วันศุกร์ที่ 19 ตุลาคม พ.ศ. 2550

ປວັຕຄຣູທັງ 6

ບົດ​ທີ 2
​ເຫ​ຕຸ​ກາຣພຣະພຸ​ທະ​ສາສນາ​ຫຼັງ​ພຣະພຸດທະ​ເຈົ້າປະຣິນິພພານ.
ສາສນາ ​ທຸກ​ສາສນາ​ໃນ​ໂລກ​ນີ້ ຈະ​ບໍ່​ມີ​ການ​ແຕກ​ແຍກ​ອອກ​ເປັນ​ນິກາຍ​ນັ້ນຄົງ​ບໍ່​ມີ, ​ເພາະ​ເຫັນ​ວ່າ ພຽງ​ແຕ່​ຄວາມ​ເຊື່ອ ຂອງ​ຊຸມ​ຊົນ ​ຫຼື​ຊົນ​ເຜົ່ານ້ອຍໆ ຍັງ​ມີ​ຄວາມ​ຄິດ​ທີ່​ຈະ​ລົງ​ລອຍ​ກັນ ​ແມ່ນ​ແຕ່​ແນວ​ຄວາມ​ຄິດ​ຂອງ​ຄົນໆ​ໜຶ່ງ ​ຫຼື​ຂອງ​ຄົນ​ຄອບຄົວ​ໜຶ່ງຍັງ​ບໍ່​ຄ່ອຍ​ຈະ​ລົງ​ຣອຍກັນ, ​ແມ່ນ​ແຕ່​ລັທ ທິການ​ປົກຄອງ​, ​ລັທທິທາງ​ເສດຖກິດ ທີ່​ເກີດ​ຂຶ້ນ​ມາ​ໃໝ່​ບໍ່​ເຖິງ 100 ປີ​ນີ້ ຍັງ​ແຕກ​ແຍກ​ຄວາມ​ຄິດ​ກັນ​ອອກ​ໄປ​ຫຼວງ​ຫຼາຍ, ການ​ແຕກ​ແຍກ​ອອກ​ໄປ​ຂອງ​ສາ​ສນາ ບໍ່​ໄດ້​ໝາຍວ່າ​ຈະ​ມີ​ຄວາມ​ແຕກ​ຕ່າງ, ເຖິງ​ຕ່າງ​ທາງ​ພຣະວິ​ນັຍ ​ແລະ​ຂໍ​ວັດ​ປະຕິບັດ​ບາງ​ຢ່າງ ​ແຕ່​ຫຼັກ​ທັມ​ສ່ວນ​ໃຫຍ່ ກໍ​ຍັງ​ມີ​ຈຸດ​ມຸ້ງ​ໝາຍ ດຽວ​ກັນ, ການ​ແຕກ​ແຍກ​ຂອງ​ສາສນາ ສາມາ​ຖນຳ​ໃຫ້​ສາສນານັ້ນໆ ​ແຜ່​ຂຍາຍ​ກວ້າງ​ອອກ​ໄປ​ສູ່​ນານາ​ປະ​ເທ​ດ, ສູ່​ຊົນ​ຊາ​ຕຕ່າງໆ ທ່ີ​ມີ​ຄວາມ​ແຕກ​ຕ່າ​ງ​ທັງ​ພູມີ​ອາກາດ, ພາສາ, ວັດທະນະ​ທັມ, ພື້ນ​ທາງ​ທາງ​ຄວາມ​ເຊື່ອ ​ແລະ​ການ​ປ່ຽນ​ແປງ​ຂອງ​ເວລາ ສະຖານ​ທ່ີ ພູມີ​ອາກາດ ​ແລະ​ພື້ນຖານ​ທາງ​ວັດທະນະ​ທັມ ຍ່ອມ​ກໍ່​ໃຫ້​ເກີ​ດການ​ປ່ຽນ​ແປງ​ບໍ່​ຫຼາຍ​ກໍ່​ນ້ອຍ, ຈາກ​ອາ​ດີ​ມາ​ເຖິງ​ປັຈຈຸ​ບັນ ບໍ່​ມີ​ສາສນາ​ໃດ ທີ່​ຄົງທົນ​ຢູ່​ໄດ້, ສາສນາ​ໃດ​ທີ່​ບໍ່​ມີ​ການ​ປ່ຽນ​ແປງ ສາສນານັ້ນກໍ​ບໍ່​ມີ​ຄວາມ​ຈະ​ເຣີນ​ແຜ່​ຜາຍ​ຂະ​ຫຍາ​ຍອອກ​ໄປ​ຢ່າງ​ກວ້າງຂວາງ ​ແລະ​ໃນ​ທີ່​ສຸດ​ກ​ໍຈະ​ຕ້ອງ​ດັບ​ສູນ​ໄປ, ​ເຊິ່ງການ​ປ່ຽນ​ແປງ​ນັ້ນ ກໍ​ບໍ່​ໄດ້​ໄປ​ແກ້​ຕົວ​ບົດ​ກົດໝາຍ ຫຼື​ຫຼັກ​ທັມຂອງສາສນາ ​ເພາະ​ຖ້າ​ທຳ​ເຊັ່ນ​ນັ້ນ ກໍ​ຈະ​ກາຍ​ເປັນ​ການ “ທຳ​ສັງຄະ​ເພດ” ຫຼື​ບໍ່​ກໍ​ແມ່ນ​ການ​ຕັ້ງສາສນາ​ໃໝ່​ເລີຍ, ການ​ປ່ຽນ​ແປງ ​ໄດ້​ກຳນົດ​ເອົາ​ແຕ່​ພຽງ​ການ​ແກ້​ໄຂ​ວິທີ​ການ​ບາງ​ຢ່າງ ທີ່​ບໍ່​ຂັດ​ຕໍ່​ພຣະທັມ-ວິ​ຍັຍ ​ແຫ່ງ​ສາສນານັ້ນ, ​ເພາະ​ເຫ​ຕນັ້ນ ສາສນາ ທຸກ​ສາສນາ ຈຶ່ງ​ມີ​ນິກາຍ​ເກີດ​ຂຶ້ນ​ມາ, ​ສາສນາ​ທຸກ​ສາສນາ ​ເຖິງ​ວ່າ​ມີ​ນິກາຍ​ເກີດ​ຂຶ້ນ​ມາ​ຫຼາຍ​ນ້ອຍ​ພຽງ​ໃດ​ກໍ​ຕາມ ຫຼັກ​ທັມ ຫຼື​ຈຸດໝາຍ​ເດີມ ທີ່​ສຳຄັນ​ຂອງ​ສາສນານັ້ນ ບໍ່​ມີ​ການ​ປ່ຽນ​ແປງຈົນ ​ເຮັດ​ໃຫ້ ຫຼັກ​ທັມ​ເດີມ ​ແລະ​ຈຸດ​ມຸ້ງ​ໝາຍ​ເດີມ ມີ​ຄວາມ​ປ່ຽນ​ແປງໄປ​​ໃນ​ທາງ​ກົງກັນຂ້າມ​ເລີຍ.
ຫຼັກຂອງ​ສາສນາ ຂອງ​ທຸກ​ສາສນາ ລ້ວນ​ແຕ່​ມີ​ເປົ້າໝາຍ​ຂອງ​ຕົນ ​ເປັນ​ພຶ້ນຖານ ​ແລະ​ທຸກ​ສາສນາລ້ວນ​ແຕ່​ສອນ​ໃຫ້​ຄົນ​ເປັນ​ຄົນ​ດີ ​ແລະ​ມິ​ຄວາມ​ສຸຂ ​ແຕ່​ພຸດທະສາສນາ ນອກຈາກ​ສອນ​ໃຫ້​ຄົນ​ເປັນ​ຄົນ​ດີ ​ແລະ​ມີ​ຄວາມ​ສຸຂ​ແລ້ວ ຍັງສອນ​ໃຫ້​ຄົນ​ພົ້ນອອກ​ຈາກ​ອງທຸກ​ທັງ​ໃນ​ໂລກ​ນີ ​ແລະ​ໂລກ​ໜ້າ, ຫຼັກ​ຄຳ​ສອນ​ຂອງ​ພຸດ​ທະສາສນາ​ທີ່​ສຳຄັນ ອັນ​ເປັນ​ການ​ການ​ຄົງ​ໄວ້​ເຊິ່ງ ພັດທະ​ນາ​ການ ຂອງ​ການ​ພັດທະນາ​ມະນຸດ ດ່ັງ​ພຣະພຸດທະອົງ​ຕັສ​ໄວ້​ວ່າ:
“ສັພພະ​ປັສສະ ອະ​ກາຣະນັງ, ກຸສລັສສະ​ສັມປະທັງ, ສະ​ຈິຕຕ ປະຣິ​ໂຍທະ​ປາ​ນັງ ​ເອຕັງ ພຸ​ທທະ​ສາສະ​ນັງ ​ເຊິ່ງ​ແປ​ວ່າ ກາຣລະ​ຄວາມ​ຊົ່ວ​ທັງ​ປວງ ການ​ກະທຳ​ແຕ່​ຄວາມ​ດີ​ທັງ​ປວງ ​ແລະ​ທຳ​ໃຫ້​ຈິຕ​ໃຈ​ຂອງ​ຕົນ​ໃຫ້​ຜ່ອງ​ໃສ ນີ້​ແລ​ຄື​ຄຳ​ສອນຂອງ​ພຣະພຸ​ດທະ​ສາສນາ” ອັນ​ນີ້ ​ເປັນ​ບັນທັດຖານ ສພຄັນ​ຂອງ​ການ​ເຮັດ​ໃຫ້​ພຣະພຸດ​ທະ​ສາສນາ ມີ​ການ​ພັດທະນາ​ຫຼັກການ​ປະຕິບັດ​ບາງ​ປະການ, ອິງ​ຕາມ​ສະພາບ​​ແວ​ດລ້ອມ ທີ່​ກ່າວ​ມາ​ຂ້າງ​ຕົ້ນ ​ແລະ​ຢ່າງ​ໃດ​ກໍ​ຕາມ ພຣະພຸ​ທ​ທະ​ສາສນາ ລັດທິ, ນິ ກາຍ​ຕ່າງໆນັ້ນ ຍ່ອມ​ມີ​ຫຼັກ​ສິກຂາ ຫຼື​ສຶກສາ​ທີ່​ສຳຄັນ​ໄວ້​ 3 ຢ່າງຄື:
1. ປຣິຍັຕິ​ສິກຂາ: ກາຣສຶກສາ​ຮ່່ຳຮຽນ ຕາມ​ຄຳ​ສັ່ງສອນ​ຂອງ​ພຣະພຸດທະ​ເຈົ້າ.
2. ປຕິ​ບັຕສິກຂາ: ຫຼັກການຣປະຕິບັຕຕົນ ​ໃຫ້​ດຳ​ເນີນ​ຕຳ​ຄໍຳສັ່ງສອນ​ຂອງ​ພຣະພຸ​ດທະ​ເຈົ້າ.
3. ປຕິ​ເວທະສິກ​ຂາ: ການ​ຮູ​ແຈ້ງ​ແທງ​ຕລອດ​ຈາກ​ກາຣສຶກສາ ​ແລະ​ປະຕິບັຕ.
ຫຼັກ​ທັງ 3 ປະການ​ນີ້ ມີ​ຄວາມ​ສຳຄັນ​ກ່ຽວ​ພັນ​ກັນ ຄື​ປະ​ຮິ​ຍັດ ​ເປັນ​ການ​ສຶກສາຮໍ່າຮຽນ​ໃຫ້ຮູ​້ ທິສດີ​ຕ່າງໆ​ໃຫ້​ຮູ້​ແທ້, ຮູ້​ຈິງ ​ເໝືອນ​ດ່ັງ​ເຮົາ​ຈະ​ເດີນທາງ​ໄປ​ສູ່​ຈຸດໝາຍ​ປາຍທາງ​ໃດ​ໜຶ່ງ ປະຣິຍັດ ນັ້ນກໍ​ຄື​ເຮົາ​ສຶກສາ​ເສັ້ນທາງ ຫຼື​ແຜນ​ທີ່​ນັ້ນ​​ໃຫ້​ເຂົ້າ​ໃຈ, ປະຕິ​ເວທ ກໍ​ຄື​ການ​ປະຕິບັຕຈິງ ຫຼື​ຊັກ​ຊ້ອມ​ສິ່ງ​ທີ່​ເຮົາ​ສຶກສາມານັ້ນ​ໃຫ້​ຊຳນິ​ຊຳນານ ຫຼື​ຖ້າ​ເຮົາ​ເດີນທາງ​ຈິງ ​ເຮົາ​ກໍ​ອອກ​ເດີນທາງ​ໄປ​ໃຫ້​ເຫັນ ຄວາມ​ຈິງ​ໃນ​ສິ່ງ​ທີ່​ເຮົາ​ສຶກສານັ້ນ, ປະຕິ​ເວທ ກໍ​ຄື​ຮັບ​ຮູ້​ ​ແລະ​ເຂົ້າ​ໃຈໃນສອງ​ຫຼັກ ຄື ຜົລຂອງ​ກາຣ ປະຣິຍັຕ ​ແລະ​ປະຕິບັຕນັ້ນ, ​ວ່າ​ມີ​ຄວາມ​ສອດ​ຄ່ອງ​ກັນ​ພຽງ​ໃດ ຈຶ່ງ​ສະຫຼຸບ​ຜົລອອກ​ມາ​ເປັນ​ປະຕິ​ເວທ ທັງ 3 ປະການ​ນີ້ ກໍ​ສຳພນ​ເກື້ອ​ໜູນ​ກັນ​ຂາດ​ຫຼັກ​​ໃດ ຫຼັກ​ໜຶ່ງ​ບໍ່​ໄດ້, ການ​ທີ່​ມີ​ຄວາມ​ເຫັນ​ຜິດ​ແຜ​ກ​ແຕກ​ຕ່າງ​ກັນບາງ​ປະການ​ຂອງລັທທິ ນິກາຍ​ນັ້ນ ກໍ​ເພາະ​ການ​ຜັນ​ຂະຫຍາຍ​ທິສດີ ບໍ່​​ເປັນ​ໄປ​ຕາມ​ຫຼັກທັງ 3 ກໍ​ຄື​ຂາດ​ຫຼັກ​ໃດ ຫຼັກ​ໜຶ່ງ​ໃນ 3 ຫຼັກ​ນັ້ນ​ເອງ.
ຄວາມ​ຄິດ​ຂອງ​ຄົນ​ແຕ່ລະຄົນ ທີ່​ມີ​ຄວາມ​ເຂົ້າ​ໃຈ​ຕໍ່​ຫຼັກ​ທິສດີ ຄຳ​ສອນ ວິຊາ​ກາຣທີ່​ຕົນ​ໄດ້​ຮຽນ ມານັ້ນຍ່ອມ​ແຕກ​ຕ່າງ​ກັນ​ເປັນ​ປົກ​ກະຕິ​ຂອງ​ມະນຸດ​ຢູ່​ແລ້ວ ຕ່າງ​ຄົນ​ຕ່າງ​ເຂົ້າ​ໃຈ​ໄປ​ຕາມ​ພື້ນຖານ ທາງ​ຈິດ, ທາງ​ຄວາມ​ຄິດ ​ແລະ​ວິນ​ຍານ​ອັນ​ເປັນ​ພຶ້ນຖານ​ຂອງ​ຕົນ, ຄົນ​ໜຶ່ງ​ເຂົ້າ​​ໃຈ​ຢ່າງ​ໜຶ່ງ, ອີກ​ຄົນ​ໜຶ່ງ ​ເຂົ້າ​ໃຈ​ໄປ​ອີກ​ຢ່າງ​ໜຶ່ງ, ​ເມື່ອ​ມີ​ຄວາມ​ເຂົາ​ໃຈ​ແຕກ​ຕ່າງ​ກັນ​ແລ້ວ ທິດ​ຖີ ຄື​ຄວາມ​ເຫັນ ກໍ​ມີ ຄວາມ​ແຕກ​ຕ່າງ​ກັນ​ໄປ​ເປັນ​ທັມມະ​ດາ ​ແລະ​ແລ້ວ​ວາທະ ​ແລະ​ການ​ປະຕິບັດ​ກໍມີ​ຄວາມ​ແຕກ​ຕ່ງກັນ ​ແນ່ນອນ, ​ເຖິງ​ແມ່ນ​ວ່າ​ຫຼັກ​ໃຫຍ່​ໃຈຄວາມ​ຈະ​ຢືນ​ຢູ່​ຈຸດ​ດຽວ​ກັນ​ກັບ​ຕາມ ​ແຕ່​ວາທະ ​ແລະກາຣປະຕິ ບັດ​ກໍ​ມີ​ຄວາມ​ແຕກ​ຕ່າງ​ກັນ​ໄປ, ​ອັນ​ນັ້ນ ກໍ​ຖື​ວ່າ​​ເປັນ​ການ​ພັດທະນາ​ຢ່າງ​ໜຶ່ງ.
ການ​ແຕກ​ແຍກ​ທາງ​ຄວາມ​ຄິດ ​ເກືອບ​ທຸກ​ຢ່າງ, ມັກ​ຈະ​ເປັນ​ເປັນກາຣກໍ່​ໃຫ້​ເກີດ​ຄວາມ​ແຕກ​ແຍກ, ຄວາມ​ແຕກ​ແຍກ​ນັ້ນ​ເອງ​ເປັນ​ຜົລທີ່​ກໍ່​ໃຫ້​ເກີດ​ການ​ຂາດ​ຄວາມ​ສາມັກຄີ, ການ​ແຕກ​ຄວາມ​ສາມັກຄີ​ໃນ​ສັງຄະ​ມົນ​ທົນ ມີ​ມາ​ແຕ່​ສມັຍ​ພຣະພຸ​ດທະ​ເຈົ້າຍັງ​ຊົງ​ພຣະຊົນ​ຢູ່ ​ເຊັ່ນ ພິກຂຸ​ຊາວ​ເມືອງ​​ໂກສັມພີ ຖົກ​ຖຽງ​ກັນ​ເຣື່ອງນ້ຳ ​ແລະ​ພຣະ​ເທວະທັຕທູລພຣະພຸ​​ດທະ​ເຈົ້າ ​ໃຫ້​ພິກຂຸ​ໃນ​ພຣະພຸດທະ ສາສນາ ​​ເລີກ​ສັນ​ຊີ້ນ​ສັຕວ໌​ເປັນຕົ້ນ.
​ໃນ​ຂະນະ​ນັ້ນ, ພຣະພຸ​ດທະ​ອົງ​ຍັງ​ຊົນ​ພຣະຊົນ​ຢູ່ ​ເຫ​ຕທີ່​ເກີດ​ຂຶ້ນ ກໍ​ລະງັບ​ລົງ​ໄດ້ ​ເພາະ​ພຣະອົງ​ຄ໌​ເປັນ​ຜູ້​ຕັດສິນຊີ້​ຂາດ ​ເຖິງ​ຄວາມ​ຄິດ​ທີ່​ບໍ່​ລົງ​ລອຍ​ກັນຍັງມີ​ຢູ່ ​ແຕ່​ກໍ​ບໍ່​ກ້າ​ກະທຳ​ສິ່ງ​ໃດ​ໄດ້ ເຊັ່ນ ພຣະ​ເທວະທັຕມີ​ປະສົງ​ໃຫ້​ພຣະພຸ​ດທະ​ເຈົ້າ ບັນຍັຕສິກຂາບົດ​ບາງ​ຂໍ້ ກໍ​ຕ້ອງ​ຂໍອະນຸ​ຍາຕຈາກ​ພຣະພຸ​ດທະ​ເຈົ້າ ​ເມື່ອ​ພຣະພຸດທະ​ເຈົ້າບໍ່​ຊົງ​ອະນຸຍາດ ​ເຣື່ອງນັ້ນກໍງຽບ​ຫາຍ​ໄປ, ​ໃນ​ກາຣຕໍ່​ມາ​ເມື່ອ ພຣະພ​ຸດທະ​ອົງ​ຊົງ​ປະຣິນິພພານ​ໄປ​ແລ້ວ ສາວົກ​ທັງຫຼາຍ​ໄດ້​ຕີ​ຄວາມພຣະວິນັຍ​ແຕກ​ຕ່າງ​ກັນ​ໄປ ຕາມ​ຄວາມ​ເຫັນ​ແລະ​ທິດ​ຖີຂອງ​ຕົນ, ຍິ່ງ​ຄະນະ​ສົງ​ເຫຼົ່ານັ້ນຢ່າງ​ເຫີ​ນກັນ​ໄປ​ຄົນ​ລະ​ທິດ​ລະ​ທາງ ​ທິດ​ຖີ ​ແລະ​ສີ​ລກໍ​ວິ​ປະຣິຕຜິດພາດ​ໄປ​ຕາມ ສະພາບ​ແວດ​ລ້ອມ​ທາງ​ພູທສາດ, ສັງຄົມ, ວັດທະນະ​ທັມ ນັ້ນອັນ​ເປັນ​ພື້ນຖານ​ທາງ​ຄວາມ​ຄິດ ກໍ​ກາຍ​ເປັນ​ທິດ​ຖີ ກໍ່​ໃຫ້​ເກີດ​ວາທະ ​​ໃນ​ທີ່​ສຸດ​ກໍ​ແຕກ​ແຍກ​ອອກ​ໄປ​ເປັນ​ນິກາຍ ​ແລະ​ລັທທິ.
​​ເຖິງ​ຄວາມ​ແຕກ​ຕ່າງ​ທາງ​ທິດ​ຖີ ​ແລະ​ວາທະ​ເປັນ​ສິ່ງ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ແຕກ​ແຍກ ​ແລ​ະ ກາຍ​ເປັນ​ຄວາ​ມ​ແຕກ​ຕ່າງ​ຂອງ​ພຸດທະສາສນາ ໃນ​ທີ່​ສຸດກໍ​ຕາມ, ​ແຕ່ຄວາມ​ເປັນອັນ​ໜຶ່ງ​ດຽວ​ຂອງ​ຄະນະ​ສົງ​ນັ້ນ ຕ້ອງ​ປະກອບ​​ໄປ​ດ້ວຍ ​ໄຕຣສິກຂາ ທີ່​ເປັນ​ອົງ​ປະກອບ​ຫຼັກ​ສັມຄັນ​ແຫ່ງ​ພຣະພຸດທະ ສາສນາ ຄື.
