วันศุกร์ที่ 19 ตุลาคม พ.ศ. 2550

ບົທທີ:1.ສມັຍພຣະພຸດທະອົງຍັງຊົງພຣະຊົນ

ພຸດທະສາສນາ​ເຖຣະວ​າທກັບ​ມະຫາຍານ
ບົທທີ 1
ສມັຍ​ພຣະພຸດທະອົງ​ຊົງ​ພຣະຊົນ
ຫລັງ​ຈາກ​ພຣະສິທທັດ​ຖະມະຫາ​ບູຣຸດ ​ຊົງໄດ້ສະ​ເດັດ​ອອກສະ​ແຫວ​ງມາ​ໂມກຂະທັມ ດ້ວຍ​ການທ່ອງທ່ຽວ​ໄປ​ໃນ​ທີ່​ຕ່າງໆ ​ເນື່ອງ​ຈາກ​ໃນຂະນະ​ນັ້ນຊາວ​ຊຸມພູ​ທະວີບ​ນັ້ນ ມັກ​ຈະ​ອອກບວດ​ເພື່ອ​ສຶກສາ​ຫາ​ຫຼັກ​ທັມ​ສູງ​ສຸດ​ມາ​ແກ້​ໄຂ​ບັນຫາ​ສັງຄົມ​ເພື່ອ​ໃຫ້​ພົ້ນຈາກ​ກອງ​ທຸກ ຈຶ່ງ​ປາກົດ​ເຫັນ​ບັນດາ​ພຣາມ, ນັກບວດ ​ແລະ​ນັກ​ພົດ​ບ​​ຳ​ເພັງ​ຕົນ ​ໃນ​ອາການ​ກິຣິຍາ​ຕ່າງໆ ບາງ​ທ່ານ​ກໍ​ຕັ້ງຕົນ​ເປັນ​ເຈົ້າລັດທິ ​ແລະ​ຕັ້ງສຳນັກ​ສອນ​ລູຸກສິດ​ຂອງ​ຕົນ, ສຳ​ລັບ​ພຣະມະຫາ​ບູຣຸສນັ້ນ ​ເນື່ອງ​ຈາກ​ພຣະອົງ​ເຫັນ​ວ່າ ການ​ທີ່​ຈະ​ເຮັດ​ໃຫ້​ມະນຸດ​ມີ​ຄວາມ​ສຸຂສູງ​ສຸດ​ນັ້ນ ກໍ​ຕ້ອງ​ມີ​ຫຼັກ​ທັມ​ສູງ​ສຸດ ຄື​ໃຫ້​ມະນຸດ​ສາມາດ​ຫຼຸດ​ພົ້ນອອກ​ຈາກ​ກອງ​ກິ​ເລ​ສທັງ​ມວນ, ຕະລອດ​ໄລຍະ 6 ພັນ​ສາ​ທີ່​ພຣະມະຫາ​ບຸຣຸດອອກ​ສະ​​ແຫວ​ງຫາ​ໂມກຂະທັມນັ້ນ, ພຣະອົງ​ໄດ້​ທ່ອງ​ທ່ຽວ​ໄປ​ໃນ​ສະຖານ​ທີ່​ຕ່າງໆ ​ເຫັນ​ການ​ປະຕິ​ບັດ​ຕຂອງ​ບັນດາ​ນັກ​ພົດ​ຕ່າງໆ ພຣະອົງ​ຊົງ​ເຫັນ​ວ່າ​ບໍ່​ເປັນ​ຫົນທາງ​ແຫ່ງ​ການພົ້ນທຸກ ​ແຕ່​ຢ່າງ​ໃດ​ກໍ​ຕາມ​ໃນ​ໄລຍະ 6 ພັນ​ສານັ້ນ ພຣະອົງ​ໄດ້​ຕັດສິນ​ໃຈ​ສຶກສາ​ໃນ​ສຳນັກ​ຂອງ​ອະ​ສິຕະດາບົດ ​ແລະອາຣະລາ​ດາບົດ ​ເຊິ່ງ​ເປັນຣືສີ​ທີ່​ໂດ່​ງດັງ ​ແລະ​ມີ​ລູກ​ສິດ​ຫຼວງ​ຫຼາຍ, ພຣະອົງ​ກໍ​ໄດ້​ສຶກສາ​ທັມ​ນຳຣືສີ​ທັງ​ສອງນັ້ນ ​ຈົນ​ສຳ​ເຣັດວິຊາ ​ແຕ່ພຣະອົງ ຍັງ​ມອງ​ເຫັນ​ວ່າ ຫຼັກ​ທັມ​ທີ່​ສຶກສາ​ນີ້ ຍັງ​ບໍ່​ທັນ​​ເຮັດ​​ໃຫ້​ພຣະອົງ​ພົ້ນຈາກ​ກອງ​ທຸກ​ເທື່ອ ພຣະອົງ​ຈຶ່ງ​ໄດ້​ຕັດສິນ​ພຣະ​ທັຍ ອອກ​ສະ​ແຫວ​ງຫາ​ໂມກຂະທັມ​ອີກ​ຕໍ່​ໄປ.
ຈົນ​ມາ​ເຖິງ​ວັນ​ໜຶ່ງ​ໃນ​ປີ​ທີ 6 ​ແຫ່ງ​ການ​ອອກ​ສະ​ແຫວ​ງຫາ​ໂມກຂະທັມນັ້ນ, ພຣະອົງ​ໄດ້​ຕັດສິນ​ພຣະ​ທັຍມາ​ປະຕິບັດ​ທັມ​ພຣະອົງ​ດຽວ ​ແຕ່​ພາຍ​ລຸນ​ມາ​ກໍ​ມີ​ພຣາມທັງ 5 ຄົນ​ມາ​ມອບ​ຕົວ ​ເພື່ອ​ເປັນ​ລູກສິດ​ຂອງ​ພຣະອົງ ຮຽກ​ວ່າ ປັນຈະວັກຄີ, ​ເມື່ອປັນຈະວັກຄີ​ໄດ້​ຢູ່​ບົວຣະບັດ​ພຣະອົງ​ຢູ່​ນັ້ນ ພຣະອົງ​ໄດ້​ປະຕິບັດ​ທັມ​ຂັ້ນສູງ ​ແລະ​ຢ່າງ​ເຄັ່ງ​ຄັດ ​ແລະ​ແລ້ວ​ໃນ​ທີ່​ສຸດ​ຮ່າງ ກາຍຂອງ​ພຣະອົງ​ກໍ​ຈ່ອຍ​ຜອມ​ລົງ ບໍ່​ມີ​ແຮງ​ທ່ີ​ຈະ​ກະທຳ​ທຸກ​ກະຣະກິຣະຍາ​ສືບ​ຕໍ່​ໄປ​ໄດ້, ພຣະອົງ​ກໍ​ຊົງ​ໄດ້​ຫັນ​ກັບ​ມາ​ສັນ​ອາຫາຣ ​ແລະ​ພິຈາຣະນາ​ເຖິງ​ການ​ປະຕິບັດ​ຂອງ​ພຣະອົງ​ໃນ​ທີ່​ຜ່ານ​ມາ ​ພຣະອົງ​ຊົງ​ດຳຣິວ່າ ການ​ທໍຣະມານ​ຕົນ​ດ້ວຍ​ອາການ​ຍານ​ໂພດ​ກໍ​ໃຫ​້​ເສັຍ​ເວລາ ຊີວິດ​ກໍ​ຜ່ານ​ໄປ​ລ້າໆ, ​ເມື່ອ​ພຣະອົງ ​ໄດ້​ປະຕິບັດ​ເຄັ່ງ​ຄັດ ກໍ​ເຮັດ​ໃຫ້​ພຣະຮ່າງ​ກາຍ​ຂອງ​ພຣະ ອົງ​ໝົດ​ກຳລັງ ​ເໝືອນ​ກັບ​ທໍຣະມາ​ຕົນ​ໃຫ້​ເສັຍ​ປະ​ໂຫຍ​ດຊື່ໆ ພຣະອົງ​ຈຶ່ງ​ຊົງ​ສົມ​ທຽບ​ການ​ປະຕິບັດ​ນັ້ນ ​ເໝືອນ​ກັບ​ພິນ​ສາມ​ສາຍ ຄື “ສາຍ​ທີ່​ 1 ​ເຄັ່ງ​ໂພດ​​ເມື່ອດີດ​​ນອກຈາກ​ບໍ່​ມ່ວນ​ແລ້ວ ຍັງ​​ເຮັດ​ໃຫ້​ສາຍ​ຂາດ, ສາຍ​ທີ 2 ​ເມື່ອ​ດີ​ດ​ແລ້ວ​ສຽງ​ກໍ​ບໍ່​ມ່ວນ, ສາຍ​ທີ 3 ​ຄື​ສາຍ​ພິນ​ໄດ້​ເຄັ່ງ​ພໍດີ ສຽງ​ພິກໍ​ດັງ​ອອກ​ມາ​ມ່ວນ” ​ເມື່ອ​ເປັນ​ເຊັ່ນ​ນັ້ນ ພຣະອົງ​ກໍ​ຊົງ​ກັບ​ມາສະ​ເຫວ​ີຍພຣະ ກາຍາຫານ, ​ເມື່ອ​ພຣະອົງ​ກັບ​ມາສະ​ເຫວີຍ​ພຣະກາຍາ​ຫານ​ແລ້ວ ​ເຮັດ​ໃຫ້​ປັນຈະວັກຄີ ຜູ້​ມອງ​ບໍ່​ເຫັນ​ມະ​ໂນ​ເຈຕະນາ​ຂອງ ພຣະອົງ ກໍ​ຄິດ​ວ່າ​ພຣະອົງ​ຊົງ​ລະ​ຄວາມພຽນ​ຈຶ່ງ​ພາ​ກັນ​ນີ້​ຈາກ​ພຣະອົງ ​​ໄປ​ຢູ່​ປ່າ​ອິສິປະຕິ​ນະມະຣິກຄະທາ​ຍະ​ວັນ.
ວັນ​ໜຶ່ງ ພຣະອົງ​ຊົງ​ນັ່ງ​ສຳລານ​ພຣະວໍຣະກາຍ​ຢູ່​ແທບ​ເຄົ້າ​ໄມ້​ສາຣະ ​ແຄມ​ນ້ຳ​ເນຣັນຊອນ(​ເນຣັນຊະຣາ) ພຣະອົງ ກໍ​ຊົງ​ໄດ້​ຮັບປະ​ເຄນ ​ເຂົ້າມະທຸ​ປາ​ຍາຕ ພ້ອມ​ທັງ​ພະ​ຊະນະ​ຄຳ ທີ່​ນາງ​ສຸຊາດາ​ຖວາຍ​ແລ້ວ ພຣະອົງ​ກໍ​ລົງ​ສົງ​ພຣະວໍຣະກາຍ ​ໃນ​ນ້ຳ​ເນຣັນຊະຣາ ​ແລະ​ຊົງ​ຕັ້ງສັຈະ​ຍາ​ທິຖານ ​ວ່າ​ຈະ​ປະຕິບັດ​ທັມ​ໃຫ້​ສຳ​ເຣັດ​​ໃນ​ຄືນ​ວັນນັ້ນ ພຣະອົງກໍຊົງ​ປ່ອຍ​ພະ​ຊະນະ ຄຳ ລົງ​ໃນ​ແມ່ນ້ຳ​ເນຣັນຊະຣາທີ່​ນັ້ນ ​ແລ້ວ​ພຣະອົງ​ກໍ​ສະ​ເດັດ​ກັບ​ມາ​ນັ່ງ​ທີ່​ເຄົ້າ​ໄມ້​ສາລະ(​ໄມ້​ຮັງ) ພຣະອົງ​ກໍ​ຊົງ​ກະທຳ​ຄວາມພຽນ​ຢູ່​ຕລອດ​ທັງ​ວັນ, ​ເມື່ອ​ໃກ້​ຄ່ຳ ພຣະອົງ​ກໍ​ຊົງ​ໄດ້​ກຳນົດ​ສະຖານ​ທີ່ໆ​ຈະ​ປະກອບ​ຄວາ​ມພຽນ ​ໃນ​ເວລາ​ຣາຕຣີ ​ເພື່ອ​ຈຳ​ຕັດສະຮູ້​ໃນ​ວັນນັ້ນ​ໃຫ້​ໄດ້, ພຣະອົງ​ຈຶ່ງ​ຊົງ​ສະ​ເດັດ​ອອກ​ຈາກ​ເຄົ້າ​ໄມ້​ສາລະ ມຸ້ງ​ໜ້າ​ສູ່​ເຄົ້າ​ໄມ້​ສີ​ມະຫາ​ໂພທິ (ຕົ້ນ​ໄມ່ປ່າ​ແປ້ງ) ​ເຊິ່ງ​ເປັນ​ສະຖານ​ທີ່​ໆ​ສງົບ​ສະ​ງັດດີ, ​ໃນ​ໃກ້​ຄ່ຳ​ວັນນັ້ນ​ເອງພຣະອົງ​ກໍ​ໄດ້​ຮັບປະ​ເຄນ​ຫຍ້າ​ຄາ 8 ກຳ ທີ່​ໂສຕຖີຍະ​ພຣາມ ຖວາຍ ​ແລ້ວ​ປູ​ລາດ​ເປັນ​ບັນລັງ ພຣະອົງ​ກໍ​ສະ​ເດັດ​ຂຶ້ນ​ປະ​ທັບ​ນັ່ງ ຊົງ​ອະທິຖານ​ໃນ​ຈິຕຢ່າງ​ໝັ້ນຄົງ​ວ່າ:
“​ເຖິງ​ແມ່ນ​ວ່າ ພຣະ​ໂລ​ຫິຕຈະ​ເຫືອ​ດ​ແຫ້ງ​ໄປ​ຈົນ​ໝົດ​ສິ້ນ ​ເຫຼືອ​ແຕ່​ໜັງ ​ເອັນ ​ແລະ​ກະດູກ​ກໍ​ຕາມ ຕາບ​ໃດ​ທີ່​ຍັງ​ບໍ່​ທັນ​ໄດ້​ບັນລຸ​ອະນຸ​ຕຣະສັມມາ​ສັມ​ໂພ​ທີ​ຍາຍ ຈະ​ບໍ່​ລຸກ​ອອກ​ຈາກ​ສະຖານ​ທີ່​ນີ້​ຕາບນັ້ນ”
​ໃນ​ຂະນະ​ທີ່​ພຣະອົງ​ຊົງ​ນັ່ງ ສງົບຈິຕ​ເປັນ​ສະມາທິ​ຢູ່​ນັ້ນ ກິ​ເລ​ສຝ່າຍ​ຂ້າງ​ຕ່ຳ ​ໄດ້​ປາກົດ​ຂຶ້ນ​ມາຂັດ​ຂວາງ​ຄວາມ​ພະຍາຍາມ​ຢູ່​ໃນ​ພຣະທັຍຂອງ​ພຣະອົງຕລອ​ດ​ເວລາ, ພຣະອົງ​ກໍ​ຊົງ​ຄິດ​ເຖິງ​ຄວາມ​ສຸຂສຳລານ ທີ່​ເຄີຍ​ໄດ້​ຮັບ​ມາ ​ເພື່ອ​ມາ​ກຳຮາບ​ກິ​ເລ​ສຝ່າຍ​ຕ່ຳ ​ເຖິງ​ປານ​ນັ້ນກິ​ເລ​ສຝ່າຍ​ຕ່ຳ​ກໍ​ຍັງ​ປາກົດ​ຂຶ້ນ​ມາ​ຂັດ​ຂວາງ​ພຣະທັຍຂອງ​ພຣະອົງ​ໃຫ້​ຕົກລົງ​ໄປ​ຝ່າຍ​ຕ່ຳ ສ​ເມີ, ​ໃນ​ທີ່​ສຸດ​ພຣະອົງ​ກໍຣະນຶກ​ເຖິງ​ທັມມະ​ຝ່າຍ​ສູງ ອັນ​ໄດ້​ແກ່ ພຣະປາຣະນີ 10 ທັດ ທີ່​ພຣະອົງ​ເຄີຍ​ປະຕິບັດ​ມາ​ໃນ​ອະດີ​ດ ​ເຂົ້າມຂົ່ມ ຄື:
1- ທານະ​ປາຣະມີ.
2- ສີ​ລະ​ປາຣະມີ.
3- ຂັນ​ຕິ​ປ່ຣະມີ.
4- ວິຣິຍະ​ປະຣະມີ.
5- ​ເນັກຂັມມະ​ປາຣະມີ.
6- ປັນຍາ​ປາຣະມີ.
7- ສັຈຈະ​ປາຣະມີ.
8- ອະທິ​ດຖານະ​ປາຣະມີ.
9- ​ເມ​ຕຕາປາຣະມີ.
10/ ອຸ​ເປ​ກຂາ​ປາຣະມີ.
ມາ​ປະຊຸມ​ພ້ອມ​ກັນ​ແລ້ວ ກໍ​ເຮັດ​ໃຫ້​ພຣະທັຍຂອງ​ພຣະອົງ​ເຂັ້ມ​ແຂງ ຈົນ​ສາມາດ​ເອົາ​ຊະນະ​ມາຣ ຄື​ກິ​ເລ​ສງົບ​ລົງ​ໄດ້, ​ເມື່ອ​ພຣະອົງ​ຊົງ​ຊະນະ​ມາຣ ຄື ກິ​ເລ​ສລົງ​ໄດ້​ແລ້ວ, ພຣະອົງ​ກໍ​ຊົງ​ກຳນົດ​ຈິຕ​ເຂົ້າສູ່​ສະມາທິ ຈົນ​ບັນລຸ​ປະຖະມະ​ຊານ, ທຸຕິຍະ​ຊານ, ຕະຕິຍະ​ຊານ ​ແລະ​ຈະຕຸ​ຖະຊານ ຕາມ​ລຳດັບ​ດ່ັງ​ນີ້:
1. ປະຖະມະ​ຊານ(ປະຖົມຊານ).
ຂັນຕົ້ນ ພຣະອົງ​ຊົ​ງ​ໄດ້​ບັນລຸ ບຸ​ພ​ເພ​ວິ​ວາ​ສະນຸສະຕິ​ຍານ ຄື ຍານ​ຂັ້ນ​ແຮກນັ້ນ ຄືລະນຶກ​ຊາດ​ໃນ​ປາງ​ກ່ອນ​ໄດ້ ດ້ວຍ​ພຣະຍານ ຊົງ​ຮູ້​ແຈ້ງ​ໂດ​ຍພຣະ​ອົງ​ເອງ ວ່າ​ສິ່ງ​ທັງຫຼາຍ ຍ່ອມ​ເກີດ​ຂຶ້ນ​ດ້ວຍ​ອົງ​ປະກອບ 5 ປະການ ຄື:
1- ຮູບ (ດິນ, ນ້ຳ, ລົມ, ​ໄຟ)
2- ​ເວທນາ(ຄວາມ​ຮູ້ສຶກ​ນຶກ​ຄິດ​ທັງ​ອິດ​ຖາຣົມ ​ແລະ​ອະນິດຖາຣົມ)
3- ສັນຍາ(ຄວາມ​ຈົດ​ຈຳ​ສິ່ງ​ທັງ​ປວງ)
4- ສັງຂາຣ(ຄວາມ​ວຽນ​ວາຍ​ຕາຍ​ເກີດ)
5- ວິນ​ຍານ()
ປະກົດ​ການ​ທັງ 5 ປະການ​ນີ້ ຮຽກ​ວ່າ “ປັນຈະຂັນ” ​ເມື່ອ​ສິ່ງ​ເຫຼົ່າ​ນີ້ຣວມຕົວ​ກັນ​ເຂົ້າ ຮຽກ​ວ່າ “ການ​ເກີດ ຫຼື​ຈຸຕິ” ​ເມື່ອ​ ປະກົດ​ການ​ທັງ 5 ປະການ ​ແຍກ​ຕົວ​ກັນ​ເມື່ອ​ໃດ ຈະ​ຮຽກ​ສິ່ງ​ເຫຼົ່ານີ້​ວ່າ “ຕາຍ ຫຼື​ມໍຣະນັງ”.
2. ຕະຕິຍະ​ຊານ(ຊານ​ທີ 2)
​ເມື່ອຮອດ​ມັຊຊິ​ມະ​ຍາມ ຄື ຍາມ​ກາງ ພຣະອົງ​ກໍ​ຊົງ​ບໍ​ເພ​ັງທຸກຣິຍາ​ຕໍ່ ພຣະອົງ​ກໍ​ຊົງ​ບັນລຸ​ຍານ​ທີ 2 ຄື ຈຸຕຸ​ປະປາ​ຕະຍານ ​ໄດ້​ແກ່​ປັນຍາ​ຮູ້ຈັກ​ການ​ຈຸຕິ ​ແລະ​ການ​ເກີດ​ຂອງ​ສັພພະ​ສັດ ບາງ​ຄັ້ງກໍ​ຮຽກ​ວ່າ ທິພພະ​ຈັກຂຸ​ຍານ ຶ້ຄື​ຊົງ​ຮູ້​ວ່າ ຄົນ​ຈະ​ດີ ຫຼື​ຊົ່ວ, ຈະ​ຮັ່ງມີ ຫຼື​ທຸກ​ຈົນ ກໍ​ເພາະ​ມີ​ກັມ​ເປັນ​ຂອງ​ຕົນ​ເອງ​ ​ໄດ້​ສ້າງ​ໄວ້​ໃນ​ຊາ​ດປາງ​ກ່ອນ.
3. ຕະຕິຍະ​ຊານ (ຊານ​ທີ 3)
ພຣະອົງ​ຊົງ​ຄຳ​ຄວາມພຽນ​ຕໍ​ໄປ ຈົນ​ຮອດ​ປັດສິມະ​ຍາມ ຄື​ຍາມ​ສຸດ​ທ້າຍ ຊົງ​ໄດ້​ບັນລຸ​ຍານ​ທີ 3 ຄື​ອາສາ​ວັຄຂະ​ຍານ ​ໄດ້​ແກ່​ຄວາມ​ຮູ້​ແຈ້ງວ່າ ຂັນ​ທີ​່ມາ​ປະກອບ​ກັນ​ເຂົ້າ ​ເປັນ​ຕົວ​ຕົນນີ້ ກໍ​ເພາະ​ເຫ​ຕ ​ແລະ​ຜົນ ​ເຊິ່ງມີ​ຄວາມ​ກ່ຽວ​ພັນ​ກັນ​ຄື​ກັບ​ສາຍ​ໂສ້ ຮຽກ​ວ່າ ປະຕິ​ຈຈະ​ສະມຸປະ​ປາ​ທະ(ປະຕິ​ຈຈະ​ສະ​ມຸປປາ​ບາ​ທ) ​ເຊິ່ງທັມ​ທັງຫຼາຍ​ມີ​ສ່ວນ​ກ່ຽວ​ໜູນ​ພົວພັນ​ກັນ ດ່ັງ​ນີ້:
ອະວິຊຊາ ​ເປັນ​ເຫດ​ໃຫ້​ເກີດ ສັງຂາຣ
ສັງຂາຣ ເປັນ​ເຫດ​ໃຫ້​ເກີດ ວິນ​ຍານ
ວິນ​ຍານ ເປັນ​ເຫດ​ໃຫ້​ເກີດ ນາມ-ຮູ​ປ
ນາມ-ຮູ​ປ ເປັນ​ເຫດ​ໃຫ້​ເກີດ ອາຍະຕະນະ
ອາຍະຕະນະ ເປັນ​ເຫດ​ໃຫ້​ເກີດ ​ຜັສສະ
ຜັສສະ ເປັນ​ເຫດ​ໃຫ້​ເກີດ ​ເວທະນາ
​ເວທະນາ ເປັນ​ເຫດ​ໃຫ້​ເກີດ ຕັນຫາ
ຕັນຫາ ເປັນ​ເຫດ​ໃຫ້​ເກີດ ອຸປະ​ທານ
ອຸປາທານ ເປັນ​ເຫດ​ໃຫ້​ເກີດ ພົບ(ພາວະ)
ພົບ ເປັນ​ເຫດ​ໃຫ້​ເກີດ ຊາຕິ
ຊາຕິ ເປັນ​ເຫດ​ໃຫ້​ເກີດ ຊະຣາ-ມະຣະນະ-​ໂສ​ກະ-ປະຣິ​ເທວະ-ທຸກຂະ-​ໂທມະ​ນັສສະ ​ແລະ​ອຸ​ປາ​ຍາ​ສ.
​ເມື່ອ​ພຣະມະຫາ​ບູຣຸດຊົງ​ຮູ້​​ແຈ້ງ​ດັ່ງ​ນີ້​ແລ້ວ ຈິຕຂອງ​ພຣະອົງ​ກໍ​ພົ້ນອອກຈາກ​ກິ​ເລ​ສທັງ​ປວງ, ​ໄດ້​ຕັສຮູ້​ອະນຸ​ຕຣະສັມ ມາສັມ​ໂພທິຍານ ພາຍ​ໃຕ້​ເຄົ້າ​ໄມ້​ສີ​ມະຫາ​ໂພທິ ​ແຄມ​ຝັ່ງ​ແມ່​ນ້ຳ​ແນຣັນຊອນ​ທີ່​ນັ້ນ ວັນ​ຕອນ​ເຊົ້າ(ຮຸ່ງ​ອະຣຸນ) ຂອງ​ວັນ​​ເພັງ ເດືອນວິ​ສາຂາ​ປຸນ​ນະ​ມີ ຄື ​ເດືອນ 6 ​ເພັງ.
​ເມື່ອ​ຕັສຮູ້​​ເປັນ​ອໍຣະຫັນ​ຕະສັມມາ​ສັມພຸດ​ທະ​ເຈົ້າ​ແລ້ວ ພຣະອົງ​ຊົງ​ດຳຣິວ່າ ຈະ​ເຂົ້າສູ່​ປະຣິນິພພານ​ເລີຍ ຫຼື​ວ່າ​ຈະ​ຊົງ​ປະກາດ​ພຣະສັຈທັມ​ນີ້​ແກ່​ເວ​ເນຍຍະ​ສັຕວ໌ ​ເນື່ອງ​ຈາກ​ພຣະສັຈທັມ​ທີ່​ພຣະອົງ​ຊົງ​ຕັສຮູ້​ນີ້ ​ເປັນ​ທັມ​ທີ່​ຍິ່ງ​ໃຫຍ່​ອັນ​ບຸ​ຄຄົນ ຈະ​ຮູ້​ໄດ້​ໂດຍ​ຍາກ ທັງ​ເປັນ​ທັມ​ທີ່​ເຮັດ​ໃຫ້​ມະນຸດ​ຫຼຸດ​ພົ້ນອອກ​ຈາກ​ກອງ​ທຸກ​ໄດ້​ຢ່າງ​ແທ້​ຈິງ, ກໍ​​ເນື່ອງ​ຈາກ​ວ່າ​ພຣະອົງ​ມີ​ພຣະ ມະຫາ​ກະຣຸນາ​ທິຄຸນ​ເປັນ​ອັນ​ຍິ່ງຕໍ່​ສັຕວະ​ໂລກ​ທັງ​ມວນ ທ່ີ​ຈະ​ນຳ​ເອົາ​ມະນຸ​ສພົ້ນອອກ​ຈາກ​ກອງ​ທຸກ​ໃນ​ໂລກ​ນີ້ ພຣະອົງ​ຊົງ​ຮູ້​ໂດຍ​ພຣະຍານ​ພຣະອົງ​ເອງ​ວ່າ “ມະ​ນຸສ ​ແລະ​ສັຕວ໌ນີ້ ມີ​ຄວາມ​ແຕກ​ຕ່າງ​ກັນ” ພຣະອົງ​ຈຶ່ງ​ຊົງ​ເຫັນວ່າ​ມະນຸສມີ​ຄວາມ​ແຕກ​ຕ່າງ​ກັນ 4 ປະ​ເພດ ຄື:
1/ ອຸ​ຄຕິ​ຕັນ​ຍູ: ຜູ້​ຮັບ​ຮູ້​ໄດ້​ໄວ ພໍ​ຍົກ​ຫົວ​ຂໍ້​ທັມ​ຂຶ້ນ​ມາສະ​ແດງ ກໍ​ເຂົ້າ​ໃຈ​ໄດ້​ໂລດ ​ເໝືອນ​ກັບ​ດອກ​ບົວ​ທີ່​ພົ້ນໜ້ານ້ຳຂຶ້ນ​ມາ​ແລ້ວ ກໍ​ຖືກ​ແສງ​ແດດ​ກໍ​ເບັ່ງ​ບານ ສະນັ້ນ.
2. ວິ​ປະ​ຈິ​ຕັນ​ຍູ: ​ບຸກຄົນອາດ​ຮູ້ ​ແລະ​ແລະ​ເຂົ້າ​ໃຈ​ທັມ ​ເມື່ອ​ຊົງ​ໄດ້​ອະທິບາຍ​ຄວາມ​ແຫ່ງ​ຂໍ້​ທັມນັ້ນ​ແລ້ວ ຈຶ່ງ​ເຂົ້າ​ໃຈ ​ເໝືອນ​ກັບ​ດອກ​ບົວ​ທີ່​ຢູ່​ພຽງ​ໜ້ານ້ຳ ອັນ​ຈະ​ເບັ່ງ​ບານ​ໃນ​ມື້​ໃໝ່ ສັນນັ້ນກ
3. ​​ເຍຍ​ຍະ: ຜູ້​ພໍ​ຈະ​ແນະນຳ​ໄດ້ ​ໄດ້​ແກ່​ເວ​​ເນ​ຍຍະ​ບຸ​ຄຄົລ ອັນ​ທ່ານ​ຜູ້​ສລາດ​ໄດ້​ແນະ​ນຳ ສັ່ງສອນ​ຢູ່​ສ​ເມີ ກໍ​ອາດ​ບັນລຸ​ມັຄຄະ ຜົນ​ໄດ້, ​ເໝືອນ​ກັບ​ດອກ​ບົວ​ທີ່​ຢູ່​ໃນ​ນ້ຳ ຈະ​ຜຸດ​ຂຶ້ນ​ໜ້ານ້ຳ ​ແລະ​ເຊິ່ງຈະ​ບານ​ໃນ​ວັນ​ຕໍ່ໆ​ໄປ.
4. ປະ​ທະ​ປະຣະມະ: ​ໄດ້​ແກ່​ພວກ​ປັນຍາ​ຕຶບ ​ເຖິງ​ຈະ​ຟັງ​ທັມ​ບໍ່​ເຂົ້າ​ໃຈ, ທັງ​ບໍ່​ປະຕິບັດ​ຕາມ ຈຶ່ງ​ບໍ່​ສາມາດ​ບັນລຸ​ມັຄຄະ ຜົລ​ໄດ້, ​ເໝືອນ​ກັບ​ດອກ​ບົວ ທີ່​ພວມ​ແຕກ​ອອກ​ຈາກ​ເຫງົ້າບົວ ຍັງບໍ່​ທັນ​ວ່າ​ຈະ​ພົ້ນຂຶ້ນ​ຈາກ​ນ້ຳ​ໄດ້ ຫຼຶບໍ່​ກໍ​ອາດ​ເປັນ​ອາ ຫາຣຂອງ​ເຕົ່າ​ແລະ​ປາ​ໄດ້ ສັນ​ນີ້.
​ເມື່ອ​ພຣະພຸດທະອົງ​ຊົງ​ພິຈາຣະນາ​ບຸ​ຄຄົນ​ເຫັນ​ເປັນ​ດ່ັງ​ນີ້​ແລ້ວ ພຣະອົງ​ຈຶ່ງ​ຊົງ​ພຣະ​ທັຍວ່າ ຈະ​ຊົງ​ຢູ່​ປະກາດ​ພຣະ ສັຈຈະ​ທັມ ພຣະອົງ​ຈຶ່ງ​ຊົງ​ດຳຣິວ່າ ​ໃຜ​ນໍ​ຈະ​ສາມາດ​ອາດ​ຮູ້​ໄດ້​​ແຫ່ງ​ພຣະສັຈທັມ​ອັນ​ນີ້ ​ແລະ​ຈະ​ປະທານ​ແກ່​ໃຜ​ກ່ອນ ພຣະອົງ​ຈຶ່ງຊົງ​ຮູ້​ວ່າ ພຣະທັມ​ນີ້​ເລີກເຊິ່ງ​ເຫຼືອ​ເກີນ ​ໃຜ​ນໍ​ເມື່ອ​ໄດ້​ຟັງ​ພຣະສັຈທັມ​ແລ້ວ ຊົງ​ບັນລຸ​ອໍຣະຫັນ​ໂລດ ພຣະອົງ​ຈຶ່ງ​ຮູ້​ໄດ​້ວ່າ ບຸ​ຄຄົນ​ທີ່​ມີ​ປັນຍາ​ສູງ​ສຸດ​ແລ້ວ ມີ​ຢູ່ 2 ທ່ານ ໄດ້​ແກ່ ອະ​ສິຕະດາບົດ ​ແລະ​ອາລະຣາ​ດາບົດ ​ແລະ​ແລ້ວ​ພຣະອົງ​ກໍ​ຊົງ​ກວດ​ທິພພະ​ຈັກຂຸ​ຍານ​ໄປ​ຍັງຣືສີ​ທັງ​ສອງ​ ​ແລະ​ຮູ້​ວ່າຣືສີ​ທັງ​ສອງ​ໄດ້​ມໍຣະນະພາ​ບ​ແລ້ວ, ກໍ​ມາ​ນຶກ​ເຫັນ​ແຕ່ ປັນຈະວັຄຄີ ທັງ 5 ​ເຊິ່ງຂະນະ​ນັ້ນ ຢູ່​ປາ​ອິສິປະ​ຕະນະມະຣິກຄະທາ​ຍະ​ວັນ ​ເມືອງ​ພາຣານະ​ສີ ພຣະອງກໍ​ສະ​ເດັດ​ໄປ​ປະທານພຣະສັຈທັມ​ໃຫ້ ພໍດີ​ກົງ​ກັບ​ວັນ​ເພັງ​ເດືອນ​ອາສາ​ລະ​ຫະ (​ເດືອນ 8 ​ເພັງ) ພຣະສັຈທັມທີ່​ພຣະອົງ​ຊົງ​ຕັສ​​ເທ​ນາຄັ້ງ​ແຮກ ຮຽກ​ວ່າ ທັມມະ​ຈັກ​ກັປປະວັຕຕະນະ​ສູຕ, ມີ​ອະຣິຍະ​ສັຈ 4 ​ເປັນ​ຫົວ​ຂໍ້​ທັມ​ຫຼັກ ​ໄດ້​ແກ່:
. 1. ທຸກຂະ(ທຸກຂ໌).
2. ສະ​ມຸທະ​ຍະ(ສະມຸທັຍ).
3. ນິ​ໂຣທະ(ນິ​​ໂຣທ).
4. ມັຄຄະ(ມັຄຄ໌).
​ເມື່ອ​ຊົງ​ຍົກ​ຫົວ​ຂໍ້​ທັມ​ສິ້ນ​ສຸດ​ລົງ​ເທ່ົາ​ນັ້ນ​ເອງ ພຣະ​ໂກນທັນຍະ ກໍ​ຮູ້​ແຈ້ງ​ໃນ​​ໄຍຍະ​​ທັມ ສຳ​ເຣັດ​ເປັນ​ພຣະອໍຣະຫັນ ພຣະພຸ​ດທະ​ອົງ​ຊົງ​ຊາບ​ແລ້ວ ກໍ​ຊົງ​ເປັ່ງ​ພຣະອຸທານ​ວ່າ “ອັນ​ຍາ​ ໂກນທັນຍະ” ພຣະ​ໂກນທັນຍະ ກໍ​ໄດ້​ເປັນ​ພຣະສົງ ອົງ​ທຳ​ອິດ​ໃນ​ພຣະພຸດທະສາສນາ, ນັບ​ແຕ່​ຈາກ​ນັ້ນ ​ເປັນຕົ້ນມາ​ພຣະພຸດທະສາສນາ ກໍ​ໄດ້​ມີຣັຕນະ​ຄົບ 3 ຄື ພຣະພຸດ, ພຣະທັມ ​ແລະ​ພຣະສົງ ຮຽກ​ວ່າ​ແກ້ວສາມ​ດວງ​ແຫ່ງ​ພຣະພຸດທະສາສນາ, ນັບ​ແຕ່​ນັ້ນພຣະພຸດທະອົງ​ກໍ​ຊົງ​ເຜີຍ​ແຜ່ພຣະທັມ ​ໄປ​ສູ່​ນິ​ບ້ານ​ນ້ອຍ​ນິຄົມ​ໃຫຍ່, ​ເຂົ້າສູ່​ຕົວ​ເມືອງ, ​ແລະ​ມະຫາ​ນະຄອນ​ອັນ​ກວ້າງ​ໃຫຍ່ ມີ​ພຣະນະຄອນ​ພາລາ​ນະ​ສີ, ສາ​ວັດ​ຖີ ​ແລະ​ເມືອງ​ອື່ນໆ​ເປັນ​ກຳລັງ​ຫຼັກ​ແຫ່ງ​ພຣະພຸດທະສາສນາ, ທັງ​ພຣະສົງສາວົກ​ຂອງ​ພຣະອົງກໍ​ເປັນ​ກຳລັງ​ສຳຄັນ​ໃນ​ການ​ເຜີຍ​ແຜ່ ພຣະພຸດທະສາສນາ ​ເຮັດ​ໃຫ້​ພຣະພຸດທະສາສນາ ກາຍ​ເປັນ​ສາສນາທີ​ສຳຄັນ ​ຂອງ​ສັງຄົມ​ຊາວ​ຊຸມພູ​ທະວີບ ພຣະອົງ​ໄດ້​ຊົງ ສັ່ງສອນ​ຄົນ​ນັບ​ແຕ່​ຕັດສະຮູ້ມາ​ໄດ້ 45 ພັນ​ສາ ພຣະອົງ​ກໍ​ສະ​ເດັດ​ດັບ​ຂັນ​ປະຣິນິພພານ, ທີ່​ພຣະ​ແທ່ນ​ຣັຕນະ​ບັນລັງ​ພາຍ​ໃຕ້ ຮົ່ມ​ຮັງ​ທັງ​ຄູ່ ທີ່​ເມືອງ​ກຸ​ສີນາຣາ ​ເມື່ອ​ພຣະຊົນມາຍຸ​ຄົບ 80 ພັນ​ສາ​ເຕັມ​ບໍຣິບູນ, ​ເຊິ່ງພຸດ​ທະ​ບໍຣິສັດທທັງ 4 ມີ​ພິກຂຸ, ພິກຂຸນີ, ອຸ​ປາ​ສົກ, ອຸ​ປາ​ສິກາ ​ເປັນ​ກຳລັງ​ສືບ​ຕໍ່​ພຣະພຸດທະສາສນາ​ແທນ​ພຣະອົງ ​ໃຫ້​ຍືນ​ຍົງ​ຕໍ່​ໄປ​ຈົນ​ຕາບ​ເທົ້າ 5000 ພຣະວັດ​ສາ.

ไม่มีความคิดเห็น: