(ອາຄາຣະທັມ ທັມຂອງຜູ້ຄອງເຮືອນ)
1/ ເວັ້ນຈາກກາຣທຳລາຍສິ່ງທີ່ມີຊີວິຕ.
2. ເວັ້ນຈາກກາຣເວົ້າຕົວະ.
3. ເວັ້ນຈາກກາຣຖືເອົາສິ່ງຂອງທີ່ຜູ້ອື່ນບໍ່ໄດ້ໃຫ້.
4. ເວັ້ນຈາກກາຣປະພຶດຜິດໃນກາມ ໃຫ້ມີຄວາມສັນໂດດໃນພຣິຍາຂອງຕົນເອງ.
5. ມີຄວາມພໍໃຈໃນຄວາມປາຖນາ ຫຼືຄວາມພໍໃຈໃນສິ່ງທີ່ຕົນມີຢູ ແລະຊັພຍ໌ສົມບັຕຂອງຕົນ ໃຫ້ເກີດຜົລແກ່ສ່ວນຣວມ ບໍ່ເພີ່ມເຕີມຊັພຍ໌ໃນທາງທຸຈະຣິຕ.
6/ ເວັ້ນຈາກອາຣົມທີ່ກໍ່ໃຫ້ເກີດຄວາມຊົ່ວ ເຊັ່ນ: ເວັ້ນຈາກການທ່ຽວ ທີ່ບໍ່ຈຳເປັນເປັນຕົ້ນ.
7/ ຮູ້ຈັກປະມານໃນການໃຊ້ສອຍ ເຄື່ອງອຸປະໂພຄບໍຣິໂພຄ.
8/ ເວັ້ນຈາກທາງທີ່ຈະກໍ່ໃຫ້ເກີດອາຊຍາກັມ.
9/ ບໍ່ອອກພົ້ນເຂຕໂດຍທິສໃດທິຕໜຶ່ງ ໃນເວລາພໍ່າເພັງພົຕ.
10. ພ່ຳເພັງພົຕທຸກເທສກາລ.
11. ຢູ່ຈຳອຸໂປສົຖ
12. ໃຫ້ທານໂດຍຈຳເພາະຢ່າງຍິ່ງ ແກ່ພຣະໃນນິກາຍນີ້.
ລັທທິສາສນາເຊນ ເຫັນວ່າກົກໄມ້, ຫຍ້າດ ກ້ອນຫີນ ຫຼືວັຕຖຸທານທຸກສະນິດ ມີວິນຍານ ກາຣຂ້າກາຣທຳລາຍ ສິ່ງທີ່ມີວິນຍານເປັນບາບ ສາສນານີ້ສອນໃຫ້ຍຶດໝັ້ນຫຼັກອະຫິງສາຢ່າງເຄັ່ງຄັດ.
ຫຼັງຈາກ ພຸດທະປະຣິນິພພານແລ້ວ 240 ປີ ສາສນາເຊນໄດ້ແຕກອອກເປັນ 2 ນິກາຍ ຄື ນິກາຍເສຕັມພຣ ແລະນິກາຍທິຄັມພຣ ພຣະໃນນິກາຍທິຄັມພຣ ບໍ່ນຸ່ງຫົ່ມຜ້າ ແຕ່ກໍບໍ່ໄດ້ສະແດງການ\ຣບຽດບຽນຢ່າງຮຸນແຮງ, ເວລານີ້ຄົນນັບຖືສາສນານີ້ຢູ່ປະມານ 2 ລ້ານກ່ວາຄົນ, ໃນອິນເດັຍ ສາສນານີ້ບໍ່ໄດ້ແຜ່ໄປໃນຕ່າງປະເທສ ເໝືອນກັບສາສນາອື່ນ ເພາະພຣະໃນສາສນານີ້ເຄັ່ງຄັດວິນັຍຫຼາຍ.
ຄຳສອນຂອງສາສນານີ້ ມີສ່ວນເໝືອນກັບຄຳສອນຂອງພຣະພຸດທະສາສນາຫຼາຍ, ແຕ່ໃນລັດທິນີ້ມຸ້ງກາຣທໍຣະມາຣຕົນໃຫ້ລຳບາກ ຮຽກວ່າ “ອັຕຕະກິຣະມັຕຖານຸໂຍຄ”. ພຣະອົງຄ໌ຈຶ່ງຄັດ ຄ້ານ ເພາະເປັນອັນຕະຣາຍ ພຣະພິກຂຸບໍ່ຄວນປະພຶດປະຕິບັຕ.

- ລັດທິສາສນາ ທີ່ສຳຄັນຮ່ວມສມັຍພຣະພຸທທະອົງ
ລັດທິສາສນາ ທີ່ສຳຄັນຮ່ວມສມັຍພຣະພຸທທະອົງ
ໃນສະໄໝທ່ີພຣະພຸດທະອົງຊົງພຣະຊົນຢູ່ນັ້ນ, ມີຄະນາຈາຣຍ໌ໃຫຍ່ໆ ທ່ີສັ່ງສອນລັດທິຂອງຕົນເປັນຈຳນວນຫຼວງ ຫຼາຍ ແຕ່ຈະສະຫຼຸບຕາມຫຼັກຖານທາງພຣະພຸດທະສາສນາ ແລະຫຼັກຖານທາງສາສນາອື່ນໆນັ້ນ ເທົ່າທີ່ປາກົດຊື່ ແລະຕາມລັກສະນະການປະຕິບັດຕົນ ແລະຫຼັກກາພ່ຳເພັງຕົນ ແລະມີຜູ້ເຊື່ອຖືປະຕິບັດຕາມຫຼາຍ ດັ່ງນີ້:
१. ປະຣິພາຊົກ ແປວ່າ ນັກບວດຜູ້ທ່ອງທ່ຽວ.
२. ພິກຂຸ ແປວ່າ ຜູ້ຂໍ.
३. ສັນຍາສິ ແປວ່າ ຜູ້ເສັຍສຣະ.
४. ຊີວິກະ(ຊີວົກ) ແປວ່າ ຜູ້ລ້ຽງຊີບ.
५. ສະມະນະ ແປວ່າ ຜູ້ສັງຣວມ.
६. ມຸນທະກະ ແປວ່າ ຜູ້ຫົວໂລ້ນ.
७. ຊະຕິລະ(ຊະດິນ) ແປວ່າ ຜູ້ຈົ່ງຜົມ.
८. ອະວິຣຸດທະກະ ແປວ່າ ໝູ່ເພື່ອນ.
९. ເທວະທັມມິກະ ແປວ່າ ຜູ້ນັບຖືພຣະເຈົ້າ.
१०. ຕາປະສະ(ຕາປັດໂສ) ແປວ່າ ຜູ້ພ່ຳເພັງພົດ.
११. ເສຕັມພອນ(ພຣ) ແປວ່າ ຜູ້ນຸ່ງຂາວ.
१२. ເຄຣຸຍະ ແປວ່າ ຜູ້ນຸ່ງຮົ່ມຜ້າສີ.
१३. ທິຄັມພອນ(ພຣ) ແປວ່າ ຜູ້ເປື້ອຍ.
१४. ນິຄັນຖະ(ນະຄົນຖ໌) ແປວ່າ ຜູ້ປາສະຈາກກິເລສເຄື່ອງຜູກມັດ.
ລັດທິຕ່າງໆ ນັ້ນຖ້າຈຳແນກໂດຍຣະອຽດແລ້ວຍັງມີອີກຫຼວງຫຼາຍ ໃນພຣະສູດຂອງສາສນາເຊນ ກ່າວວ່າມີຮອດ ३६३ ລັດທິ, ສ່ວນພຣະສູດທາງພຣະພຸດທະສາສນາ ວ່າມີ ६२ ລັດທິ, ເມື່ອກ່າວໂດຍສະຣຸບແລ້ວ ພຣະພຸດທະອົງຊົງແບ່ງ ລັດທິພວກນີ້ອອກເປັນສອງສ່ວນ ຄື:
१. ກາມະສຸຂັນລິການຸໂຍຄ ໄດ້ແກ່ພວກປ່ອຍຕົວໃຫ້ໝົກໝົ່ນຢູ່ໃນກາມ.
२. ອັຕຕະກິລະມັຕຖານຸໂຍຄ ໄດ້ແກ່ພວກທໍຣະມານຕົນໃຫ້ລຳບາກເສັຍລ້າ

ຄຣູທັງ 6
ໃນລັດທິສາສນາ ທີ່ກ່າວມາຂ້າງເທິງນັ້ນ ແມ່ນສຣຸບເອົາຕາມຫຼັກການປະຕິບັດ ແລະການພ່ຳເພັງພົດຂອງລັດທິ ສາສນາຕ່າງໆ ທ່ຣເກີດຂຶ້ນມາກ່ອນ ແລະຮ່ວມສມັຍກັບພຣະພຸດທະອົງ, ໃນລັດຕ່າງໆເຫຼົ່ານັ້ນ ມີສຳນັກທິສຳຄັນ ແລະເຂັ້ມແຂງທີສຸດ ໄດ້ເຜີຍແຜ່ລັດທິຂອງຕົນຢ່າງຂະຫຍັນຂັນແຂງ, ເມື່ອພຣະພຸດທະເຈົ້າຕັສຮູ້ແລ້ວ ພຣະອົງຈຶ່ງຈຳເປັນຕ້ອງ ເຜີຍແຜ່ພຣະພຸດທະສາສນາ ພາຍໃຕ້ຄວາມເຂັ້ມແຂງຂອງລັດທິຕ່າງໆເຫຼົ່ານັ້ນ ແລະລັກທິເຫົ່ຼານັ້ນ ຖືວ່າພຣະພຸດທະ ສາສນາເປັນຄູ່ຂອງຕົນ ບາງລັດທິຍັງມອງພຣະພຸດທະສາສນາວ່າ ເປັນໄພຄຸກຄາມລັດທິຂອງຕົນ, ດ້ວຍທັມມະສັຈຈະ ແລະຫຼັກທັມທ່ີມີສັຈຈະທັມກວ່າ ພຣະອົງກໍບໍ່ໄດ້ທໍ້ພຣະທັຍ ພຣະອົງກໍຕັ້ງໜ້າປະຕິບັດ ແລະເຜີຍແຜ່ຫຼັກທັມຂອງຕົນ ທ່າມ ກາງຄຣູ 6 ທີ່ປະກົດຊື່ ດັ່ງນີ້:
1. ປູຣະນະກັສສະປະ.
2. ມັກຂະລິໂຄສາລ.
3. ອະຊິຕະເກສາກັມພົລ.
4. ປະທຸກັຈຈາຍະນະ.
5. ນິຄັນຖະນາຕະບຸຕ(ສາສດາມະຫາວິຣະ)
6. ສັນຊັຍປະຣິພາຊົກ.

ບົທທີ:1.ສມັຍພຣະພຸດທະອົງຍັງຊົງພຣະຊົນ
ພຸດທະສາສນາເຖຣະວາທກັບມະຫາຍານ
ບົທທີ 1
ສມັຍພຣະພຸດທະອົງຊົງພຣະຊົນ
ຫລັງຈາກພຣະສິທທັດຖະມະຫາບູຣຸດ ຊົງໄດ້ສະເດັດອອກສະແຫວງມາໂມກຂະທັມ ດ້ວຍການທ່ອງທ່ຽວໄປໃນທີ່ຕ່າງໆ ເນື່ອງຈາກໃນຂະນະນັ້ນຊາວຊຸມພູທະວີບນັ້ນ ມັກຈະອອກບວດເພື່ອສຶກສາຫາຫຼັກທັມສູງສຸດມາແກ້ໄຂບັນຫາສັງຄົມເພື່ອໃຫ້ພົ້ນຈາກກອງທຸກ ຈຶ່ງປາກົດເຫັນບັນດາພຣາມ, ນັກບວດ ແລະນັກພົດບຳເພັງຕົນ ໃນອາການກິຣິຍາຕ່າງໆ ບາງທ່ານກໍຕັ້ງຕົນເປັນເຈົ້າລັດທິ ແລະຕັ້ງສຳນັກສອນລູຸກສິດຂອງຕົນ, ສຳລັບພຣະມະຫາບູຣຸສນັ້ນ ເນື່ອງຈາກພຣະອົງເຫັນວ່າ ການທີ່ຈະເຮັດໃຫ້ມະນຸດມີຄວາມສຸຂສູງສຸດນັ້ນ ກໍຕ້ອງມີຫຼັກທັມສູງສຸດ ຄືໃຫ້ມະນຸດສາມາດຫຼຸດພົ້ນອອກຈາກກອງກິເລສທັງມວນ, ຕະລອດໄລຍະ 6 ພັນສາທີ່ພຣະມະຫາບຸຣຸດອອກສະແຫວງຫາໂມກຂະທັມນັ້ນ, ພຣະອົງໄດ້ທ່ອງທ່ຽວໄປໃນສະຖານທີ່ຕ່າງໆ ເຫັນການປະຕິບັດຕຂອງບັນດານັກພົດຕ່າງໆ ພຣະອົງຊົງເຫັນວ່າບໍ່ເປັນຫົນທາງແຫ່ງການພົ້ນທຸກ ແຕ່ຢ່າງໃດກໍຕາມໃນໄລຍະ 6 ພັນສານັ້ນ ພຣະອົງໄດ້ຕັດສິນໃຈສຶກສາໃນສຳນັກຂອງອະສິຕະດາບົດ ແລະອາຣະລາດາບົດ ເຊິ່ງເປັນຣືສີທີ່ໂດ່ງດັງ ແລະມີລູກສິດຫຼວງຫຼາຍ, ພຣະອົງກໍໄດ້ສຶກສາທັມນຳຣືສີທັງສອງນັ້ນ ຈົນສຳເຣັດວິຊາ ແຕ່ພຣະອົງ ຍັງມອງເຫັນວ່າ ຫຼັກທັມທີ່ສຶກສານີ້ ຍັງບໍ່ທັນເຮັດໃຫ້ພຣະອົງພົ້ນຈາກກອງທຸກເທື່ອ ພຣະອົງຈຶ່ງໄດ້ຕັດສິນພຣະທັຍ ອອກສະແຫວງຫາໂມກຂະທັມອີກຕໍ່ໄປ.
ຈົນມາເຖິງວັນໜຶ່ງໃນປີທີ 6 ແຫ່ງການອອກສະແຫວງຫາໂມກຂະທັມນັ້ນ, ພຣະອົງໄດ້ຕັດສິນພຣະທັຍມາປະຕິບັດທັມພຣະອົງດຽວ ແຕ່ພາຍລຸນມາກໍມີພຣາມທັງ 5 ຄົນມາມອບຕົວ ເພື່ອເປັນລູກສິດຂອງພຣະອົງ ຮຽກວ່າ ປັນຈະວັກຄີ, ເມື່ອປັນຈະວັກຄີໄດ້ຢູ່ບົວຣະບັດພຣະອົງຢູ່ນັ້ນ ພຣະອົງໄດ້ປະຕິບັດທັມຂັ້ນສູງ ແລະຢ່າງເຄັ່ງຄັດ ແລະແລ້ວໃນທີ່ສຸດຮ່າງ ກາຍຂອງພຣະອົງກໍຈ່ອຍຜອມລົງ ບໍ່ມີແຮງທ່ີຈະກະທຳທຸກກະຣະກິຣະຍາສືບຕໍ່ໄປໄດ້, ພຣະອົງກໍຊົງໄດ້ຫັນກັບມາສັນອາຫາຣ ແລະພິຈາຣະນາເຖິງການປະຕິບັດຂອງພຣະອົງໃນທີ່ຜ່ານມາ ພຣະອົງຊົງດຳຣິວ່າ ການທໍຣະມານຕົນດ້ວຍອາການຍານໂພດກໍໃຫ້ເສັຍເວລາ ຊີວິດກໍຜ່ານໄປລ້າໆ, ເມື່ອພຣະອົງ ໄດ້ປະຕິບັດເຄັ່ງຄັດ ກໍເຮັດໃຫ້ພຣະຮ່າງກາຍຂອງພຣະ ອົງໝົດກຳລັງ ເໝືອນກັບທໍຣະມາຕົນໃຫ້ເສັຍປະໂຫຍດຊື່ໆ ພຣະອົງຈຶ່ງຊົງສົມທຽບການປະຕິບັດນັ້ນ ເໝືອນກັບພິນສາມສາຍ ຄື “ສາຍທີ່ 1 ເຄັ່ງໂພດເມື່ອດີດນອກຈາກບໍ່ມ່ວນແລ້ວ ຍັງເຮັດໃຫ້ສາຍຂາດ, ສາຍທີ 2 ເມື່ອດີດແລ້ວສຽງກໍບໍ່ມ່ວນ, ສາຍທີ 3 ຄືສາຍພິນໄດ້ເຄັ່ງພໍດີ ສຽງພິກໍດັງອອກມາມ່ວນ” ເມື່ອເປັນເຊັ່ນນັ້ນ ພຣະອົງກໍຊົງກັບມາສະເຫວີຍພຣະ ກາຍາຫານ, ເມື່ອພຣະອົງກັບມາສະເຫວີຍພຣະກາຍາຫານແລ້ວ ເຮັດໃຫ້ປັນຈະວັກຄີ ຜູ້ມອງບໍ່ເຫັນມະໂນເຈຕະນາຂອງ ພຣະອົງ ກໍຄິດວ່າພຣະອົງຊົງລະຄວາມພຽນຈຶ່ງພາກັນນີ້ຈາກພຣະອົງ ໄປຢູ່ປ່າອິສິປະຕິນະມະຣິກຄະທາຍະວັນ.
ວັນໜຶ່ງ ພຣະອົງຊົງນັ່ງສຳລານພຣະວໍຣະກາຍຢູ່ແທບເຄົ້າໄມ້ສາຣະ ແຄມນ້ຳເນຣັນຊອນ(ເນຣັນຊະຣາ) ພຣະອົງ ກໍຊົງໄດ້ຮັບປະເຄນ ເຂົ້າມະທຸປາຍາຕ ພ້ອມທັງພະຊະນະຄຳ ທີ່ນາງສຸຊາດາຖວາຍແລ້ວ ພຣະອົງກໍລົງສົງພຣະວໍຣະກາຍ ໃນນ້ຳເນຣັນຊະຣາ ແລະຊົງຕັ້ງສັຈະຍາທິຖານ ວ່າຈະປະຕິບັດທັມໃຫ້ສຳເຣັດໃນຄືນວັນນັ້ນ ພຣະອົງກໍຊົງປ່ອຍພະຊະນະ ຄຳ ລົງໃນແມ່ນ້ຳເນຣັນຊະຣາທີ່ນັ້ນ ແລ້ວພຣະອົງກໍສະເດັດກັບມານັ່ງທີ່ເຄົ້າໄມ້ສາລະ(ໄມ້ຮັງ) ພຣະອົງກໍຊົງກະທຳຄວາມພຽນຢູ່ຕລອດທັງວັນ, ເມື່ອໃກ້ຄ່ຳ ພຣະອົງກໍຊົງໄດ້ກຳນົດສະຖານທີ່ໆຈະປະກອບຄວາມພຽນ ໃນເວລາຣາຕຣີ ເພື່ອຈຳຕັດສະຮູ້ໃນວັນນັ້ນໃຫ້ໄດ້, ພຣະອົງຈຶ່ງຊົງສະເດັດອອກຈາກເຄົ້າໄມ້ສາລະ ມຸ້ງໜ້າສູ່ເຄົ້າໄມ້ສີມະຫາໂພທິ (ຕົ້ນໄມ່ປ່າແປ້ງ) ເຊິ່ງເປັນສະຖານທີ່ໆສງົບສະງັດດີ, ໃນໃກ້ຄ່ຳວັນນັ້ນເອງພຣະອົງກໍໄດ້ຮັບປະເຄນຫຍ້າຄາ 8 ກຳ ທີ່ໂສຕຖີຍະພຣາມ ຖວາຍ ແລ້ວປູລາດເປັນບັນລັງ ພຣະອົງກໍສະເດັດຂຶ້ນປະທັບນັ່ງ ຊົງອະທິຖານໃນຈິຕຢ່າງໝັ້ນຄົງວ່າ:
“ເຖິງແມ່ນວ່າ ພຣະໂລຫິຕຈະເຫືອດແຫ້ງໄປຈົນໝົດສິ້ນ ເຫຼືອແຕ່ໜັງ ເອັນ ແລະກະດູກກໍຕາມ ຕາບໃດທີ່ຍັງບໍ່ທັນໄດ້ບັນລຸອະນຸຕຣະສັມມາສັມໂພທີຍາຍ ຈະບໍ່ລຸກອອກຈາກສະຖານທີ່ນີ້ຕາບນັ້ນ”
ໃນຂະນະທີ່ພຣະອົງຊົງນັ່ງ ສງົບຈິຕເປັນສະມາທິຢູ່ນັ້ນ ກິເລສຝ່າຍຂ້າງຕ່ຳ ໄດ້ປາກົດຂຶ້ນມາຂັດຂວາງຄວາມພະຍາຍາມຢູ່ໃນພຣະທັຍຂອງພຣະອົງຕລອດເວລາ, ພຣະອົງກໍຊົງຄິດເຖິງຄວາມສຸຂສຳລານ ທີ່ເຄີຍໄດ້ຮັບມາ ເພື່ອມາກຳຮາບກິເລສຝ່າຍຕ່ຳ ເຖິງປານນັ້ນກິເລສຝ່າຍຕ່ຳກໍຍັງປາກົດຂຶ້ນມາຂັດຂວາງພຣະທັຍຂອງພຣະອົງໃຫ້ຕົກລົງໄປຝ່າຍຕ່ຳ ສເມີ, ໃນທີ່ສຸດພຣະອົງກໍຣະນຶກເຖິງທັມມະຝ່າຍສູງ ອັນໄດ້ແກ່ ພຣະປາຣະນີ 10 ທັດ ທີ່ພຣະອົງເຄີຍປະຕິບັດມາໃນອະດີດ ເຂົ້າມຂົ່ມ ຄື:
1- ທານະປາຣະມີ.
2- ສີລະປາຣະມີ.
3- ຂັນຕິປ່ຣະມີ.
4- ວິຣິຍະປະຣະມີ.
5- ເນັກຂັມມະປາຣະມີ.
6- ປັນຍາປາຣະມີ.
7- ສັຈຈະປາຣະມີ.
8- ອະທິດຖານະປາຣະມີ.
9- ເມຕຕາປາຣະມີ.
10/ ອຸເປກຂາປາຣະມີ.
ມາປະຊຸມພ້ອມກັນແລ້ວ ກໍເຮັດໃຫ້ພຣະທັຍຂອງພຣະອົງເຂັ້ມແຂງ ຈົນສາມາດເອົາຊະນະມາຣ ຄືກິເລສງົບລົງໄດ້, ເມື່ອພຣະອົງຊົງຊະນະມາຣ ຄື ກິເລສລົງໄດ້ແລ້ວ, ພຣະອົງກໍຊົງກຳນົດຈິຕເຂົ້າສູ່ສະມາທິ ຈົນບັນລຸປະຖະມະຊານ, ທຸຕິຍະຊານ, ຕະຕິຍະຊານ ແລະຈະຕຸຖະຊານ ຕາມລຳດັບດ່ັງນີ້:
1. ປະຖະມະຊານ(ປະຖົມຊານ).
ຂັນຕົ້ນ ພຣະອົງຊົງໄດ້ບັນລຸ ບຸພເພວິວາສະນຸສະຕິຍານ ຄື ຍານຂັ້ນແຮກນັ້ນ ຄືລະນຶກຊາດໃນປາງກ່ອນໄດ້ ດ້ວຍພຣະຍານ ຊົງຮູ້ແຈ້ງໂດຍພຣະອົງເອງ ວ່າສິ່ງທັງຫຼາຍ ຍ່ອມເກີດຂຶ້ນດ້ວຍອົງປະກອບ 5 ປະການ ຄື:
1- ຮູບ (ດິນ, ນ້ຳ, ລົມ, ໄຟ)
2- ເວທນາ(ຄວາມຮູ້ສຶກນຶກຄິດທັງອິດຖາຣົມ ແລະອະນິດຖາຣົມ)
3- ສັນຍາ(ຄວາມຈົດຈຳສິ່ງທັງປວງ)
4- ສັງຂາຣ(ຄວາມວຽນວາຍຕາຍເກີດ)
5- ວິນຍານ()
ປະກົດການທັງ 5 ປະການນີ້ ຮຽກວ່າ “ປັນຈະຂັນ” ເມື່ອສິ່ງເຫຼົ່ານີ້ຣວມຕົວກັນເຂົ້າ ຮຽກວ່າ “ການເກີດ ຫຼືຈຸຕິ” ເມື່ອ ປະກົດການທັງ 5 ປະການ ແຍກຕົວກັນເມື່ອໃດ ຈະຮຽກສິ່ງເຫຼົ່ານີ້ວ່າ “ຕາຍ ຫຼືມໍຣະນັງ”.
2. ຕະຕິຍະຊານ(ຊານທີ 2)
ເມື່ອຮອດມັຊຊິມະຍາມ ຄື ຍາມກາງ ພຣະອົງກໍຊົງບໍເພັງທຸກຣິຍາຕໍ່ ພຣະອົງກໍຊົງບັນລຸຍານທີ 2 ຄື ຈຸຕຸປະປາຕະຍານ ໄດ້ແກ່ປັນຍາຮູ້ຈັກການຈຸຕິ ແລະການເກີດຂອງສັພພະສັດ ບາງຄັ້ງກໍຮຽກວ່າ ທິພພະຈັກຂຸຍານ ຶ້ຄືຊົງຮູ້ວ່າ ຄົນຈະດີ ຫຼືຊົ່ວ, ຈະຮັ່ງມີ ຫຼືທຸກຈົນ ກໍເພາະມີກັມເປັນຂອງຕົນເອງ ໄດ້ສ້າງໄວ້ໃນຊາດປາງກ່ອນ.
3. ຕະຕິຍະຊານ (ຊານທີ 3)
ພຣະອົງຊົງຄຳຄວາມພຽນຕໍໄປ ຈົນຮອດປັດສິມະຍາມ ຄືຍາມສຸດທ້າຍ ຊົງໄດ້ບັນລຸຍານທີ 3 ຄືອາສາວັຄຂະຍານ ໄດ້ແກ່ຄວາມຮູ້ແຈ້ງວ່າ ຂັນທີ່ມາປະກອບກັນເຂົ້າ ເປັນຕົວຕົນນີ້ ກໍເພາະເຫຕ ແລະຜົນ ເຊິ່ງມີຄວາມກ່ຽວພັນກັນຄືກັບສາຍໂສ້ ຮຽກວ່າ ປະຕິຈຈະສະມຸປະປາທະ(ປະຕິຈຈະສະມຸປປາບາທ) ເຊິ່ງທັມທັງຫຼາຍມີສ່ວນກ່ຽວໜູນພົວພັນກັນ ດ່ັງນີ້:
ອະວິຊຊາ ເປັນເຫດໃຫ້ເກີດ ສັງຂາຣ
ສັງຂາຣ ເປັນເຫດໃຫ້ເກີດ ວິນຍານ
ວິນຍານ ເປັນເຫດໃຫ້ເກີດ ນາມ-ຮູປ
ນາມ-ຮູປ ເປັນເຫດໃຫ້ເກີດ ອາຍະຕະນະ
ອາຍະຕະນະ ເປັນເຫດໃຫ້ເກີດ ຜັສສະ
ຜັສສະ ເປັນເຫດໃຫ້ເກີດ ເວທະນາ
ເວທະນາ ເປັນເຫດໃຫ້ເກີດ ຕັນຫາ
ຕັນຫາ ເປັນເຫດໃຫ້ເກີດ ອຸປະທານ
ອຸປາທານ ເປັນເຫດໃຫ້ເກີດ ພົບ(ພາວະ)
ພົບ ເປັນເຫດໃຫ້ເກີດ ຊາຕິ
ຊາຕິ ເປັນເຫດໃຫ້ເກີດ ຊະຣາ-ມະຣະນະ-ໂສກະ-ປະຣິເທວະ-ທຸກຂະ-ໂທມະນັສສະ ແລະອຸປາຍາສ.
ເມື່ອພຣະມະຫາບູຣຸດຊົງຮູ້ແຈ້ງດັ່ງນີ້ແລ້ວ ຈິຕຂອງພຣະອົງກໍພົ້ນອອກຈາກກິເລສທັງປວງ, ໄດ້ຕັສຮູ້ອະນຸຕຣະສັມ ມາສັມໂພທິຍານ ພາຍໃຕ້ເຄົ້າໄມ້ສີມະຫາໂພທິ ແຄມຝັ່ງແມ່ນ້ຳແນຣັນຊອນທີ່ນັ້ນ ວັນຕອນເຊົ້າ(ຮຸ່ງອະຣຸນ) ຂອງວັນເພັງ ເດືອນວິສາຂາປຸນນະມີ ຄື ເດືອນ 6 ເພັງ.
ເມື່ອຕັສຮູ້ເປັນອໍຣະຫັນຕະສັມມາສັມພຸດທະເຈົ້າແລ້ວ ພຣະອົງຊົງດຳຣິວ່າ ຈະເຂົ້າສູ່ປະຣິນິພພານເລີຍ ຫຼືວ່າຈະຊົງປະກາດພຣະສັຈທັມນີ້ແກ່ເວເນຍຍະສັຕວ໌ ເນື່ອງຈາກພຣະສັຈທັມທີ່ພຣະອົງຊົງຕັສຮູ້ນີ້ ເປັນທັມທີ່ຍິ່ງໃຫຍ່ອັນບຸຄຄົນ ຈະຮູ້ໄດ້ໂດຍຍາກ ທັງເປັນທັມທີ່ເຮັດໃຫ້ມະນຸດຫຼຸດພົ້ນອອກຈາກກອງທຸກໄດ້ຢ່າງແທ້ຈິງ, ກໍເນື່ອງຈາກວ່າພຣະອົງມີພຣະ ມະຫາກະຣຸນາທິຄຸນເປັນອັນຍິ່ງຕໍ່ສັຕວະໂລກທັງມວນ ທ່ີຈະນຳເອົາມະນຸສພົ້ນອອກຈາກກອງທຸກໃນໂລກນີ້ ພຣະອົງຊົງຮູ້ໂດຍພຣະຍານພຣະອົງເອງວ່າ “ມະນຸສ ແລະສັຕວ໌ນີ້ ມີຄວາມແຕກຕ່າງກັນ” ພຣະອົງຈຶ່ງຊົງເຫັນວ່າມະນຸສມີຄວາມແຕກຕ່າງກັນ 4 ປະເພດ ຄື:
1/ ອຸຄຕິຕັນຍູ: ຜູ້ຮັບຮູ້ໄດ້ໄວ ພໍຍົກຫົວຂໍ້ທັມຂຶ້ນມາສະແດງ ກໍເຂົ້າໃຈໄດ້ໂລດ ເໝືອນກັບດອກບົວທີ່ພົ້ນໜ້ານ້ຳຂຶ້ນມາແລ້ວ ກໍຖືກແສງແດດກໍເບັ່ງບານ ສະນັ້ນ.
2. ວິປະຈິຕັນຍູ: ບຸກຄົນອາດຮູ້ ແລະແລະເຂົ້າໃຈທັມ ເມື່ອຊົງໄດ້ອະທິບາຍຄວາມແຫ່ງຂໍ້ທັມນັ້ນແລ້ວ ຈຶ່ງເຂົ້າໃຈ ເໝືອນກັບດອກບົວທີ່ຢູ່ພຽງໜ້ານ້ຳ ອັນຈະເບັ່ງບານໃນມື້ໃໝ່ ສັນນັ້ນກ
3. ເຍຍຍະ: ຜູ້ພໍຈະແນະນຳໄດ້ ໄດ້ແກ່ເວເນຍຍະບຸຄຄົລ ອັນທ່ານຜູ້ສລາດໄດ້ແນະນຳ ສັ່ງສອນຢູ່ສເມີ ກໍອາດບັນລຸມັຄຄະ ຜົນໄດ້, ເໝືອນກັບດອກບົວທີ່ຢູ່ໃນນ້ຳ ຈະຜຸດຂຶ້ນໜ້ານ້ຳ ແລະເຊິ່ງຈະບານໃນວັນຕໍ່ໆໄປ.
4. ປະທະປະຣະມະ: ໄດ້ແກ່ພວກປັນຍາຕຶບ ເຖິງຈະຟັງທັມບໍ່ເຂົ້າໃຈ, ທັງບໍ່ປະຕິບັດຕາມ ຈຶ່ງບໍ່ສາມາດບັນລຸມັຄຄະ ຜົລໄດ້, ເໝືອນກັບດອກບົວ ທີ່ພວມແຕກອອກຈາກເຫງົ້າບົວ ຍັງບໍ່ທັນວ່າຈະພົ້ນຂຶ້ນຈາກນ້ຳໄດ້ ຫຼຶບໍ່ກໍອາດເປັນອາ ຫາຣຂອງເຕົ່າແລະປາໄດ້ ສັນນີ້.
ເມື່ອພຣະພຸດທະອົງຊົງພິຈາຣະນາບຸຄຄົນເຫັນເປັນດ່ັງນີ້ແລ້ວ ພຣະອົງຈຶ່ງຊົງພຣະທັຍວ່າ ຈະຊົງຢູ່ປະກາດພຣະ ສັຈຈະທັມ ພຣະອົງຈຶ່ງຊົງດຳຣິວ່າ ໃຜນໍຈະສາມາດອາດຮູ້ໄດ້ແຫ່ງພຣະສັຈທັມອັນນີ້ ແລະຈະປະທານແກ່ໃຜກ່ອນ ພຣະອົງຈຶ່ງຊົງຮູ້ວ່າ ພຣະທັມນີ້ເລີກເຊິ່ງເຫຼືອເກີນ ໃຜນໍເມື່ອໄດ້ຟັງພຣະສັຈທັມແລ້ວ ຊົງບັນລຸອໍຣະຫັນໂລດ ພຣະອົງຈຶ່ງຮູ້ໄດ້ວ່າ ບຸຄຄົນທີ່ມີປັນຍາສູງສຸດແລ້ວ ມີຢູ່ 2 ທ່ານ ໄດ້ແກ່ ອະສິຕະດາບົດ ແລະອາລະຣາດາບົດ ແລະແລ້ວພຣະອົງກໍຊົງກວດທິພພະຈັກຂຸຍານໄປຍັງຣືສີທັງສອງ ແລະຮູ້ວ່າຣືສີທັງສອງໄດ້ມໍຣະນະພາບແລ້ວ, ກໍມານຶກເຫັນແຕ່ ປັນຈະວັຄຄີ ທັງ 5 ເຊິ່ງຂະນະນັ້ນ ຢູ່ປາອິສິປະຕະນະມະຣິກຄະທາຍະວັນ ເມືອງພາຣານະສີ ພຣະອງກໍສະເດັດໄປປະທານພຣະສັຈທັມໃຫ້ ພໍດີກົງກັບວັນເພັງເດືອນອາສາລະຫະ (ເດືອນ 8 ເພັງ) ພຣະສັຈທັມທີ່ພຣະອົງຊົງຕັສເທນາຄັ້ງແຮກ ຮຽກວ່າ ທັມມະຈັກກັປປະວັຕຕະນະສູຕ, ມີອະຣິຍະສັຈ 4 ເປັນຫົວຂໍ້ທັມຫຼັກ ໄດ້ແກ່:
. 1. ທຸກຂະ(ທຸກຂ໌).
2. ສະມຸທະຍະ(ສະມຸທັຍ).
3. ນິໂຣທະ(ນິໂຣທ).
4. ມັຄຄະ(ມັຄຄ໌).
ເມື່ອຊົງຍົກຫົວຂໍ້ທັມສິ້ນສຸດລົງເທ່ົານັ້ນເອງ ພຣະໂກນທັນຍະ ກໍຮູ້ແຈ້ງໃນໄຍຍະທັມ ສຳເຣັດເປັນພຣະອໍຣະຫັນ ພຣະພຸດທະອົງຊົງຊາບແລ້ວ ກໍຊົງເປັ່ງພຣະອຸທານວ່າ “ອັນຍາ ໂກນທັນຍະ” ພຣະໂກນທັນຍະ ກໍໄດ້ເປັນພຣະສົງ ອົງທຳອິດໃນພຣະພຸດທະສາສນາ, ນັບແຕ່ຈາກນັ້ນ ເປັນຕົ້ນມາພຣະພຸດທະສາສນາ ກໍໄດ້ມີຣັຕນະຄົບ 3 ຄື ພຣະພຸດ, ພຣະທັມ ແລະພຣະສົງ ຮຽກວ່າແກ້ວສາມດວງແຫ່ງພຣະພຸດທະສາສນາ, ນັບແຕ່ນັ້ນພຣະພຸດທະອົງກໍຊົງເຜີຍແຜ່ພຣະທັມ ໄປສູ່ນິບ້ານນ້ອຍນິຄົມໃຫຍ່, ເຂົ້າສູ່ຕົວເມືອງ, ແລະມະຫານະຄອນອັນກວ້າງໃຫຍ່ ມີພຣະນະຄອນພາລານະສີ, ສາວັດຖີ ແລະເມືອງອື່ນໆເປັນກຳລັງຫຼັກແຫ່ງພຣະພຸດທະສາສນາ, ທັງພຣະສົງສາວົກຂອງພຣະອົງກໍເປັນກຳລັງສຳຄັນໃນການເຜີຍແຜ່ ພຣະພຸດທະສາສນາ ເຮັດໃຫ້ພຣະພຸດທະສາສນາ ກາຍເປັນສາສນາທີສຳຄັນ ຂອງສັງຄົມຊາວຊຸມພູທະວີບ ພຣະອົງໄດ້ຊົງ ສັ່ງສອນຄົນນັບແຕ່ຕັດສະຮູ້ມາໄດ້ 45 ພັນສາ ພຣະອົງກໍສະເດັດດັບຂັນປະຣິນິພພານ, ທີ່ພຣະແທ່ນຣັຕນະບັນລັງພາຍໃຕ້ ຮົ່ມຮັງທັງຄູ່ ທີ່ເມືອງກຸສີນາຣາ ເມື່ອພຣະຊົນມາຍຸຄົບ 80 ພັນສາເຕັມບໍຣິບູນ, ເຊິ່ງພຸດທະບໍຣິສັດທທັງ 4 ມີພິກຂຸ, ພິກຂຸນີ, ອຸປາສົກ, ອຸປາສິກາ ເປັນກຳລັງສືບຕໍ່ພຣະພຸດທະສາສນາແທນພຣະອົງ ໃຫ້ຍືນຍົງຕໍ່ໄປຈົນຕາບເທົ້າ 5000 ພຣະວັດສາ.

สมัครสมาชิก:
บทความ (Atom)