ສີ​ລສິກຂາ: ກາຣ​ສຶກສາ​ໃນ​ສີ​ລ
ປັນຍາສິກຂາ: ກາຣສຶກສາ​ໃນ​ປັນຍາ
ສາມ​າທິສິກຂາ: ກາຣສຶກສາ​ໃນ​ສາມາ​ທິ.
ຄວາມ​ແຕກ​ຕ່າງ ຂອງ​ສັງຄະ​ມົນທົນ ກໍ​ແມ່ນ​ມີ​ຈຸດ​ກໍ​ເນີ​ດມາ​ຈາກ ການ​ສຶກສາ​ທັງ 3 ປະ ການ​ນີ້ ​ເມື່ອ​ທັງ 3 ປະການ​ນີ້ ​ເປັນ​ໄປ​ໃນ​ວັດຖຸ​ປະສົງ​ເປົ້າໝາຍ​ອັນ​ດຽວ​ກັນ, ​ແຕ່​ຕ່າງ​ຝ່າ​ຍຕັ້ງຢູ່​ໃນ ທິດ​ຖີ ​ແລະ​ວາທະ​ຂອງ​ຕົນ ກໍ​ຍ່ອມ​ໃຫ້​ເກີດ​ຄວາມ​ແຕກ​ຕ່າງ ​ແລະ​ແຕກ​ແຍກ​ໃນ​ທີ່​ສຸດ, ​ແຕ່​ຫາກ​ວ່າ ກາຣປະພຶດ​ປະຕິບັດ​ຂອງ​ສົງ ​ໃນ​ສັງຄະ​ມົນທົນ ຍັງ​ຕ້ອງ​ຍຶດຫຼັກ​ສຶກສາ​ທັງ 3 ປະກາຣ​ເປັນ​ເປົ້າ ໝາຍຫຼັກ ກໍ​ຍັງ​ໃຫ້​ຄຳ​ສອນ​ຂອງ​ພຣະພຸດທະ​ສາ​ສນາ ​ເດີນ​ມຸ້ງ​ໜ້າ​ໄປ​ສູ່​ຄວາມ​ຈະ​ເຣີນ​ໄດ້.
ຄວາມ​ແຕກ​ຕ່າງ​ກັນ​ອີກ​ຢ່າງ​ໜຶ່ງ ກ​ໍເນື່ອງດ້ວຍ​ຄະນະ​ສົງ ​ໄດ້​ຢຶກຖືຫຼັກ​ພຸດທະ​ພຸດ​ທີ່ ພຣະ ພຸດທະອົງ​ຊົງ​ຕັດ​ກັບ​ພຣະອານົນ​ວ່າ “ ດູກ່ອນອານົນ ​ໂດ​ບກາລລ່ວງ​ໄປ​​ແຫ່ງ​ເຮົາ ຖ້າ​ສົງ​ຕ້ອງກາຣ ກໍ​ຈົ່ງ​ຖອນ​ສິກ​ສາ​ບົດ​ເລັກ​ນ້ອຍ​ເສັຍ​ກໍ​ໄດ້” (ມະຫາ​ປະຣິນິພພານ​ສູຕ 10/141)
ສົງ​​ຝ່າຍ​ໜຶ່ງເຫັນ​ວ່າ ​​ເນື່ອງ​ຈາກ​ວ່າ​ສິກຂາ​ບົທ​ເລັກໆ​ນ້ອຍ​ໆທີ່​ພຣະ ພຸດທະ​ອົງຄ໌ມີ​ພຸດທະ​ປະສົງ​ນັ້ນ ໝາຍ​ເຖິງ​ສິກຂາບົທຂໍ້​ໃດ ສະນັ້ນຈຶ່ງ​ບໍ່​ຄວນ​ຖອດ​ຖອນ ຄວນ​ຮັກສາ ສາຂາ​ບົທນັ້ນ​ໄວ້​ທຸກ​ຂໍ້​ເປັນ​ການ​ດີ​ທີ່​ສຸດ.
ສົງ​ອີກ​ຝ່າ​ນໜຶ່ງ ​ເຫັນ​ວ່າ​ສິກຂາບົທ​ເລັກໆ​ນ້ອຍໆ ທ່ີ​ພຣະພຸດທະອົງ​ໝາຍ​ເຖິງ​ນັ້ນ ກໍ​ໝາຍ ​ເຖິງ​ສິກຂາບົທບໍ່​ຈຳ​ເປັນ ຫາກ​ບໍ່​ເໝາະ​ສົມ​ກັບ​ສາ​ພາວະ​​ແລ້ວ ກໍ​ຄວນ​ຖອດ​ຖອນ​ສາ.
ອີກ​ຢ່າງ​ໜຶ່ງ ການ​ສຶກສາ​ຮ່ຳຮຽນ​ພຣະພຸດ​ທະ​ວະຈະນະ​ນັ້ນ ຕ້ອງ​ອາ​ໄສ​ອາຈາຣຍ໌​ເປັນ​ຜູ້​ສັ່ງ ສອນ ​ແລະ​ອະທິບາຍ ອາຈາຣຍ໌ກັບ​ອາຈາຣຍ໌ ​ເກີດ​ທັສນະ​ຄະຕິ​ບໍ່​ກົງກັນ ອະທິບາຍ​ພຸດ​ທະ​ວັຈນະ ບໍ່​​ເໝືອນ​ກັນ ກໍ​ເປັນສາ​ເຫ​ຕໜຶ່ງ​ອີກ​ທ່ີ​ທຳ​ໃຫ້​ເກີດ​ການ​ແບ່ງ​ແຍກທາງ​ຄວາມ​ຄິດ​ອອກ​ໄປ ສົງ​ຝ່າ​ຍ ໜຶ່ງກໍ​ຕ້ອງ​ແກ່​ໄຂ​ຫຍົດ​ຍ່ອນພຣະວິ​ນັຍ​ໄປ​ຕາມ​ສະຖານະ​ການ ຄື ຝ່າ​ຍມະຫາ​ສັງ​ຄີ​ກະ ​ຄະນະ​ສົງ ພວກ​ນີ້ ຖື​ພຸ​ດທະ​ວັຈນະ​ໄປ​ຕາມ​ທັສນະ​ຂອງ​ອາຈາຣຍ໌​ເປັນ​ໃຫຍ່ ຮຽກ​ວ່າ “ອາຈາຣິຍະ​ວາທະ” ສົງ​ອີກ​ຝ່າຍ​ໜຶ່ງ ຖຶ​ເຄັ່ງ​ຄັດ​ໃນ​ພຸ​ດທະ​ວັຈນະ​ເດີມ ທີ່​ພຣະ​ເຖຣະຜູ້​ໃຫຍ່​ຍຶດຖື ປະຕິບັຕມາ​ບໍ່​ຍອມ​ປ່ຽນ​ແປງ ຮຽກ​ວ່າ “​ເຖຣະວາທະ”.
ຢ່າງ​ໃດ​ກໍ​ຕາມ ສາ​ເຫ​ຕຸ​ໃຫຍ່​ຂອງ​ກາຣ​ແຕກ​ແຍ​ກທາງ​ຄວາມ​ຄິດ ກໍ​ໃຫ້​ເກີດ​ວາ​ທະ ​ກາຍ ເປັນກາຣ​ແຕກ​ແຍກ​ສາມັຄຄີ​ແຫ່ງ​ຄະນະ​ສົງ ຈົນ​ກໍ່​ໃຫ້​ເກີດ​ເປັນ​ການ​ປະຕິບັຕ​ແຕກ​ຕ່າງ​ກັນ​ໄປ​ ກາຍ​ເປັນ​ລັທທິນິກາຍນັ້ນ ຍ່ອມ​ເປັນ​ໄປ​ດ້ວຍ​ຫຼັກ​ທັມ 2 ປະກາຣນີ້ ຄື:
1. ສີ​ລະ​ສາມັນ​ຍະ​ຕາ: ຄວາມ​ວິບັຕ​ແຫ່ງ​ສີ​ລ ​ເພາະ​ກາຣປະຕິບັຕພຣະວິ​ນັຍບໍ່​ສມ່ຳ ສ​ເມີ​ກັນ.
2. ທິຖີສາມັນ​ຍະ​ຕາ ກາຣວິບັຕຂອງ​ຄວາມ​ເຫັນ ​ເພາະ​ທັສນະ​ຄະຕິ ​ໃນ​ຫຼັກ​ທັມ ອະທິບາຍ​ກໍ່​ກົງກັນ
(ກະຖາ​ມຸຂ​ໃນຊຸມນຸມ “ຊຸມ​ນຸມພຣະສູຕມະຫາຍານ” ​ໂດຍ​ສະຖຽນ​ໂພທິ​ນັນທະ)

ມູລ​ເຫ​ຕ​ແຫ່ງ​ອະທິກຣ
​ໃນ​ຈຸ​ລວັຄປະຖະມະ​ພາຄ ສະມະ​ຖັກ​ຂັນທະ​ກະ ມີ​ພຸ​ດທະ​ພາສິດ​ສະ​ແດງ​ເຖິງ​ມູລ​ເຫ​ຕວິ​ວາ​ທາ​ທິກ​ຣທ​ໄວ້​ດ່ັງ​ນີ້:
1. “ວິ​ວາທະ​ທັນ​ຕິ ທັມ​ໂມ​ຕິ ວາ ອະທັມ​ໂມຕິ ວາ” ວິ​ວາທະກັນ​ວ່າ “ນີ້​​ແມ່ນ​ທັມ ນີ້​ບໍ່​​ແມ່ນ​ທັມ".
2. “ວິນະ​ໂຍຕິ ວາ ອະ​ວິນະ​ໂຍຕິ ວາ” ວິ​ວາທະ​ກັນ​ວ່າ “ນີ້​ເປັນ​ວິນັຍ ນີ້​ບໍ່​ເປັນວິ​ຍັບ”.
3. “ພາສິຕັງ ລະ​ປິ​ຕັງ ຕະຖາຄະ​ເຕນາ​ຕິ ວາ ອະ​ພາສິຕັງ ອະລະ​ປິ​ຕັງ ຕະຖາຄະ​ເຕນາຕິ​ວາ” ວິ​ວາທະ​ກັນ​ວ່າ “ນີ້​ພຣະຕະຖະຄົຕຊົງ​ກ່າວ , ຊົງ​ວ່າ​ໄວ້, ນີ້​ພຣະຕະຖະຄົຕບໍ່​ໄດ້​ຊົງ​ກ່າວ​ໄວ້ ບໍ່​ໄດ້​ຊົງ​ກ່າວ​ໄວ້”.
4. “ອາ​ຈິນນັງ ຕະຖາຄະ​ເຕນາ​ຕິ​ວາ ອະນາ​ຈິນນັງ ຕະຖາຄະ​ເຕນາ​ຕິ ວາ” ວິ​ວາທະ​ກັນ​ວ່າ “ນີ້​ພຣະຕະຖາຄົຕ​ໄດ້​ຊົງ​ປະພຶດ ນີພຣະຕະຖາຄົຕບໍ່​ໄດ້​ຊົງ​ປະຣພຶດ”.
5. “ປັນ​ຍັຕຕັງ ຕະຖາຄະ​ເຕນາ​ຕິ ວາ ອັປປັນ​ຍັຕຕັງ ຕະຖາຄະ​ເຕນາ​ຕິ ວາ” ວິ​ວາທະ​ກັນ​ວ່າ “ນີ້​ພຣະຕະຖະຄົຕຊົງ​ບັນຍັຕ ນີ້​ພຣະຕະຖາຄົຕບໍ່​ຊົງ​ບັນຍັຕ”.
6. “ອາ​ປັຕຕີ​ຕິ ວາ ອະ​ນາ​ປັຕຕີ​ຕິ ວາ” ວິວທະ​ກັນ​ວ່າ “ນີ້​ເປັນ​ອາບັຕ ນີ້​ບໍ່​​ເປັນ​ອາ​ບັຕ”.
7. “ລະ​ຫຸກາ ອະ​ປັຕຕີ​ຕິ ວາ ຄະຣຸກາ ອາ​ປັຕຕີ​ຕິ ວາ” ວິ​ວາທະກັນ​ວ່າ “ນີ້​ເປັນ​ອາບັຕ​ເບົາ ນີ້​ເປັນ​ອາບັຕໜັກ”.
8. “ສາວະ​ເສສາ ອາ​ປັຕຕີ​ຕິ ວາ ອະ​ນະວະ​ເສ​ສາ ອາ​ປັຕຕີ​ຕິ ວາ” ວິ​ວາທະ​ກັນ​ວ່າ “ນີ້​ເປັນ​ອາບັຕສ່ວນ​ເຫຼືອ ນີ້​ບໍ່​ແມ່ນ​ອາບັຕສ່ວນ​ເຫຼືອ”.
9. “ທຸຕຖຸລລາ ອາ​ປັຕຕີ​ຕິ ວາ ອະທຸຕຖຸລລາ ອາ​ປັຕຕີ​ຕິ ວາ” ວິ​ວາທະ​ກັນ​ວ່າ “ນີ້​ເປັນ​ອາບັຕຫຍາ​ບ ນີ້​ບໍ່​ແມ່ນ​ອາບັຕຫຍາບ”.

ไม่มีความคิดเห็น: