ປວັຕຄຣູທັງ 6
1. ປຸຣະນະກັສສະປະ: (ອະກິຣິຍະວາທະ ຫຼຶ ອະກິຣິຍະທິຕຖີ)
ປູຣະນະກັສສປະ ເປັນອາຈາຣຍ໌ທີ່ມີຊື່ວຽງໂດ່ງດັງ ແລະສຳຄັນຜູ້ໜຶ່ງໃນບັນດາຄຣູທັງ 6 ພຣະພຸດທະໂຄສາຈາຣຍ໌ ໄດ້ພັນລະນາໄວ້ ໃນມັງຄະລະວິລາສິນີວ່າ: ປຸຣະນະກັສສະປະ ເປັນອາຈາຣຍ໌ຂອງເຈົ້າລັດທິເປື້ອຍ ຮຽກວ່າ ອະເຈລະກະ (A Naked Ascetic) ເມື່ອສມັຍຍັງນ້ອຍໄດ້ເປັນຄົນໃຊ້ໃນຕະກູນໜຶ່ງ ເຊິ່ງມີຄົນໃຊ້ຢູ່ 100 ຄົນ ປຸຣະນະກັສສະປະ ເປັນທີ 100 ພໍດີ ຈຶ່ງຊື່ວ່າ ປຸຣະນະ ແປວ່າ ຄົບ ຫຼືເຕັມຮ້ອຍ.
ແຕ່ລູກສິດຂອງເພີ່ນວ່າ: ເທົ່າທີ່ໄດ້ຊື່ວ່າ ປູຣະນະນັ້ນ ເພາະທ່ານໄດ້ບັນລຸ ປູຣະນະຍານ ຫຼື ສັມໂພທິຍານ (Perfect Wisdom).
Dr. B.Barau .ມະຕິຫຼັງນີ້ ມີເຫຕຜົນໜ້າຟັງ ແລະເປັນສິ່ງທີ່ໜ້າເຊື່ອຫຼາຍກວ່າ ເພາະຕາມປວັຕວ່າ ປູຣະນະກັສ ສະປະ ເປັນລູກທີ່ຮັກຂອງຕະກູລຮັ່ງມີຕະກູນໜຶ່ງ ແລະຄຳວ່າ “ປູຣະນະ” ກໍໃຊ້ຮຽກກັນສະເພາະໃນຕະກູລພຣາມເທົ່ານັ້ນ ຂໍ້ນີ້ຍ່ອມສະແດງໃຫ້ເຫັນວ່າ ປູຣະນະກັສສະປະ ເປັນຜູ້ເກີດໃນຕະກູລພຣາມ ເຊິ່ງຖືວ່າເປັນວັນນະສູງສຸດ ຈຶ່ງບໍ່ໜ້າຈະເປັນຄົນໃຊ້.
ຄຳສອນຂອງປູຣະນະກັສສະ:
ທິສດີ ຫຼືຄຳສອນ (Theory) ຂອງປະຣະນະກັສສະປະ ມີ ວິນຍານ (Soul) ເປັນໜຶ່ງຢູ່ລ້າໆ ບໍ່ເຮັດຫຍັງ ແຕ່ຮ່າງກາຍ (Body) ຕ່າງຫາກເປັນຜູ້ເຮັດວຽກ, ສະນັ້ນ ວິນຍານຈຶ່ງບໍ່ມີສ່ວນຮັບຜິດຊອບ ຕໍ່ຜົລບຸນ ແລະບາບ ທີ່ຮ່າງກາຍໄດ້ ກະທຳໄວ້ ແລະວ່າບຸນບໍ່ມີບາບບໍ່ມີ ທຳດີບໍ່ໄດ້ດີ ທຳຊົ່ວບໍ່ໄດ້ຊົ່ວ, ຈະທຳເອງກໍດີ ໃຫ້ຜູ້ອື່ນທຳກໍດີ ຍ່ອມບໍ່ມີຜົລ ສິ່ງໃດກໍຕາມທີ່ ເຮັດລົງໄປແລ້ວ ຊົ່ວກໍຕາມ ດີກໍຕາມ ກໍເທົ່າກັບວ່າບໍ່ໄດ້ເຮັດ ບໍ່ມີບຸນຫຼືບາບເກີດຂຶ້ນ.
ທິສດີນີ້ຈັດເປັນ ອະກິຣິຍະທິຕຖີ ຫຼືອະກິຣະຍະວາທະ (Non Action) ຄືມີຄວາມເຫັນວ່າ ການກະທຳບໍ່ມີຜົລ ຫຼືບໍ່ເຊື່ອໃນຜົລຂອງກັມ.
ທິສດີນີ້ຄັດຄ້ານກັບພຸດທະວັຈຈະນທີ່ວ່າ “ກາຍກັບຈິຕເປັນສິ່ງທ່ີເນື່ອງດ້ວຍກັນ ແຍກກັນບໍ່ໄດ້ ທຳດີໄດ້ດີ ທຳຊົ່ວໄດ້ຊົ່ວ ທຳຢ່າງໃດໄດ້ຜົນຢ່າງນັ້ນ”
2. ມັກຂະລິໂຄສາຣ: (ອະເຫຕຸກະວາທະ ຫຼືອະເຫຕຸກະທິຕຖີ)
ມັກຂະລິໂຄສາຣ ເປັນບຸຕຂອງພຣາມມັກຂະລິ ມາຣດາຊື່ ພັທຣາ ເກີດທີ່ສາຣະວັນ ໃກ້ເມືອງສາວັຕຖີ ພຣະພຸດທະ ໂຄສາຈາຣຍ໌ກ່າວວ່າ “ໂຄສາຣະ” ແປວ່າ “ຜູ້ເກີດໃນຄອກງົວ”, ສັມຍຍັງເປັນເດັກ ມັກຂະລິໂຄສາຣ ໄດ້ເປັນຄົນຮັບໃຊ້ໃນຕະກູລໜຶ່ງ, ມັນໜຶ່ງໄດ້ເອົາໝໍ້ນ້ຳມັນຢ່າງໄປນຳທາງ ດ້ວຍຄວາມປາມາທ ຈຶ່ງພະລາດລົ້ມ ນາຍໄດ້ກ່າວເຕືອນວ່າ “ມັດຂະລິ” ແປວ່າ “ຈົງຢ່າພະລາດລົ້ມ” ຈຶ່ງໄດ່ຊື່ວ່າ ມັກຂະລິໂຄສາຣ.
ມັກຂະລິໂຄສາຣ ເປັນອາຈາຣຍ໌ເຈົ້າລັດທິອາຊີວະກະ ເປັນລູກສິດຄົນທຳອິດຂອງ ສາສດາປາຣັສວະນາຖ(Parasvanath) ຕົ້ນຂອງສາສນາເຊນ ແລະເຄີຍເປັນອາຈາຣຍ໌ຂອງນິຄັນຖະນາຕະບຸຕມາກ່ອນ, ໂດຍປົກກະຕິພວກຊີວົກ ເປັນພວກທີ່ທ່ອງທ່ຽວບໍ່ຄ່ອຍຈະຢູ່ເປັນທີ່ເປັນບ່ອນ, ມີຄວາມເຫັນບໍ່ໄປຕາມລັດທິຂອງຜູ້ອື່ນ ທີ່ບໍ່ແມ່ນອາຊີວົກດ້ວຍກັນ, ມັກຍົກໂຕຂົ່ມເພິ່ນ, ນັບເນື່ອງດ້ວຍພວກອະພຣົມມະຈາຣິຍະວາທະ ຄືເປັນຜູ້ມີຊີວິດຢູ່ບໍ່ສະອາດ, ບໍ່ຍອມຮັບອາຫາຣທີ່ຜູ້ອື່ນນຳຖວາຍ ຕົນໂດຍຈຳເພາະເຈາະຈົງ, ບໍ່ຍອມຮັບບິນທະບາຕ ໃນຂະນະທີ່ທາຍົກທາຍິກາ ກຳລັງຮັບປະທານອາຫານຢູ່ ບໍ່ ຍອມຮັບອາຫາຣທີ່ມີສຸນັກຍືນຢູ່ຂ້າງ ຫຼືແມງວັນຕອມ ເພາະຖືວ່າເປັນການຍາດຄວາມສຸຂຂອງຜູ້ອື່ນ, ບໍ່ຮັບປະທານປາ ແລະຊີ້ນທຸກຊະນິດ, ບໍ່ດື່ມສຸຣາ ແລະຂອງມືນເມົາທັງປວງ, ບໍ່ສະສົມເຂົ້າປາອາຫາຣ ໃນເວລາອຶດຢາກ, ພວກນີ້ມີຄວາມ ເສັຍສລະ ມີຄວາມພຽນ ແລະມິຈິຕເມຕຕາສູງ.
ຄຳສອນຂອງມັກຂະລິໂຄສາຣ:
ມັກຂະລິໂຄສາຣ ເປັນຜູ້ຕັ້ງລັດທິອາຊີວະກະ ວັນໜຶ່ງທ່ານໄດ້ເຫັນໜໍ່ໄມ້ ທີ່ຫ່ຽວແຫ້ງແລ້ວປົ່ງອອກມາໃໝ່ ແລ້ວຈະເຣີນໃຫຍ່ໂຕຂຶ້ນກວ່າເກົ່າ ຈຶ່ງເຮັດໃຫ້ເກີດທັສນາຄະຕິຂຶ້ນມາວ່າ ສັດທັງ ຫຼາຍຈະຕ້ອງຟື້ນຄືນຊີບອີກ(Reincarnatim) ບໍ່ສູນຫາຍໄປຈາກໂລກນີ້ ແລະມີພົບທີ່ແນ່ນອນບໍ່ປ່ຽນແປງ ບໍ່ວ່າຈະເປັນພົບຊັ້ນຕ່ຳ ຫຼຶພົບຊັ້ນສູງກໍຕາມ, ສັດທັງຫຼາຍບໍ່ມີເຫຕ, ບໍ່ມີປັຈຈັຍ, ກາຣ ກະທຳບໍ່ມີ, ຜົລຂອງກາຣກະທຳບໍ່ມີ ທຸກສິ່ງທຸກຢ່າງຂຶ້ນຢູ່ກັບຄວາມບັງເອີນ ຫຼືໂຊກວາສນາ (Fate) ຫຼືອຳນາຈຂອງດວງດາວ ພົບຂອງສັຕວ໌ຕ່າງມີຫຼວງຫຼາຍ, ສຣູປແລ້ວມີ 6 ຄື:
1. ພົບຂແງສັຕວ໌ທີ່ມີອາຊີບບໍ່ສະອາດເຊັ່ນ: ເກີດເປັນນາຍພານ ແລະຊາວຫາປາເປັນຕົ້ນ.
2. ພົບຂອງສັຕວ໌ທີ່ມີວັນນະຄືສີຂຽວ ເຊັ່ນ: ໂຍຄີ, ຣືສີ, ນັກພົດ ທີ່ປະພຶດພຣົມມະຈັນຢ່າງເຄັ່ງຄັດ(ຣວມທັງພຸດທະສາວົກດ້ວຍ).
3. ພົບຂອງຜູ້ມີວັນນະສີ ເຊັ່ນ: ພຣະໃນສາສນາເຊນ ເປັນຕົ້ນ.
4. ພົບຂອງຜູ້ມີວັນນະສີເຫຼືອງ ເຊັານ ສາວົກຊີເປືອຍ ແລະພວກອາຊີວົກ ເປັນຕົ້ນ.
5. ພົບຂອງຜູ້ມີວັນນະສີຂາວ ເຊັ່ນ: ພຣະຂອງພວກຊີວົກ.
6. ພົບຂອງຜູ້ມີວັນນະສີຂາວລ້ວນ (Very White) ເຊັ່ນ: ນັກສະແຫວງຫາບຸນຂອງສາສນາ, ພວກຊີວົກ.
ມັກຂະລິໂຄສາຣ ຈັດເຂົ້າໃນເຈົ້າລັດທິ ອະເຫຕຸກະທິດຖີ ຫຼືອະເຫຕຸກະວາທະ ຄືມີຄວາມ ເຫັນວ່າ ສິ່ງທັງຫຼາຍບໍ່ມີເຫຕຸ(Without Couse) ບໍ່ມີປັຈຈັຍ(Without Result) ສິ່ງທັງຫຼາຍເປັນມາຂອງມັນເອງ ໂດຍມັນເອງ ແລະເພື່ອມັຣເອງ ບໍ່ມີໃຜສ້າງ.
ພຣະພຸດທະອົງຕັສວ່າ ລັທທິຂອງມັກຂະລິໂຄສາຣນີ້ ເປັນລັທທິທີ່ໄຮ້ປະໂຫຍດທີ່ສຸດໃນ ບັນດາລັທທິທັງຫຼາຍ ດ່ັງພຣະພຸດທະອົງຄ໌ຕັສໄວ້ໃນອັງຄຸຕຕະນິກາຍວ່າ:
“ດູກ່ອນພິກຂຸທັງຫຼາຍ, ຜ້າກັມພົລທີ່ເຮັດຂົນມະນຸສຍ໌ ບັນດິດກ່າວວ່າຂີ້ຮ້າຍກວ່າຜ້າທີ່ຊ່າງ ຕ່ຳຫູກ ຕ່ຳແລ້ວທຸກຊະນິດ ຜ້າກັມພົລທີ່ເຮັດດ້ວຍຜົມມະນຸສຍ໌ ໃນຣະດູໜ້າກໍເຢັນ, ໃນຣະດູຮ້ອນ ກໍຮ້ອນ, ສີບໍ່ງາມ, ກິ່ນເໝັນ ສັມຜັສບໍ່ສະບາຍສັນໃດ, ດູກ່ອນພິກຂຸທັງຫຼາຍ ວາທະຂອງເຈົ້່າລັທທິ ຊື່ວ່າ ມັກຂະລິ ກໍສັນນັ້ນຄືກັນ, ບັນດິດກ່າວວ່າປຶກກວ່າວາທະ ຂອງສາມະນະທີ່ປຶກໜ້າ(ປຸຖຸສະມະ ນະ) ທຸກຈຳພວກ ເຈົ້າລັທທິຊືວ່າ ມັກຂະລິ ເປັນໂມຄະບູຣຸສ(ຄົນໄຮ້ປະໂຫຍດ) ມີວາທະແບບນີ້ວ່າ “ກັມ” ບໍ່ມີ, ຜົມຂອງກັມ(Re-Action) ບໍ່ມີ, ຄວາມພຽນ(Effort) ບໍ່ມີ" (ພຣະສູຕຕັນຕະປິດົກ ອັງຄຸຕຣະນິກາຍ, ຕິກກະນິບາຕ ໜ້າ 365 ພຣະໄຕຣປິດົກ ໜ້າ 459 ສະບັບພາສາໄທຍ).
3. ອະຊິຕະເກສາກັມພົລ: (ອຸສເສທະວາທະ ຫຼືນັຕຖິກະວາທະ)
ອະຊິຕະເກສາກັມພົລ ເປັນເຈົ້າລັທທິທີ່ມີຊື່ສຽງທ່ານໜຶ່ງໃນສມັຍພຸທທະກາລ, ເກສະກັມ ພົລ ແປວ່າ ຜູ້ນຸ່ງຫົ່ມຜ້າທີ່ເຮັດດ້ວຍຜົມ(Hair Gaument) ຜ້າຊະນິດນີ້ ຈັດວ່າເປັນຜ້າທີ່ຫຍາບ ແລະບໍ່ເປັນຕາເບິ່ງ ເພິ່ນຜູ້ມນີ້ມີຄວາມຄິດເຫັນຮຸນແຮງ ຄັດຄ້ານຫຼັກການຂອງເຈົ້າລັທທິທັງຫຼາຍ ຣວມທັງຫຼັກທັມຂອງພຣະພຸທທະອົງຄ໌ນຳ.
ຄຳສອນຂອງອະຊິຕະເກສາກັມພົລ:
ອະຊິຕະເກສາກັມພົລ ມີຄວາມເຫັນວ່າທຸກສິ່ງທຸກຢ່າງຂາດສູນ(ອຸເສທະວາທະ, ນັດຖິກະ ວາທະ) ບໍ່ມີຄົນບໍ່ມີສັຕວ໌, ບໍ່ມີມາຣດາ, ບິດາບໍ່ມີ, ສະມະນະ ແລະພຣາມ, ບຸນບໍ່ມີ, ບາບບໍ່ມີ, ເຮັດ ບຸນບໍ່ໄດ້ບຸນ, ເຮັດບາບບໍ່ໄດ້ບາບ, ເຮັດຫຍັງລົງໄປກໍບໍ່ພໜງແຕ່ວ່າເຮັດເທົ່ານັ້ນ, ການບູຊາເທພະ ເຈົ້າຍ່ອມໄຮ້ຜົລ, ກາຣເຄົາຣົບນັບຖື ຄົນທີ່ຄວຣເຄົາຣົບຍ່ອມໄຮ້ຜົລ, ໂລກນີ້ບໍ່ມີ, ໂລກໜ້າບໍ່ມີ, ສັຕວ໌ ທັງຫຼາຍຕາຍແລ້ວສູນ, ບໍ່ມີກາຣວຽນວາຍຕາຍເກີດອີກ, ຕາຍແລ້ວແລ້ວໄປ, ຮ່າງກາຍຂອງຄົນໄປ ຈົບລົງທີ່ປ່າຊ້າ, ບຸນຄຸນຂອງບິດາມາຣດາ ສາມະນະຊີພຣາມບໍ່ມີ, ທຸກຄົນຍ່ອມເຮັດຕາມໜ້າທີ່ ຂອງຕົນ ພໍ່ແມ່ນີໜ້າທີ່ຍັງບຸດໃຫ້ເກີດ ເມື່ອເກີດແລ້ວກໍມີໜ້າທີ່ເບິ່ງແຍງ, ລູກບໍ່ຈຳເປັນຕ້ອງຄິດເຖິງ ບຸນຄຸນຂອງພໍ່ແມ່, ໃຜກໍ່ເຫຕກໍໄດ້ຮັບຜົລຂອງເຫຕ.
ອະຊິຕະເກສາກັມພົລ ເຫັນວ່າ ສິ່ງທີ່ເກີດຂຶ້ນມາເອງ ເຊັ່ນ: ເທວະດາ ຫຼຶສັຕວ໌ຈຳພວກອຸປະ ຕິກະ(Chance born being)ບໍ່ມີ, ຮ່າງກາຍຂອງສັຕວ໌ທັງຫຼາຍປະກອບດ້ວຍທາຕ 5 ຄື, ດິນ, ນ້ຳ, ລົມ, ໄຟ ແລະອາກາສທາຕ; ເມື່ອເຖິງແກ່ຄວາມຕາຍແລ້ວ ທາຕຕ່າງກໍປ່ຽນສະພາບໄປຕາມສະ ພາວະຂອງມັນ ເຊັ່ນ: ທາຕດິນກໍກາຍເປັນດິນ, ທາດນ້ຳກໍກາຍເປັນນ້ຳ, ທາຕລົມກໍກາຍເປັນລົມ, ທາຕໄຟກໍກາຍເປັນໄຟ, ໃນຂະນະດຽກັນອິນຊີກໍກັບໄປສູ່ອາກາສທາຕ, ກາຣບໍຣິຈາກທານ ເປັນ ເຣື່ອງຄົໂງ່ຈ້າ, ສະນັ້ນ ຄວຣສແວງຫາຄວາມສຸຂໃນຂະນະທີ່ມີຊີວິດຢູ່ ຈະໄດ້ມາໂດຍການປຸ້ນດ ຕັດທາງ, ຢ່າງເບົາ, ເຜົາເຮືອນ, ສັງຫາຣຊີວິຕ, ປະພຶດຜິດໃນສິລທັມ ຖືເປັນກາຣທີ່ດີຄວນເຮັດ.
ລັທທິນີ້ ສອນໜັກໄປໃນທາງວັຕຖຸນິຍົມ(Materialism) ຖືວັຕຖຸນິຍົມເປັນໃຫຍ່ກວ່າສິ່ງທັງປວງ.
4. ປະກຸທະກັຈຈາຍະນະ: (ນັຕຖິກະວາທາ, ສັສຕະວາທະ)
ປະກຸທະກັຈຈາຍະນະ ເກີດໃນຕະກູລພຣາມ ມີຄວາມສົນໃຈໃນສາສນາມາຕັ້ງແຕ່ຍັງນ້ອຍ ເມື່ອໃຫຍ່ຂຶ້ນມາເກີດຄວາມເບື່ອໜ່າຍໂລກ ໄດ້ສລະຢ້າວເຮືອນອອກສແວງຫາໂມກຂະທັມ ຈົນ ກາຍເປັນອາຈາຣຍ໌ທີ່ມີຊື່ສຽງທ່ານໜຶ່ງໃນບັນດາຄຣູທັງ 6.
ປະກະທະກັຈຈາຍະນະ ມີຄວາມເຫັນວ່າສະພາວະທີ່ແຍກໄປບໍ່ໄດ້ອີກ ມີຢູ່ 7 ຢ່າງຮຽກວ່າ: “ສັຕຕະກາຍາ” ໄດ້ແກ່ທາຕທັງ 7 (Seven Element) ຄື:
1. ປະຖະວີ ທາຕດິນ(Earth) ໄດ້ແກ່ສະພາວະຂອງແຂງ.
2. ອາໂປ ທາຕນ້ຳ(Water) ໄດ້ແກ່ສະພາວະຂອງແຫຼວ.
3. ເຕໂຊ ທາຕໄຟ(Fire) ໄດ້ແກ່ສະພາວະຄວາມຮ້ອນ.
4. ວາໂຍ ທາຕລົມ(Winc) ໄດ້ແກ່ສະພາວະທີ່ມີກາຣເຄື່ອນໄຫວ.
5. ສຸຂ ທາຕແຫ່ງຄວາມສຸຂ(Pleasure)) ໄດ້ແກ່ສະພາວະທີ່ໃຫ້ເກີດຄວາມສຸຂ.
6. ທຸກຂະ ທາຕແຫ່ງຄວາມທຸກຂ໌(Pain) ໄດ້ແກ່ສະພາວະ ທີ່ໃຫ້ເກີດຄວາມ ທຸກຂ໌.
7. ຊີວະ ທາຕແຫ່ງຄວາມມີຊີວະ ຫຼືວິນຍານ (Soul)
ຄວາວ່າ “ກາຍ” ໃນຄວາມໝາຍ “ສັຕຕະກາຍາ” ບໍ່ໄດ້ໝາຍເຖິງຮ່າງກາຍ(Body) ແຕ່ ໝາຍເຖິງທາຕ ກອງສະພາວະໝວດໝູ່ (Element, Group).
ບັນດາທາຕທັງ 7 ນີ້ມີຄວາໝັ້ນຄົງຢູ່ໃນຕົນອງ ຕ່າງໝວດຕ່າງເປັນອິສຣະຂອງໃຜມັນ ບໍ່ຂຶ້ນແກ່ກັນ ແລະເຮັດໜ້າທີ່ໄປຕາມສະພາວະຂອງມັນ ບໍ່ມີໃຜເປັນໃຫຍ່, ບໍ່ມີໃຜສ້າງ, ບໍ່ມີໃຜບັນ ດາລ, ບໍ່ມີໃຜບົ່ງກາຣ, ບໍ່ສາມາຖຈະຍັງສຸຂ ແລະທຸກຂໍ່ໃຫ້ເກີດຂຶ້ນແກ່ກັນແລະກັນໄດ້, ເຊັ່ນ ບູຣຸສຄົນໜຶ່ງ ໃຊ້ມີດແຫຼມແທງບູຣຸສອີກຄົນໜຶ່ງ ໃຫ້ເຖິງແກ່ຄວາມຕາຍ ຄົນແທງບໍ່ໄດ້ຖືວ່າເປັນຜູ້ຂ້າ ແລະຄົນທີ່ຕາຍບໍ່ໄດ້ຖືວ່າເປັນຜູ້ຖືກຂ້າ ກາຣທີ່ບຸຣຸສໃຊ້ມີດແທງນັນເປັນພຽງແຕ່ວ່າ ທາຕຊະ ນິດໜຶ່ງແລ່ນຜ່ານທາຕອີກຊະນິດໜຶ່ງເຂົ້າໄປເທົ່ານັ້ນ, ເຊັ່ນດຽວກັບເຮົາໃຊ່ມີດຂີດນ້ຳ ຄວາມເຫັນນີ້ ຈຶ່ງຈັດເປັນ ນັຕຖິກະວາທະ.
ຄຳວ່າ “ໂລກ” ຕາມຄວາມເຫັນຂອງປະກຸທະກັຈຈາຍະນະ ໝາຍເຖິງ “ປົກຕິ” ໄດ້ແກ່ສະພາວະທ່ີມີຄວາມເປັນຢູ່ ໂດຍປົກກະຕິ ຫຼືເປັນຢູ່ໂດຍທັມມະຊາຕ, ເຊັ່ນ: ພຣະອາທິຕຍ໌, ພຣະຈັນທຣ໌, ດິນ, ນ້ຳ, ລົມ, ໄຟ, ແລະອາກາສເປັນຕົ້ນ, ສິ່ງເຫຼົ່ານີ້ເກີດຂຶ້ນຈາກສະພາວະຂອງມັນ ເອງ ໂດຍມັນເອງ ແລະເພື່ອມັນເອງ, ບໍ່ມີໃຜສ້າງ ແລະເຮັດໃຫ້ປ່ຽນແປງໄປຕາມສະພາວະເດີມໄດ້, ພຣະພຸທທະອົງຊົງຈັດລັທທິນີ້ວ່າ” ລັທທິນີ້ເປັນສັສຕະວາທະ ຄື ມີຄວາມເຫັນວ່າໂລກທ່ຽງ(the World is Eternal).
5. ສັນຊັຍເວລັຕຖະບຸຕ: (ອະມະຣາມິເຂປິກາ)
ສັນຊັຍເວຣັຕຖະບຸຕ ເປັນເຈົ້າລັທທິພວກປະຣິພາຊົກ ຕັ້ງສຳນັກເຜີຍແຜ່ລັທທິຢູ່ທີ່ເມືອງ ຣາຊຄືຫ໌ ຣັຖມະຄົທ ເປັນທີ່ເຫຼື້ອມໃສນັບຖືຂອງຄົນ ເປັນຈຳນວນຫຼາຍ ແລະໄດ້ເປັນອາຈາຣຍ໌ຂອງ ພຣະໂມຄຄັລລານະ ແລະພຣະສາຣີບຸຕມາກ່ອນດ ປະວັຕຂອງທ່ານຜູ້ນີ້ບໍ່ຄ່ອຍຈະມີຫຼັກຖານ.
ຄຳສອນຂອງສັນຊັຍລັຕຖະບຸຕ
ສັນຊັຍ ເປັນເຈົ້າລັທທິທີ່ມີຄວາມເຫັນປິ້ນໄປປິ້ນມາ ເອົາແນ່ນອນບໍ່ໄດ້ ມີຄວາມເຫັນຄັດ ຄ້ານ ບໍ່ກ້າຍອມຮັບອັນໃດທັງໝົດ ບໍ່ສາມາດບັນຍັດອັນໃດໃຫ້ຕາຍໂຕລົງໄປ ເພາະບໍ່ຮູ້ແທ້ແດ່, ເພາະຢ້ານຜິດແດ່, ເພາະຫຼິ້ນສານວນແດ່, ທ່ານມີຄວາມເຫັນວ່າ:
1. ຜົນຂອງກັມດີກັມຊົ່ວຊົວບໍ່ມີ, ຈະວ່າບໍ່ມີກໍບໍ່ແມ່ນ, ຈະວ່າບໍ່ມີກໍບໍ່ແມ່ນ, ບໍ່ແມ່ນທັງສອງຢ່າງ.
2. ໂລກນີ້ ແລະໂລກໜ້າບໍ່ມີ, ຈະວ່າບໍ່ມີກໍບໍ່ແມ່ນ, ຈະວ່າມີກໍບໍ່ແມ່ນ ບໍ່ແມ່ນທັງສອງຢ່າງ.
3. ວິນຍານບໍ່ມີ, ຈະວ່າບໍ່ມີກໍບໍ່ແມ່ນ ຈະວ່າມີກໍບໍ່ອມ່ນ ບໍ່ແມນທັງສອງຢ່າງ.
ທິສດີຂອງສັນຊັຍນີ້ຟັງຍາກ ເອົາແນ່ນອນບໍ່ໄດ້ ຈັບໃຈຄວາມຢາກທ່ານປຽບເໝືອນກັບການ ຈັບອ່ຽນ ຈຶ່ງໄດ້ຊື່ວ່າ “ອະມະຣາວິກເຂປິກາ” ແປວ່າຜູ້ເວົ້າບໍ່ຢູ່ກັບທີ່ ຄືຈັບເອົາໃຈຄວາມບໍ່ໄດ້, ແຕ່ບໍ່ຈັດເປັນອະກິຣິຍະວາທະ ເຊິ່ງປະຕິເສດຜົລບຸນ-ຜົລບາປ ທີ່ຕົນກະທຳໄວ້.
ໃນ ກະຣະຕັງຄະສູຕ ໄດ້ກ່າວປະນາມລັທທິນີ້ວ່າ: ເປັນລັທທິຂອງຄົນຕາບອດ ບໍ່ສາມາຖຈະນຳຕົນ ແລະຄົນອື່ນໃຫ້ເຂົ້າຮອດຄວາມຈິງໄດ້, ເປັນບຸຄຄົລປະເພດປັນຍາອ່ອນ ບໍ່ສາມາຖ ຕັດສິນສິ່ງໃດ ລົງໄປຢ່າງເດັດຂາດ ເພາະເນື່ອງມາຈາກຄວາມບໍ່ຮູ້ແທ້ນັ້ນເອງ.
6. ນິຄັນທະນາຕະບຸຕ:
ນິຄັນຖະນາຕະບຸຕ ຫຼືສາສນດາມະຫາວິຣະ ເປັນສາສດາຄົນທ່ີສຳຄັນທີ່ສຸດ ໃນບັນດາຄຣູທັງ 6 ທ່ານໃຊ້ຊີວິຕຢູ່ໃນຮຸ່ນຮາວຄາວດຽວກັບພຣະພຸດທະອົງ ແຕ່ກ່ອນພຣະພຸດທະອົງໜ່ອຍ ໜຶ່ງ, ເກີດທີ່ກຸນທະຄາມ ໃນເມືອງເວສາລີ ຣັຖວັຊຊີ ໃນຕະກູລນາຍະ(Naya), ພຣະບິດາພຣະ ນາມວ່າ ສິດທາດ(ສິຕທຣາຖ) ຊົງເປັນພຣະຣາຊາພຣະອົງຄ໌ໜຶ່ງ ໃນຄະນະຣາຊຂອງພຣະເຈົ້າລິສວີ ພຣະມາຣດາພຣະນາມວ່າ ຕິຣສລາ.
ສມັຍຍັງຊົງພຣະເຍົາ, ນິຄັນຖະ ມີຄວາມກ້າຫານຫຼາຍ ສະນັ້ນຈຶ່ງໄດ້ພຣະນາມວ່າ “ວິຣະ” ຫຼື “ມະຫາວິຣະ” ກາລຕໍ່ມາຈຶ່ງໄດ້ພຣະນາມໃໝ່ວ່າ “ຊິນິ” ແປວ່າ ຜູ້ຊະນະ(Conquerer) ເມື່ອພຣະຊົນໄດ້ 30 ພັນສາ, ພຣະບິດາ ແລະພຣະມາຣດາສວັນຄ໌ນະຄົຕ ນິຄັນຖະນາຕະບຸຕ ຈຶ່ງໄດ້ຊອກຫາທາງທີ່ຈະອອກບວຊ, ຄັນຕໍ່ມາເມື່ອທຳອິດຂອງຣະດູໜາວ ກໍໄດ້ສລະຣາຊບັລລັງກ໌ ອອກບວຊເປັນພຣະປະຣິພາຊົກ ຄືພວກທ່ອງທ່ຽວ ໄດ້ຍອມຕົນເປັນລູກສິຕຂຶງ ປາຣ໌ສວາ (Parsva) ເຊິ່ງຖືວ່າເປັນຕິຖັງກອຣ(ສາສດາ) ອົງທີ 23 ຂອງສາສນາເຊນ ແລະນິຄັນຖະນາຕະ ບຸຕ ໄດ້ອອກເດີນທາງທ່ອງທ່ຽວໄປໃນທີ່ຕ່າງໆ ບໍ່ຄ່ອຍຈະຢູ່ບ່ອນເກົ່າ ໃນກາຣເດີນທາງບໍ່ເຄີຍນອນ ແຮມຄືນໃນບ້ານນານກວ່າ 1 ຄືນ ແລະໃນເມືອງບໍ່ເກີນ 5 ຄືນ, ໄດ້ໃຊ້ເວລາສແວງໂມກຂະທັມຢູ່ 12 ປີ ຈຶ່ງສພເຣັດອໍຣະຫັນ ປະກາສຄຳສອນຢູ່ 30 ປີ ຈຶ່ງນິພພານ.
ຄຳສອນຂອງນິຄັນຖຕະນາຕະບຸຕ
ຄວາມປະສົງຂອງລັທທິນີ້ ກໍເພື່ອຈະພົ້ນຈາກສັງສາຣະທຸກຂ໌ ເໝືອນກັນກັບພຣະພຸດທະ ສາສນາ, ຄວາມຫຼຸດພົ້ນນີ້ຮຽກວ່າ “ໂມກສະ” ຜູ້ທີ່ຈະບັນລຸໂມກສະໄດ້ ຈະຕ້ອງສຳເຣັດ ເກວະລັຊ ຍານ (ຄວາມຮູ້ທີ່ຈະສິ້ນສຸດແລ້ວ) ຜູ້ທີ່ບັລລຸຊານນີ້ ຮຽກວ່າ ເກວະລິນ.
ທາງທ່ີ່ຈະໄປສູ່ໂມກສະນັ້ນ ຄື ແກ້ວ 3 ປະກາຣ ຄື:
1. ຄວາມເຫັນຊອບ ຄື ຮູ້ຫຼືເຂົ້າໃຈຕາມຫຼັກຄຳສອນຂອງພຣະມະຫາວິຣະ.
2. ຄວາມຮູ້ຊອບ ຄື ຮູ້ຫຼືເຂົ້າໃຈຕາມຫຼັກຄຳສອນຂອງພຣະມະຫາວິຣະ.
3. ຄວາມປະພຶດຊອບ ຄື ປະພຶດຕາມຫຼັກສິລທັມ ທ່ີພຣະມະຫາວິຣະທີ່ໄດ້ບັນຍັຕໄວ້.
ສາສດາມະຫາວິຣະ ໄດ້ໃຫ້ທັສນະກ່ຽວກັບພຣະເຈົ້າວ່າ “ພຣະເຈົ້າແຫ່ງທ້ອງຟ້າ, ພຣະເຈົ້າແຫ່ງພາຍຸ, ພຣະເຈົ້າແຫ່ງສາຍຟ້າດ ຂໍຝົນຈົ່ງຕົກ, ຂໍຝົນຈົ່ງຢ່າໃຫ້ຕົກ” ແຕ່ເມື່ອຮູ້ທັມມະຊາຕຂອງສິ່ງທັງຫຼາຍແລ້ວ ກໍອາດກ່າວວ່າ “ອາກາດ ເມກຝົນໄດ້ຕັ້ງຂຶ້ນແລ້ວ ລອຍລົງມາແລ້ວ ຫຼືໄດ້ຕົກແລ້ວ”.
ເຊນສາສະນິກ ຖືວ່າ ກາຣທໍຣະມາຣຕົນໃຫ້ລຳບາກ ຄື ອັຕກິຣະມັຕຖານຸໂຍກ (Self Mor-tificatipm) ເປັນທາງທີ່ຈະນຳໄປສູ່ໂມກສະ ຄື ຄວາມຫຼຸດພົ້ນອອກຈາກສັງສາຣະທຸກຂ໌ໄດ້, ບໍ່ວ່າຈະເກີດຂຶ້ນທາງກາຍ, ວາຈາ ແລະໃຈ.
ມີເຣື່ອງເລົ່າວ່າ ຄັ້ງໜຶ່ງຂະນະທີ່ສາສດາມະຫາວິຣະກັລງນັ່ງເຂົ້າສະມາທິຢູ່ທີ່ທົ່ງນາ ມີຊາວບ້ານຜູ້ໜຶ່ງມາເຫັນ ຕ້ອງກາຣພິສູຈນ໌ວ່າ ທ່ານມີຄວາມອົດທົນພຽງໃດ ຈຶ່ງໃຊ້ໄຟຈີ້ຣະຫວ່າງຂໍ້ຕີນ ເອົາຕະປູແທງເຂົ້າໄປໃນຮູຫູ ແຕ່ທ່ານກໍນັ່ງສງົບຢູ່ບໍ່ເນັງບໍ່ຕີງ ຄົງຍັງນັ່ງເຂົ້ານັ່ງສະມາທິເປັນປົກຕິ.
ເມື່ອຮອດຣະດູໜາວ ພວກໄທບ້ານຕ້ອງພາກັນໜຸ່ງຜ້າຫົ່ມໜາໆ ອາໃສຢູ່ໃນທີ່ອົບອຸ່ນ ແຕ່ພຣະມຫາວິຣະຈາຣີກທ່ອງທ່ຽວໄປເລື້ອຍໆ ບໍ່ຈຳເປັນຕ້ອງອາໄສທີ່ບັງລົມໜາວ, ເມື່ອຮອດເວລາ ແຖຜົມ ຄົນທົ່ວໄປຕ້ອງໃຊ້ມີດແຖ, ແຕ່ພຣະມະຫາວິຣະໃຫ້ມືຫຼົກ ເປັນຜູ້ມັກນ້ອຍສັນໂດດດ ຖືເປັນອະຫິງສາຢ່າງເຄັງຄັດ, ບໍ່ອາໄສອາຫາຣຊິ້ນທຸກຢ່າງ, ບໍ່ດື່ມນ້ຳເຢັນ, ດື່ມແຕ່ນ້ຳຕົ້ມ, ໂດຍໂດຍມີຄົນຕົ້ມຖວາຍ ເພາະຢ້ານຈະກືນເອົາສັດທີ່ມີຊີວິດ ເຂົ້າໄປນຳ ມີຜ້າຂາວບາງໆອັດດັງ ແລະປາກ, ເພື່ອປ້ອງກັນບໍ່ໃຫ້ສັດນ້ອຍໆ ເຂົາໄປເມື່ອເວລາຫາຍໃຈ, ບໍ່ຈັບເງິນ ແລະຄຳ ບໍ່ຂີ່ຣົດ ແລະເຮືອ ໄປໃສມາໃສກໍມີແຕ່ຢ່າງເທົ່ານັ້ນ.
ພຣະຂອງສາສນາເຊນ ຈະຕ້ອງຮັກສາສິລ 5 ຂໍ້, ຮຽກວ່າ “ອະນາຄະຣະທັມ” ຢ່າງເຄັ່ງຄັດ ສີລ 5 ຂ້ໍນັ້ນຄື:
1. ເວັ້ນຈາກການຂ້າສັຕວ໌ ທີ່ມີລົມຫາຍໃຈ ບໍ່ຂ້າ ບໍໍທຳດ້ວຍຕົນເອງ ຫຼືໃຊ້ໃຫ້ຄົນອື່ນກະທຳ ຫຼືເຫັນດີນຳຜູ້ອື່ນ.
2. ເວັ້ນຈາກກາຣເວົ້າຕົວະ ເຊິ່ງອາດເກີດຈາກວາມໂກດ, ຄວາມໂລບ , ຄວາມຢ້ານ, ບໍ່ເວົ້າເອງ ຫືຼບັງຄັບໃຫ້ຜູ້ອື່ນເວົ້າ ຫຼືເຫັນດີນຳເມື່ອຜູ້ອື່ນເວົ້າ.
3. ເວັ້ນຈາກການຈັບເອົາສິ່ງຂອງທີ່ຜູ້ອື່ນບໍ່ໄດ້ໃຫ້ ບໍ່ວ່າສິ່ງນັ້ນຈະຢູ່ໃນບ້ານດ ໃນເມືອງ, ໃນປ່າ ຈະຫຼາຍຫຼືນ້ອຍ ຈະມີຊີວິຕຫຼືບໍ່ມີຊີວິດກໍຕາມ, ຈະບໍ່ຖືເອົາດ້ວຍຕົນເອງ ຫຼືບັງຄັບໃຫ້ຜູ້ອື່ນຖືເອົາ ຫຼືເຫັນດີນຳ ເມື່ອຜູ້ອື່ນຖືເອົາ.
4. ເວັ້ນຈາກກາມມະຄຸນ ປະພຶດຜິດໃນກາມ ບໍ່ເປີດປ່ອງທາງໃຫ້ເກີດຄວາມກຳນັດ ຍິນດີ ໃນການເກີດຂຶ້ນ, ບໍ່ກະທຳດ້ວຍຕົນເອງ ຫຼືບັງຄັບໃຫ້ຜູ້ອື່ນກະທຳ ຫຼືເຫັນດີນຳເມື່ອຜູ້ອື່ນກະທຳ.
5. ບໍ່ຍິນດີໃນກາມະວັຕຖຸ ບໍ່ວ່າໜ້ອຍຫຼືຫຼາຍ ນ້ອຍຫຼືໃຫຍ່ ມີຊີວິຕຫຼືບໍ່ມີຊີວິຕກໍຕາມ ຈະບໍ່ຍິນດີໃນສິ່ງນັ້ນ ບໍ່ບັງຄັບໃຫ້ຜູ້ອື່ນຍິນດີ ແລະບໍ່ຍິນດີກັບຄົນອື່ນ.
ເຊນສາສນິກຈະຕ້ອງຮັກສາສີລ 12 ຂໍ້
(ອາຄາຣະທັມ ທັມຂອງຜູ້ຄອງເຮືອນ)
1/ ເວັ້ນຈາກກາຣທຳລາຍສິ່ງທີ່ມີຊີວິຕ.
2. ເວັ້ນຈາກກາຣເວົ້າຕົວະ.
3. ເວັ້ນຈາກກາຣຖືເອົາສິ່ງຂອງທີ່ຜູ້ອື່ນບໍ່ໄດ້ໃຫ້.
4. ເວັ້ນຈາກກາຣປະພຶດຜິດໃນກາມ ໃຫ້ມີຄວາມສັນໂດດໃນພຣິຍາຂອງຕົນເອງ.
5. ມີຄວາມພໍໃຈໃນຄວາມປາຖນາ ຫຼືຄວາມພໍໃຈໃນສິ່ງທີ່ຕົນມີຢູ ແລະຊັພຍ໌ສົມບັຕຂອງຕົນ ໃຫ້ເກີດຜົລແກ່ສ່ວນຣວມ ບໍ່ເພີ່ມເຕີມຊັພຍ໌ໃນທາງທຸຈະຣິຕ.
6/ ເວັ້ນຈາກອາຣົມທີ່ກໍ່ໃຫ້ເກີດຄວາມຊົ່ວ ເຊັ່ນ: ເວັ້ນຈາກການທ່ຽວ ທີ່ບໍ່ຈຳເປັນເປັນຕົ້ນ.
7/ ຮູ້ຈັກປະມານໃນການໃຊ້ສອຍ ເຄື່ອງອຸປະໂພຄບໍຣິໂພຄ.
8/ ເວັ້ນຈາກທາງທີ່ຈະກໍ່ໃຫ້ເກີດອາຊຍາກັມ.
9/ ບໍ່ອອກພົ້ນເຂຕໂດຍທິສໃດທິຕໜຶ່ງ ໃນເວລາພໍ່າເພັງພົຕ.
10. ພ່ຳເພັງພົຕທຸກເທສກາລ.
11. ຢູ່ຈຳອຸໂປສົຖ
12. ໃຫ້ທານໂດຍຈຳເພາະຢ່າງຍິ່ງ ແກ່ພຣະໃນນິກາຍນີ້.
ລັທທິສາສນາເຊນ ເຫັນວ່າກົກໄມ້, ຫຍ້າດ ກ້ອນຫີນ ຫຼືວັຕຖຸທານທຸກສະນິດ ມີວິນຍານ ກາຣຂ້າກາຣທຳລາຍ ສິ່ງທີ່ມີວິນຍານເປັນບາບ ສາສນານີ້ສອນໃຫ້ຍຶດໝັ້ນຫຼັກອະຫິງສາຢ່າງເຄັ່ງຄັດ.
ຫຼັງຈາກ ພຸດທະປະຣິນິພພານແລ້ວ 240 ປີ ສາສນາເຊນໄດ້ແຕກອອກເປັນ 2 ນິກາຍ ຄື ນິກາຍເສຕັມພຣ ແລະນິກາຍທິຄັມພຣ ພຣະໃນນິກາຍທິຄັມພຣ ບໍ່ນຸ່ງຫົ່ມຜ້າ ແຕ່ກໍບໍ່ໄດ້ສະແດງການ\ຣບຽດບຽນຢ່າງຮຸນແຮງ, ເວລານີ້ຄົນນັບຖືສາສນານີ້ຢູ່ປະມານ 2 ລ້ານກ່ວາຄົນ, ໃນອິນເດັຍ ສາສນານີ້ບໍ່ໄດ້ແຜ່ໄປໃນຕ່າງປະເທສ ເໝືອນກັບສາສນາອື່ນ ເພາະພຣະໃນສາສນານີ້ເຄັ່ງຄັດວິນັຍຫຼາຍ.
ຄຳສອນຂອງສາສນານີ້ ມີສ່ວນເໝືອນກັບຄຳສອນຂອງພຣະພຸດທະສາສນາຫຼາຍ, ແຕ່ໃນລັດທິນີ້ມຸ້ງກາຣທໍຣະມາຣຕົນໃຫ້ລຳບາກ ຮຽກວ່າ “ອັຕຕະກິຣະມັຕຖານຸໂຍຄ”. ພຣະອົງຄ໌ຈຶ່ງຄັດ ຄ້ານ ເພາະເປັນອັນຕະຣາຍ ພຣະພິກຂຸບໍ່ຄວນປະພຶດປະຕິບັຕ.
สมัครสมาชิก:
ส่งความคิดเห็น (Atom)
ไม่มีความคิดเห็น:
แสดงความคิดเห็น